Ad

Ad

17 November 2016

ອົງການ​ຮ່ວມ​ມື​ສາກົນ​ເຢຍລະ​ມັນສຶກສາ​ຄວາມຄາດຫວັງຂອງ​ຊີວິດ​ໄວ​ໜຸ່ມ​ລາວ

          ວັນທີ 16 ພະຈິກນີ້, ທີ່ໂຮງແຮມ ລາວພລາຊາ, ນະຄອນ ຫລວງວຽງຈັນ ກະຊວງສຶກສາທິການແລະ ກິລາ ຮ່ວມກັບ ອົງການຮ່ວມມືສາກົນປະເທດເຢຍລະມັນ (GIZ), ຈັດກອງປະຊຸມນຳສະເໜີຜົນການສຶກສາກ່ຽວກັບຄວາມຄາດຫວັງ ແລະ ເປົ້າໜາຍໃນຊີວິດ ຂອງໄວໜຸ່ມລາວ, ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານຫົວໜ້າ ພະແນກຄົ້ນຄ້ວາພັດທະນາ ຂໍ້ມູນຂ່າວສານອະຊີວະສຶກສາ, ກົມອະຊີວະສຶກສາ, ກະຊວງ ສຶກສາທິການ ແລະ ກິລາ, ມີ​ທ່ານ ​ເອີນ​ສ ຮຸ​ສາ​ເຕັດ (ERNST HUSTAEDT) ຫົວໜ້າ​ອົງການຮ່ວມມືສາກົນປະເທດເຢຍລະມັນ ປະຈຳລາວເຂົ້າຮ່ວມນຳດ້ວຍ.

ຫົວໜ້າພະແນກດັ່ງກ່າວ ໃຫ້ຮູ້ວ່າ: ການສຶກສາກ່ຽວກັບຄວາມຄາດຫວັງ ແລະ ເປົ້າໜາຍໃນຊີວິດຂອງໄວໜຸ່ມລາວນີ້ ​ແມ່ນ​ການສຶກສາດ້ານເຕັກນິກວິຊາການ ແລະ ດ້ານວິຊາຊີບ, ເພື່ອນໍາໃຊ້ເຂົ້າໃນການພັດທະນາໂຄງການຕ່າງໆຢ່າງມີປະສິດທິຜົນແນໃສ່ ປຸກລະດົມຊາວໜຸ່ມ, ​ໂດຍຜ່ານການແລກ ປ່ຽນຄວາມຮູ້ຄວາມສາມາດ, ສີ່ງທີ່ມັກ ແລະ ຄວາມມຸ້ງຫວັງເພື່ອສ້າງຕົນເອງເຂົ້າໃນການພັດທະນາເສດຖະກິດສັງຄົມຂອງປະເທດ, ຊຶ່ງຜົນການສຶກສາດັ່ງກ່າວ​ເປັນ​ໂຄງການ​ຂອງອົງການຮ່ວມມືສາກົນຂອງປະເທດເຢຍລະມັນ ມີຄວາມສຳຄັນຫລາຍ, ເນື່ອງຈາກສ່ອງແສງໃຫ້ເຫັນກໍາລັງແຮງງານຂອງໄວໜຸ່ມ, ທ່າອ່ຽງ ການພັດທະນາ, ທັດສະນະຄະຕິຂອງຊາວໜຸ່ມ ແລະ ອື່ນໆ ທັງໜົດນີ້ລ້ວນແຕ່ສໍາຄັນຕໍ່ ການວາງແຜນພັດທະນາໄວໜຸ່ມຊື່ງເປັນກຳລັງແຮງຊຸກຍູ້ການພັດທະນາປະເທດໃນອະນາຄົດ.
ກອງປະຊຸມຄັ້ງນີ້ນອກຈາກຜູ້ເຂົ້າຮ່ວມໄດ້ຮັບຟັງຜົນການສຶກສາກ່ຽວກັບຄວາມຄາດ ຫວັງ ແລະ ເປົ້າໜາຍໃນຊີວິດຂອງໄວໜຸ່ມລາວແລ້ວຍັງໄດ້ປຶກສາຫາລືກ່ຽວກັບທ່າອ່ຽງ ແລະ ສີ່ງທ້າທາຍດ້ານຕ່າງໆຂອງການພັດທະນາໄວໜຸ່ມເພື່ອເປັນບ່ອນອີງ ແລະ ໜູນໃຊ້ ເຂົ້າໃນການເຄື່ອນໄຫວວຽກງານນີ້ໃຫ້ມີປະສິດທິຜົນຍີ່ງຂື້ນໃນຕໍ່ໜ້າ.
          ລາວປັບປຸງຮ່າງຫຼັກສູດປະລິນຍາໂທສາຂາການສຶກສາປະຊາກອນແລະ ການພັດທະນາ
ວັນທີ 16 ພະຈິກນີ້, ມະຫາວິທະຍາໄລແຫ່ງຊາດຮ່ວມກັບອົງການສະຫະປະຊາຊາດກອງທືນສຳລັບປະຊາກອນ ( UNFPA ) ປະຈຳລາວ, ​ໄດ້ຈັດກອງປະຊຸມປຶກສາຫາລືປະເມີນຜົນຄວາມຕ້ອງການຂອງສັງຄົມແລະຫາລືປັບປຸງຮ່າງຫຼັກສູດປະລິນຍາໂທສາຂາການສຶກສາປະຊາກອນແລະ ການພັດທະນາໃນສປປລາວ ຂື້ນ,ທີ່ນະຄອນຫຼວງວຽງຈັນ, ​ໂດຍການເປັນປະທານຮ່ວມຂອງທ່ານ ພຸດສິມາລາວົງ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ທ່ານ ນາງເຟຼເດີຣິກາເມເຈີ ຜູ້ຕາງໜ້າອົງການສະຫະປະຊາຊາດກອງທືນ ສຳລັບປະຊາກອນປະຈຳລາວ.​ ມີບັນດາຊ່ຽວຊານດ້ານການສຶກສາແລະ ຜູ້ຕາງໜ້າຈາກກະຊວງກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫຼາຍ.

