Ad

Ad

17 November 2016

ຄຳ​ສັ່ງ​ເລກທີ 15 ນຍ ຈົ່ງ​ເປັນ​ຄ້ອນ​ຕະບອງ​ເພັດ

ໂດຍ: ຄຳເຜີຍ ສີຊະນະມຸງຄຸນ
    ທິດກໍ່າວ່າ: ເສຍທີແຕ່ຄຳສັ່ງເລກທີ 15/ນຍ ມັນອອກຊ້າໂພດ. ສົມມຸດຖ້າອອກແຕ່ຫ້າປີສິບປີກ່ອນ ໄມ້ໃນປ່າດົງດິບອາດຈະບໍ່ໝົດຫລາຍປານນີ້. ອີກບໍ່ພໍເຮົາກໍຈະພາກັນໄດ້ເງິນຫລາຍຕື້ຫລາຍໂກດມາສ້າງສາປະເທດຊາດໃຫ້ຈະເລີນກ້າວໜ້າໄວກວ່ານີ້. ພັກ- ລັດມີເງິນມີຄໍາຫລາຍພະນັກງານກໍຈະໄດ້ເງິນເດືອນເປັນປົກກະຕິ, ແຕ່ກົງກັນຂ້າມ ຖ້າຫາກປະປ່ອຍແກ່ຍາວໄປອີກ 5 ປີ ຫລື 10 ປີຂ້າງໜ້າ ຢ້ານວ່າປ່າດົງດິບ ຫລື ປ່າສະຫງວນຫລາຍບ່ອນອາດກາຍເປັນປ່າເລົ່າ. ຕາມທິດກໍ່າວ່າ: ໃນຫລາຍປີຜ່ານ ມາ, ເຖິງວ່າພວກເຮົາພາກັນເວົ້າຢູ່ໄຈ້ໆ, ປູກຢູ່ໄຈ້ໆ ເພື່ອເຮັດໃຫ້ພູປອກໂຫລ້ນ ຫລື ຜືນປ່າເລົ່າກາຍ ເປັນດົງ ຍ້ອນການປູກນັ້ນມັນບໍ່ເຫັນເປັນຕົນເປັນໂຕຂຶ້ນມາພໍໄດ້ເວົ້າອ້າງ, ສ່ວນຫລາຍແມ່ນເຫັນແຕ່ປ່າດົງຕຶບໜາກາຍເປັນປ່າເລົ່າ ເຊັ່ນຕົວຢ່າງຢູ່ໃນກ້ອງຂີ້ແຮ້ນະຄອນຫລວງເຮົາກໍແມ່ນດົງໝາກຄາຍ ແລະ ດົງອື່ນໆບ່ອນໃກ້ຄຽງ, ສ່ວນວ່າບ່ອນສອກຫລີກຫ່າງໄກຍິ່ງແຮ້ງກະເຕັກ.

