Ad

Ad

2 December 2015

ສະຫະລັດອາເມລິກາຊ່ວຍລາວກະກຽມສໍາລັບການເປັນປະທານອາຊຽນ

ເມື່ອບໍ່ດົນມານີ້, ກົມອາຊຽນດກະຊວງການຕ່າງປະເທດ, ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບການກະກຽມສໍາລັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2016, ໂດຍໄດ້ຮັບການສະໜັບ ສະໜູນຈາກສູນການສຶກສາຄວາມໝັ້ນຄົງປະຈໍາພາກພື້ນປາຊີຟີກ (DKI APCSS) ແລະ ສະຖານທູດສະຫະລັດອາເມລິກາ ປະຈໍາລາວ, ກອງປະຊຸມດັ່ງກ່າວໄດ້ເນັ້ນໃສ່ຍົກລະດັບວຽກງານສື່ສານ ແລະ ການພົວພັນເພື່ອຊ່ວຍ ສປປ ລາວ ໃນການເປັນປະທານອາຊຽນໃນປີ 2016 ທີ່ຈະມາເຖິງນີ້ໃຫ້ສໍາເລັດຜົນຢ່າງຈົບງາມ.


ກອງປະຊຸມດັ່ງກ່າວໂດຍການເປັນປະທານຂອງທ່ານ ຈະຕຸລົງ ບົວສີສະຫວັດ ຮອງຫົວໜ້າກົມອາຊຽນກະຊວງການຕ່າງປະເທດ ແລະ ທ່ານ ໄມໂຄ ຕອຍຣີລາ ເລຂາໜຶ່ງພະແນກວຽກງານການເມືອງ ແລະ ເສດຖະກິດສະຖານທູດອາເມລິກາປະຈໍາລາວ, ມີຜູ້ຕາງໜ້າຈາກບັນດາກະຊວງ, ອົງການຕຈັດຕັ້ງຕ່າງໆເຂົ້າຮ່ວມເປັນຈໍານວນຫລາຍ.

No comments:

Post a Comment