Ad

Ad

17 November 2016

ນິສສັນທຸກ​ຮຸ້ນ ສາມາດ​​ເຊື່ອມ​ຕໍ່​ອິນ​ເຕີ​ເນັດ 4G ໄດ້​ແລ້ວ

          ວັນທີ 16 ພະຈິກນີ້, ບໍລິສັດ ຕັນຈົງ ມໍເຕີ້ລາວຈຳກັດຜູ້ດຽວ, ​ໄດ້ຈັດພິທີນຳສະເໜີລົດນິສສັນທຸກຮຸ້ນຂອງຕົນ ສາມາດເຊື່ອມຕໍ່ກັບອິນເຕີເນັດ 4G ຄວາມໄວສູງ​​ພາຍໃນລົດ ແບບບໍ່ຈຳກັດ​, ຂຶ້ນທີ່ນະຄອນ ຫລວງວຽງຈັນ, ​ໂດຍການເຂົ້າຮ່ວມຂອງທ່ານ Song Choon Beng ອຳນວຍການ​​ໃຫຍ່ປະຈຳລາວແລະ ກຳປູເຈຍ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງອື່ນເຂົ້າຮ່ວມເປັນຈຳນວນຫລາຍ.
          ຜູ້ອຳນວຍການ ກ່າວວ່າ: ​​ໂດຍການສອດຄ່ອງກັບແນວຄວາມຄິດຂອງລົດທີ່ມີຄວາມ ຫລູຫລາ
ແລ້ວ, ຍັງໄດ້ເສີມອຸປະກອນທີ່ທັນສະໄໝເຂົ້າໄປອີກ​ ​ເພື່ອເຊື່ອມໂຍງກັບ​​ເທັກໂນໂລຊີທີ່ມີຄວາມທັນສະໄໝ ເຂົ້າໃນ​​ຊີວິດປະຈຳວັນ, ​ໂດຍການ​​ເຊື່ອມຕໍ່ອິນເຕີເນັດທີ່ບໍ່ມີຂອບເຂດຈຳກັດເຂົ້າໃນລົດນິສສັນທຸກລຸ້ນເພື່ອສ້າງຄວາມສະດວກສະບາຍໃຫ້​​ລູກຄ້າຜູ້ໃຊ້ລົດປະເພດດັ່ງກ່າວ.

          ບໍລິສັດ ຕັນຈົງເປັນບໍສັດໃນເຄືອຂອງບໍລິສັດ ຕັນຈົງ ມໍເຕີ້ໂຮນດິ້ງ ບີເຮັຈດີ ມາເລເຊຍ, ຊຶ່ງເປັນບໍສັດຕົວແທນຈຳໜ່າຍລົດໃຫຍ່ຍີ່ຫໍ້ ນິສສັນພຽງຜູ້ດຽວໃນລາວ.

No comments:

Post a Comment