Ad

Ad

17 November 2016

ຫົວ​ເຫວີຍ​ P9 ມີ​ຍອດ​ຂາຍ​ເຖິງ 9 ລ້ານ​ກວ່າ​ເຄື່ອງ


          ​ເມື່ອບໍ່ດົນມານີ້, ບໍລິສັດ ຫົວເຫວີຍ ປະກາດຄວາມສຳເລັດຂອງຕົນ, ​ໂດຍສາມາດຍົກສູງຍອດຂາຍໂທລະສັບມືຖືຫົວເຫວີຍຮຸ່ນ P9 ບັນລຸເຖິງ 9 ລ້ານກວ່າເຄື່ອງ, ​ໃນນີ້ ພຽງ 2 ​ເດືອນທຳອິດຂອງການເປີດ​​ໂຕ ສາມາດຂາຍ​​ໄດ້ 3 ລ້ານເຄື່ອງ, ຊຶ່ງບໍ່ໄດ້ລວມກັບຮຸ່ນອື່ນໆຂອງຍີ່ຫໍ້ຫົວເຫວີຍ, ຄວາມສຳເລັດຄັ້ງນີ້ເປັນອີກກ້າວໜຶ່ງທີ່ສຳຄັນຂອງບໍລິສັດ, ​ໂດຍການໃຊ້ເວລາຫລາຍປີສົມຄວນໃນການເລີ່ມຕົ້ນກັບການແຂ່ງຂັນກັບຜູ້ຜະລິດໂທລະສັບມືຖືຍີ່ຫໍ້ອື່ນ, ​ເຊິ່ງມາຮອດປັດຈຸບັນ ຫົວ​​ເຫວີຍໄດ້ກາຍເປັນທີ່ຮູ້ຈັກ​​ ​ແລະ ມີຊື່ສຽງໃນທົ່ວໂລກ. ນອກນີ້ ບໍລິສັດ ຫົວເຫວີຍ ຍັງຄາດຫວັງວ່າຈະສູ້ຊົນ​​ເຮັດຍອດຂາຍ P9 ​ໃຫ້ເກີນ 10 ລ້ານເຄື່ອງພາຍໃນປີ 2016ນີ້.

          ຫົວເຫວີຍ P9 ​ເປັນມືຖືສະມາດໂຟນຮຸ່ນພິເສດ, ​ຈໍໃຫຍ່​, ມີກ້ອງທີ່ຄົມຊັດຂຶ້ນກວ່າເກົ່າ, ຍ້ອນເປັນກ້ອງເລນຄູ່ຈາກແບຣນກ້ອງຖ່າຍຮູບ Leica, ພ້ອມທັງຄຸນຄ່າທີ່ຫລາກຫລາຍແລະເປັນທີ່ນິຍົມຂອງໄວໜຸ່ມໃນປັດຈຸບັນອີກດ້ວຍ.

No comments:

Post a Comment