          ທ່ານ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດມີຄຳເຫັນຕໍ່ທີ່ປະຊຸມວ່າ: ອີງຕາມການປະເມີນຄວາມຕ້ອງການທີ່ໄດ້ຈັດຂຶ້ນໃນໄລຍະຜ່ານມາ, ພວກເຮົາເຫັນໄດ້ວ່າ​​ການສຶກສາປະຊາກອນແມ່ນມີຄວາມຕ້ອງການຫລາຍຈາກຂະແໜງການກ່ຽວຂ້ອງທັງພາກລັດແລະ​ ​ເອກະຊົນ, ຊຶ່ງຂົງເຂດການສຶກສາດັ່ງກ່າວແມ່ນສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງປະເທດໃນປັດຈຸບັນແລະ ພວກເຮົາຍັງໄດ້ສຸມ​​ໃສ່ສ້າງຫຼັກສູດປະລິນຍາໂທໃນສາຂາວິຊາດັ່ງກ່າວໃຫ້ໄດ້ມາດ ຕະຖານໃນລະດັບພາກພື້ນແລະ ສາກົນແລະ ຈຶ່ງການສຶກສາຫຼັກສູດດັ່ງກ່າວເຫັນວ່ານັກສຶກສາມີຄວາມເຂົ້າໃຈກ່ຽວກັບບັນຫາປະຊາກອນທີ່ມີຄວາມໝາຍຕໍສຸຂະພາບ,ການສຶກສາ, ການມີວຽກເຮັດງານທຳ, ການພັດທະນາຕົວເມືອງ, ສະພາບ​​ແວດລ້ອມແລະ ຄວາມປອດໄພຂອງສັງຄົມແລະ ທັກສະໃນການວິເຄາະແລະ ຄົ້ນຄ້ວາທີ່ເປັນປະໂຫຍດສຳລັບຂະແໜງການທັງພາກລັດແລະເອກະຊົນ, ຊຶ່ງຫຼັກສູດປະລິນຍາໂທວິທະຍາສາດສັງຄົມສາຂາການສຶກສາປະຊາກອນແລະ ການພດທະນາມີເປົ້າໝາຍສະໜອງຄວາມຕ້ອງການພັດທະນາດ້ານເສດຖະກິດ-ສັງຄົມຂອງປະເທດ,ຊຶ່ງປະເທດເຮົາຍັງມີຂໍ້ຈຳກັດໃນດ້ານການວິເຄາະປະຊາກອນແລະ ການເຊື່ອມຕໍ່ປະຊາກອນເຂົ້າໃນການພັດທະນາ, ດັ່ງນັ້ນກອງປະຊຸມຄັ້ງນີ້ບັນດາຊ່ຽວຊານດ້ານການສຶກສາແລະ ຜູ້ຕ່າງໜ້າຈາກກະຊວງກ່ຽວຂ້ອງຕ່າງໆຈະ​​ໄດ້ຮ່ວມການປຶກສາຫາລືປະກອບຄຳຄິດເຫັນໃສ່ຮ່າງຫຼັກສູດດັ່ງກ່າວໃຫ້ມີປະສິດທິຜົນ​ ​ແລະ ສົມບູນທີ່ສຸດກ່ອນທີ່ຈະຖືກນຳໃຊ້ຢ່າງເປັນທາງການ.

No comments:

Post a Comment