     ໃນຄວາມເປັນຈິງແລ້ວ, ທິດກໍ່າຢາກໃຫ້ຄຳສັ່ງເລກທີ 15/ນຍ ກາຍເປັນໄມ້ຄ້ອນຕະບອງເພັດທີ່ໄຮ້ທຽມທານ. ເປັນຫຍັງຈຶ່ງວ່າແນວນັ້ນ ? ເພາະຄ້ອນຕະບອງເພັດເປັນໄມ້ຄ້ອນວິເສດ, ເປັນກົກຊີ້ຕາຍປາຍຊີ້ເປັນ, ຕົກໃສ່ນ້ຳບໍ່ໄຫລຕົກໃສ່ໄຟບໍ່ໄໝ້, ປຽບເໝືອນຄຳສັ່ງເລກທີ 15/ນຍ ທີ່ພວກເຮົາພວມຈັດຕັ້ງ ປະຕິບັດໃນປັດຈຸບັນນີ້. ອັນສາເຫດຂອງມັນກໍຍ້ອນວ່ານັບແຕ່ມີການຈັດຕັ້ງປະຕິບັດຄຳສັ່ງດັ່ງກ່າວເປັນຕົ້ນມາ ເຫັນວ່າມັນມີຜົນຕອບຮັບຢ່າງໜ້າເພິ່ງພໍໃຈ ແລະ ສາມາດປ້ອງກັນສະກັດກັ້ນປາກົດການຫຍໍ້ທໍ້ຕ່າງໆກ່ຽວກັບການລັກລອບຕັດໄມ້, ທຳລາຍປ່າໄມ້, ຄ້າໄມ້, ເຄື່ອນຍ້າຍໄມ້, ທຸລະກິດກ່ຽວກັບໄມ້. ຈາກຜົນໄດ້ ຮັບທີ່ກ່າວມານີ້ ແມ່ນຜ່ານການຕີລາຄາຈາກກອງປະຊຸມລະຫວ່າງທ່ານນາຍົກລັດຖະມົນຕີ-ຮອງນາຍົກລັດ ຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງໃນບໍ່ດົນມານີ້.
    ຕາມການສະຫລຸບລາຍງານຂອງຄະນະສະເພາະກິດໃນຂັ້ນຕ່າງໆທີ່ລັດຖະບານຕັ້ງຂຶ້ນ ນັບແຕ່ເດືອນພຶດສະພາ 2016 ເປັນຕົ້ນມາ ແມ່ນສາມາດກວດກາພົບເຫັນໄມ້ທີ່ຍັງຄ້າງຄາຢູ່ສະໜາມຕ່າງໆໃນທົ່ວປະເທດຫລາຍກວ່າ 270 ພັນແມັດກ້ອນ, ໂຕທີ່ເສຍພາສີຖືກຕ້ອງ 79 ພັນແມັດກ້ອນ ຕົກເປັນເງິນ 43 ຕື້ກີບ ແລະ 3,6 ລ້ານໂດລາ ສະຫະລັດ. ໄມ້ທີ່ຍັງຄ້າງບໍ່ທັນໄດ້ມອບພາສີ 191 ພັນກວ່າແມັດກ້ອນ, ຢຶດເປັນຂອງລັດ 55 ພັນກວ່າແມັດກ້ອນ, ເຫັນໄມ້ຄ້າງສະໜາມແຕ່ປີຜ່ານມາຫລາຍກວ່າ 104 ພັນແມັດກ້ອນ, ກວດກາໂຮງງານປຸງແຕ່ງໄມ້ໃນທົ່ວປະເທດໄດ້ທັງໝົດ 2.749 ຫົວໜ່ວຍ ໃນນີ້ບໍ່ມີໃບອະນຸຍາດ 1.154 ຫົວໜ່ວຍ. ນອກຈາກນີ້ ຍັງກວດກາເຫັນໂຮງງານທີ່ຕັ້ງຢູ່ໃກ້, ຢູ່ໃນປ່າສະຫງວນ, ປ່າຜະລິດ ແລະ ປ່າຫວງຫ້າມເກືອບ 30 ແຫ່ງ. ກວດກາພົບເຫັນການຕັດໄມ້ເກີນໂກຕາ, ລັກຕັດໃນເຂດບໍ່ອະນຸ ຍາດ, ສາມາດຢຶດກົນຈັກ, ກັກຕົວຜູ້ລະເມີດຢຶດລົດແກໄມ້ໄດ້ 11 ຄັນ ມີທັງລົດດຸດ, ລົດຍົກ, ລົດຟໍຈູນ ເນີ, ລົດຂົນສົ່ງໄມ້, ໂຕະຊອຍ, ຈັກຕັດໄມ້, ຢຶດລົດທີ່ສວຍໂອກາດແກ່ເອົາໄມ້ຂ້າມຊາຍແດນໄດ້ຫລາຍຄັນ ແລະ ມີໄມ້ຢ່າງຫລວງຫລາຍແມັດກ້ອນ. ອັນໂຕທີ່ເຫັນຈະໆແມ່ນກວດເຫັນໂຮງຊອຍໄມ້ຢູ່ໃກ້ ແລະ ຢູ່ໃນປ່າສະຫງວນ ແລະ ປ່າຫວງຫ້າມ. ກະຂອງແນວມັນແມ່ນ ! ໂດດໄປຕັ້ງໂຮງໄມ້ໂຮງຊອຍຢູ່ໃນປ່າສະຫງວນເກີນວ່າສະໜຸກຕັດ ເພາະໄມ້ໃຫຍ່ໆໂຕເປັນອຸ້ມມັນບໍ່ອຶດບໍ່ຢາກ. ຄິດໄປຄິດມາບໍ່ຈັກວ່າເພິ່ນໄປເຮັດໄດ້ແນວໃດ. ຕາມທິດກໍ່າວ່າ: ອາດແມ່ນຜູ້ພາເວົ້ານັ້ນລະເປັນຜູ້ພາເຮັດ.

     ບັນດາຕົວເລກຕົວຜາທີ່ທິດກໍ່າໄດ້ຍົກເອົາມາເວົ້າສູ່ກັນຟັງນີ້ແມ່ນແກະເອົາແຕ່ໂຕໃຫຍ່ໆ, ສ່ວນວ່າຕົວເລກກິໆກີໆນັ້ນກໍຍັງມີຫລາຍເຫລືອມາກບໍ່ອຶດບໍ່ຢາກ. ໃນຕົວເລກທີ່ກ່າວມານີ້ພຽງແຕ່ຄະນະສະເພາະກິດແຕ່ລະຂັ້ນເລີ່ມເຮັດວຽກມາແຕ່ຄ່າມີຄຳສັ່ງເລກທີ 15/ນຍ ໄລຍະເດືອນພຶດສະພາຫາຕົ້ນເດືອນກັນຍາມານີ້ເທົ່ານັ້ນ, ແຕ່ຖ້າເຮົາພາກັນບວກລົບ, ຄູນຫານໄລ່ມາແຕ່ 5 ປີ 10 ປີຄືນຫລັງມັນຊິມີຈັກບ່ອນ, ຈັກ ແມັດກ້ອນ, ຈັກຄັນລົດແລ້ວເງິນມັນຈະມີຈັກຕື້, ຈັກໂກດ. ມັນກໍຂອງສົມພໍໄມ້ໃນປ່າໃນດົງມັນຈຶ່ງໝົດໄປໝົດໄປຕິກໆ. ປ່າໄມ້ເປັນຊັບພະຍາກອນຂອງຊາດ, ທຳລາຍປ່າໄມ້ກໍຄືທຳລາຍຊາດ. ທິດກໍ່າຂໍວິ້ງວອນໃຫ້ຄຳສັ່ງເລກທີ 15/ນຍ ຈົ່ງເປັນຄ້ອນຕະບອງເພັດທີ່ໄຮ້ທຽມທານ, ຢ່າເປັນຄືໄຟລາມເຟືອງ ຫລື ຢ່າສ້ວຍຄື ຫາງຂີ້ໂກະ. ຂໍໃຫ້ປຸກປານຢາບ້ານຫ້ອມ ເດີ້ອີ່ຫລ້າຄຳເຫລືອງເອີຍ !.

No comments:

Post a Comment