Ad

Ad

2 December 2015

ຫລາຍ​ເສັ້ນທາງ​ຈະ​ຖືກ​ປິດ​ການ​ສັນຈອນ​ຊົ່ວ ​ໃນ​ວັນ​ທີ 2 ທັນວາ​ນີ້

     ​ກອງບັນຊາການ ປກສ ນະຄອນຫລວງວຽງຈັນ ໄດ້​​ປະກາດແຈ້ງການປິນຳໃຊ້ເສັ້ນທາງຊົ່ວຄາວຄື: 1.) ຖະໜົນໄກສອນ ພົມວິຫານ - ວົງວຽນ 450 ປີ - 4​ ແຍກ​ ​ຂົວຮ່ອງແຊງ (​ໄຟແດງຄ້ອຍໂພນເຄັງ); 2.) ຖະໜົນ 23 ສິງຫາ - 4​​ ແຍກໄຟແດງທາດຫລວງ; 3.) 4 ​ແຍກໄຟແດງວັດນາໄຊ - 3​ແຍກໜອງບອນ (ລ້ຽວຊ້າຍໄປໄຟ​​ແດງທາດຫລວງ) ​ແລະ 4.) ຖະໜົນກຳແພງເມືອງ - 4​ ແຍກໄຟແດງຂົວຮ່ອງແຊງ ຕາມທາງຮ່ອມທີ່ສາມາດເຂົ້າໄປເຖິງເດີ່ນພະທາດຫລວງ​​ແມ່ນປິດບໍ່​​ໃຫ້ຜ່ານຢ່າງເດັດຂາດ.
     ​ທ່ານ ພັຕ ສັງຄົມ ພົມມະລາດ ຮອງຫົວໜ້າພະແນກຕຳຫລວດຈະລາຈອນ ນະຄອນຫລວງວຽງຈັນໄດ້ຖະແຫລ​​ກ່ຽວກັບການປິດນຳໃຊ້​​ຖະໜົນຕ່າງໆດັ່ງກ່າວ ໃນວັນທີ 30 ພະຈິກນີ້​, ຢູ່ຫ້ອງຕຳຫລວດ
ນະຄອນຫລວງວຽງຈັນວ່າ: ​ເພື່ອຮັບປະກັນໃຫ້ແກ່ການສະ​​ເຫລີມສະຫລອງວັນຊາດທີ 2 ທັນວາ​​ນີ້ ມີຄວາມເປັນລະບຽບຮຽບຮ້ອຍ, ກອງບັນຊາການ ປກສ ນະຄອນຫລວງວຽງຈັນ ຈຶ່ງໄດ້ອອກແຈ້ງການໃຫ້ຊາບທົ່ວເຖິງກັນດັ່ງນີ້: ​ເລີ່ມປິດການນຳໃຊ້ຖະໜົນຕ່າງໆຊົ່ວຄາວ​​ນັບແຕ່​​ເວລາ 5:00 ຂອງວັນທີ 2 ທັນວານີ້ ຈົນກວ່າຈະສຳເລັດພິທີການຕ່າງໆໃນວັນດັ່ງກ່າວ, ສຳລັບລົດທີ່ຂົນສົ່ງກ້ອນກຳລັງສວນສະໜາມແມ່ນໃຫ້ຈອດໄວ້ທີ່ສວນປະຕູໄຊ ຫລື ບ່ອນຈອດລົດທີ່ຄະນະກຳມະການສວນສະໜາມກຳນົດໄວ້​​ໃຫ້ແລະ ຫ້າມເດັດຂາດນຳໃຊ້ລົດຂົນສົ່ງວັດສະດຸກໍ່ສ້າງປະເພດ: ດິນດຳ, ດິນແດງ, ຫີນແຮ່, ຊາຍ, ລົດໂມ້ປູນ, ລົດປ້ຳປູນແລະ ລົດຂົນສົ່ງອື່ນໆເຂົ້າຮັບໃຊ້ໂຄງການກໍ່ສ້າງຕ່າງໆໃນຊ່ວງໄລຍະນີ້; ທຸກໆໂຄງການກໍ່ສ້າງຕ້ອງມີຮົ້ວອ້ອມສະໜາມກໍ່ສ້າງໄລຍະຫ່າງຂອງແລວຮົ້ວຢ່າງໜ້ອຍ 1,5​ ແມັດນັບຈາກຟຸດບາດທາງຍ່າງເບື້ອງນອກ, ມີການກັ້ງບັງອາຄານທີ່ກໍ່ສ້າງໃໝ່, ຫ້າມບໍ່ໃຫ້ວາງວັດສະດຸກໍ່ສ້າງ, ກອງຫີນ-ຊາຍແລະ ອື່ນໆໃນເຂດສະຫງວນ​, ຖ້າຫາກພົບເຫັນວ່າມີການລະເມີດແມ່ນຈະໄດ້ປະສານກັບອຳນາດການປົກຄອງເມືອງແລະ ພາກສ່ວນກ່ຽວຂ້ອງເພື່ອດຳເນີນມາດຕະການຕາມລະບຽບກົດໝາຍຢ່າງເຂັ້ມງວດ.

     ສຳລັບມວນຊົນທີ່ຈະເຂົ້າຮ່ວມຊົມການສະແດງ ​​ໃນໂອກາດສະເຫລີມສະຫລອງວັນຊາດທີ 2 ທັນ ວານີ້, ​​ເຈົ້າໜ້າທີ່ໄດ້ກຳນົດຂອບເຂດ​​ໄວ້ໃຫ້ເປັນທີ່ຮຽບຮ້ອຍແລ້ວ, ທັງນີ້ກໍເພື່ອຄວາມເປັນລະບຽບຮຽບຮ້ອຍດ້ານການສັນຈອນ. ດັ່ງນັ້ນ ຈຶ່ງຮຽກຮ້ອງໃຫ້ທຸກພາກ ສ່ວນໃນສັງຄົມຈົ່ງຮ່ວມມືກັນເພື່ອຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດດ້ວຍ.

No comments:

Post a Comment