Ad

Ad

24 May 2016

ມື້ໜຶ່ງ​ຄົນ​ລາວ​ຕາຍ​ຍ້ອນ​ຢາສູບ​ຫລາຍ​ກວ່າ 10 ຄົນ


            ທ່ານລັດຖະມົນຕີກະຊວງສາທາລະນະສຸກ ດຣ. ບຸນກອງ ສີຫາວົງໃຫ້ສຳພາດໃນວັນທີ 23 ພຶດສະພານີ້ເນື່ອງໃນໂອກາດວັນງົດສູບຢາໂລກ 31 ພຶດສະພາແລະ ວັນງົດຢາສູບແຫ່ງຊາດ ຄົບຮອບ 7 ປີວ່າ: ປັດຈຸບັນຢູ່ລາວມີຜູ້ເສຍຊີວິດຍ້ອນຢາສູບປະມານ 13 ຄົນຕໍ່ມື້, ຂະນະທີ່ຜູ້ສູບຢາທີ່ມີອາຍຸ 15 ປີມີຫລາຍກວ່າລ້ານຄົນ, ຈາກຄວາມອັນຕະລາຍດັ່ງກ່າວ ການສະຫລອງວັນງົດສູບຢາປີນີ້ຈຶ່ງມີຄຳຂວັນວ່າ: “ການພິມຄຳເຕືອນສຸຂະພາບທີ່ເປັນຮູບພາບໃຫຍ່ໃສ່ຊອງຢາສູບ” ​ເພື່ອສະແດງໃຫ້ເຫັນເຖິງຜົນຮ້າຍທີ່ເກີດຈາກການສູບຢາແລະ ການໄດ້ຮັບຄວັນຢາສູບ. ທຸກໆປີອົງການອະນາໄມໂລກແລະ ປະເທດພາຄີໄດ້ພ້ອມກັນກຳນົດນະໂຍບາຍແລະແຜນງານຕ່າງໆເພື່ອໃຫ້ການບໍລິໂພ ຢາສູບຫລຸດລົງເທື່ອລະກ້າວ.

            ທ່ານລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ: ປັດຈຸບັນ ບັນດາປະເທດສະມາຊິກອາຊຽນໄດ້ອອກນິຕິກຳກ່ຽວກັບການພິມຄຳເຕືອນສຸຂະພາບທີ່ເປັນຮູບໃສ່ວັດຖຸຫຸ້ມຫໍ່ຜະລິດຕະພັນຢາສູບແລ້ວ. ດັ່ງນັ້ນ ຈຶ່ງຮຽກຮ້ອງມາຍັງຜູ້ດຳເນີນທຸລະກິດຜະລິດແລະ ນຳເຂົ້າຜະລິດຕະພັນຢາສູບຈົ່ງພ້ອມກັນຈັດຕັ້ງປະຕິບັດພັນທະສາກົນດັ່ງກ່າວຢ່າງເຂັ້ມງວດດ້ວຍ.

No comments:

Post a Comment