Ad

Ad

24 May 2016

ເຈົ້າ​ໜ້າ​ທີ່​ຍັງ​ບໍ່​ຮູ້​ສາ​ເຫດ​ໄຟ​​ໄໝ້​ຕະຫລາດ​ດາວ​ເຮືອງ

ແຂວງຈຳປາສັກຕັ້ງທີມສະເພາະກິດເພື່ອຄົ້ນຫາສາເຫດຂອງໄຟໄໝ້ຕະຫຼາດໃໝ່ປາກເຊ:ເມື່ອຮຸ່ງເຊົ້າວັນທີ 17 ພຶດສະ ພາຜ່ານມາ, ອັນໄດ້ສ້າງຄວາມເສຍຫາຍອັນມະຫາສານໃຫ້ແກ່ພໍ່ຄ້າຊາວຂາຍໃນຕະຫຼາດດັ່ງກ່າວ ​ແລະ ໃນຕອນບ່າຍວັນທີ 17 ພຶດສະພາ 2016, ຄະນະພັກ-ອຳນາດການປົກຄອງແຂວງຈຳປາສັກເຊິ່ງນຳໂດຍທ່ານ ບົວລິນ ວົງພະຈັນ ຮອງເຈົ້າແຂວງໆຈຳປາສັກ ຮ່ວມກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງຂອງເມືອງປາກເຊ ໄດ້ຈັດກອງປະຊຸມປຶກສາຫາລືກັນກ່ຽວກັບການແຕ່ງຕັ້ງຄະນະກຳມະການສະເພາະກິດ ເພື່ອເຄື່ອນໄຫວເກັບກຳຂໍ້ມູນ ແລະ ສຳຫຼວດກວດກາທາງດ້ານເຕັກນິກໃນການຊອກຫາສາເຫດການເກີດອັກຄີໄພຄັ້ງ​ນີ້, ຈາກນັ້ນກໍ່ປຶກສາຫາລືການປັບປຸງ, ເກັບກູ້ ແລະ ຟື້ນຟູ ຕະຫຼາດ ໂດຍສະເພາະຕຶກຂາຍຊິ້ນປາອາຫານທີ່ເສຍຫາຍບໍ່ຫຼາຍ ເພື່ອໃຫ້
ປະຊາຊົນສາມາດກັບມາຄ້າຂາຍຄືນໃໝ່, ສຳລັບຜູ້ຂາຍເສື້ອຜ້າ ແລະ ເຄື່ອງຢ່າງຕ່າງໆ ຈະຈັດສັນຫຍັບຍ້າຍໄປຂາຍຢູ່ສະໜາມກິລາຫຼັກ 2. ບໍລິສັດ ບໍລິການ ການຄ້າ ປາກເຊ ລາຍງານວ່າ: ຈາກການປະເມີນເບື້ອງຕົ້ນ ມີຫ້ອງຂາຍໃນຕຶກ ເອ, ບີ, ຊີ, ດີ ແລະ ຕຶກໃຫຍ່ໃຈກາງ ຂະໜາດ 3,5x3,5 ແມັດ ຖືກໄໝ້ເສຍຫາຍລວມທັງໝົດ 257 ຫ້ອງ, ປະເພດຕູ້ເຫຼັກສຳລັບໃສ່ຂາຍເຄື່ອງນຸ່ງ ແລະ ເຄື່ຶອງໃຊ້ມີ 119 ຕູ້, ປະເພດໂຕະຂາຍເຄື່ອງແຫ້ງ, ປາ, ອາຫານທະເລ ແລະ ອື່ນໆມີ 173 ໂຕະ, ສະຖານທີ່ຂາຍຢາເສັ້ນ, ເຜິ້ງ, ທຽນ ແລະ ໝາກໄມ້ມີ 64 ລັອກ, ປະເພດຕູ້ຂາຍໂທລະສັບມີ 3 ໜ່ວຍ, ສ່ວນມູນຄ່າຄວາມເສຍຫາຍ ແລະ ສາເຫດຂອງອັກຄີໄພຄັ້ງນີ້ ຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນຂອງເຈົ້າໜ້າທີ່ ແລະ ພາກສ່ວນກ່ຽວຂ້ອງ .ຂ່າວ​ຍັງ​ໃຫ້​ຮູ້​ອີກ​ວ່າ:          ​ເວລາປະມານ 19:00 ​ໂມງຂອງວັນທີ 21 ພຶດສະພານີ້, ​ໄດ້ເກີດເຫດໄຟໄໝ້ເຮືອນຫລັງໜຶ່ງ, ຢູ່ບ້ານດົງປ່າແຫລບ, ​ເມືອງຈັນທະບູລີ ນະຄອນ ຫລວງວຽງຈັນ, ຊຶ່ງ​​ເປັນເຮືອນຂອງນາງ ວຽງແກ້ວ ທິນະວົງສີ, ອາຍຸ 58 ປີ, ​ໂດຍບໍ່ມີຄົນຢູ່ເປັນເວລາ​ 6 ​ປີແລ້ວ, ສ່ວນສາເຫດຂອງອັກຄີໄພຄັ້ງນີ້ຍັງຢູ່ໃນຂັ້ນຕອນ​​ສືບສວນ​-ສອບສວນແລະ ຄາດວ່າອາດຈະເກີດມາຈາກ​​ໄຟຟ້າລັດວົງຈອນເພາະລະບົບໄຟໃນເຮືອນຢູ່ໃນສະພາບເກົ່າແກ່ຫລາຍ.

ຂະນະດຽວກັນ ​​ໃນເວລາປະມານ 11:30 ຂອງວັນທີ 17 ພຶດສະພາຜ່ານມາ, ກໍໄດ້ເກີດເຫດໄຟ​​ໄໝ້ເຮືອນຂອງຄອບຄົວນາງ ວົງເດືອນ, ຢູ່ບ້ານໂພນມ່ວງ, ​ເມືອງນາຊາຍທອງ, ນະຄອນຫລວງວຽງຈັນເສຍຫາຍ 1 ຫ້ອງນອນ, ສາເຫດແມ່ນເກີດຈາກສາຍໄຟເກົ່າແກ່ບໍ່ໄດ້ປ່ຽນຖ່າຍມາເປັນເວລາຫລາຍປີແລ້ວ ຈຶ່ງເຮັດໃຫ້ໄຟຊ່ອດ. ດັ່ງນັ້ນ ຈຶ່ງເຕືອນມາຍັງທຸກຄົນທີ່ນຳ​​ໃຊ້ໄຟຟ້າ ຈົ່ງມີຄວາມລະ ມັດລະວັງ​​ເພື່ອຫລີກເວັ້ນຈາກຜົນເສຍຫາຍດັ່ງກ່າວ.

No comments:

Post a Comment