Ad

Ad

18 November 2016

ລາວ-ກຳປູເຈຍ ຮ່ວມສຳມະນາ “ ການບັນຊີ ແລະ ການເງິນຂອງທະນາຄານກາງ ”


        ກົມບັນຊີ-ການເງິນຂອງທະນາຄານແຫ່ງ ສປປ ລາວ (ທຫລ) ແລະ ທະນາຄານແຫ່ງຊາດກຳປູເຈຍ ໄດ້ຮ່ວມກັນຈັດສຳມະນາ ພາຍໃຕ້ຫົວຂໍ້ ການບັນຊີ ແລະ ການເງິນຂອງທະນາຄານກາງ ຂຶ້ນລະຫວ່າງວັນທີ 16-17 ພະຈິກ 2016 ທີ່ສຳນັກງານ ທຫລ ໂດຍມີການເຂົ້າຮ່ວມຂອງຫົວໜ້າກົມບັນຊີ-ການເງິນ ທຫລ, ຫົວໜ້າກົມບັນຊີ ທະນາຄານແຫ່ງຊາດກຳປູເຈຍ ພ້ອມດ້ວຍຄະນະ.
            ຫົວໜ້າກົມບັນຊີ-ການເງິນ ທຫລ ໄດ້ມີຄຳເຫັນວ່າ: ການສຳມະນາໃນຄັ້ງນີ້ແມ່ນເພື່ອແລກ ປ່ຽນ
ບົດຮຽນ ແລະ ຍົກລະດັບຄວາມສາມາດດ້ານວິຊາການກ່ຽວກັບວຽກງານບັນຊີ ແລະການເງິນ. ໂດຍສະເພາະແມ່ນການຮຽນຮູ້ແລະ ເຂົ້າໃຈເລິກເຊິ່ງຕໍ່ກັບການຈັດຕັ້ງປະຕິບັດວຽກງານບັນຊີ-ການເງິນຂອງທະນາຄານກາງ, ເພື່ອນຳໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ ດັ່ງກ່າວມີປະສິດທິຜົນດີຂຶ້ນ, ຮັບ ປະກັນການປະຕິບັດຫຼັກການບັນຊີ ໃຫ້ມີຄວາມຖືກຕ້ອງ, ສອດຄ່ອງຕາມລະ ບຽບກົດໝາຍ ແລະ ມາດຕະຖານບັນຊີສາກົນ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນໄດ້.
          ໃນການສຳມະນາ, ແມ່ນບົນຈິດໃຈການພົວພັນຮ່ວມມືລະຫວ່າງທະນາຄານແຫ່ງ ສປປ ລາວ ແລະ ທະນາຄານແຫ່ງຊາດກຳປູເຈຍ ໃຫ້ຫນັກແຫນ້ນ ແລະ ແຕກດອກອອກຜົນຫງອກງາມຍິ່ງຂຶ້ນ.
ຂ່າວ-ພາບ: ຄຳສອນ ສະວີສຸກ

No comments:

Post a Comment