Ad

Ad

2 December 2015

ລາວສະຫລອງວັນສາກົນເພື່ອລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກຍິງ

ພິທີສະເຫລີມສະຫລອງວັນລຶບລ້າງ ແລະ ຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ (25 ພະຈິກ), ໄດ້ຈັດຂຶ້ນໃນວັນທີ 27 ພະຈິກນີ້, ທີ່ໂຮງຮຽນມັດທະຍົມສົມບູນວຽງຈັນ, ນະຄອນ ຫລວງວຽງຈັນ, ໂດຍມີທ່ານລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ ແລະ ກິລ າລີຕູ້ ບົວປາວ, ມີຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈໍາລາວ, ພ້ອມດ້ວຍພະນັກງານຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມເປັນຈໍານວນຫລາຍ.
ທ່ານລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ ແລະ ກິລາໄດ້ກ່າວວ່າ: ບັນຫາການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງເປັນບັນຫາເກີດຂຶ້ນໃນທຸກປະເທດທົ່ວໂລກ, ຊຶ່ງເປັນການລະ ເມີດສິດທິສ່ວນບຸກຄົນ ແລະ ເປັນອຸປະສັກໃຫຍ່ຫລວງທີ່ກີດກັ້ນແມ່ຍິງ ແລະ ເດັກຍິງບໍ່ໃຫ້ໄດ້ຮັບສິດຂອງຕົນ
ຢ່າງເຕັມສ່ວນເປັນຕົ້ນ: ສິດໃນການສຶກສາ, ການຮັກສາສຸຂະພາບ, ການປະກອບອາຊີບ ແລະ ອື່ນໆ. ດັ່ງນັ້ນເພື່ອສືບຕໍ່ສົ່ງເສີມໃຫ້ແມ່ຍິງ ແລະ ເດັກຍິງໄດ້ຮັບການປົກປ້ອງຈາກການໃຊ້ຄວາມຮຸນແຮງທຸກຮູບແບບ ແລະ ມີໂອກາດພັດທະນາກ້າວໄປຂ້າງໜ້າຢ່າງເຕັມສ່ວນ, ໂດຍສະເພາະແມ່ນການໄດ້ຮັບສິດສະເໝີພາບລະຫວ່າງຍິງ-ຊາຍ, ພວກເຮົາຈົ່ງພ້ອມກັນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງທຸກຮູບແບບ, ໂດຍສະເພາະການສະແດງສັນຍາລັກດ້ວຍການຕິດໂບສີຂາວເພື່ອສະແດງພະລັງໃຫ້ແກ່ແມ່ຍິງ ແລະ ເດັກຍິງໃຫ້ໄດ້ຮັບຜົນສໍາເລັດຂອງຄວາມສະເໝີພາບລະຫວ່າງຍິງ-ຊາຍທີ່ແທ້ຈິງ.

No comments:

Post a Comment