Ad

Ad

30 November 2015

ໄຂ​​ວາງສະ​ແດງ​ຜົນງານ 40 ປີ, ວຽງ​ຈັນ EXPO 2015

ງານວາງສະແດງຜົນງານ 40 ປິ ວຽງຈັນ EXPO 2015 ​ເພື່ອຂຳ່ນັບຮັບຕ້ອນວັນສະຖາປານາ ສປປ ລາວວັນທີ 2 ທັນວາ​​ຄົບຮອບ 40 ປີ ໄຂຂຶ້ນຢ່າງເປັນທາງການໃນວັນທີ 28 ພະຈິກນີ້, ທີ່ສູນການຄ້າໄອເຕັກມໍ ຊັ້ນ 7,  ​​ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງສິງ ທຳມະວົງນາຍົກລັດຖະມົນຕີ​, ມີທ່ານສົມສະຫວາດເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ມີບັນດາລັດຖະມົນຕີ, ​ເຈົ້າແຂວງ, ​ເຈົ້າຄອງນະຄອນຫຼວງວຽງຈັນ, ທຸຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ພ້ອມດ້ວຍນັກທຸລະກິດທັງພາຍໃນແລະ ຕ່າງປະເທດເຂົ້າຮ່ວມເປັນຈຳນວນຫຼາຍ.

          ໃນພິທີທ່ານ ນາງເຂັມມະນີ ພົນ​​ເສນາ ລັດຖະມົນຕີວ່າການກະຊວງອຸດສາຫະກຳແລະ ການຄ້າ, ທັງເປັນຫົວໜ້າອະນຸກຳມະກຳຈັດງານດັ່ງກ່າວໄດ້ລາຍງານວ່າ: ​ເພື່ອສະເຫຼີມສະຫຼອງວັນສະຖາປານາ
ສປປ ລາວ ຄົບຮອບ 40  ​ແລະ ສະທ້ອນໃຫ້ເຫັນເຖິງຜົນສຳເລັດຂອງການພັດທະນາໃນ 40 ປີຜ່ານມາ, ພັກ-ລັດຖະບານຈຶ່ງ​​ໄດ້ຈັດງານວາງສະແດງຄັ້ງນີ້ຂຶ້ນ, ​ເພື່ອເປັນກິດຈະກຳປະກອບສ່ວນ​​ເຂົ້າໃນການສະເຫຼີມສະຫຼອງວັນຊາດທີ 2 ທັນວາຄົບຮອບ 40 ປີ,​ ໂດຍຖືເອົາໂອກາດນີ້ໂຄສະນາເຜີຍ​​ແຜ່ແນວທາງອັນຖືກຕ້ອງຂອງພັກແລະ ລັດຖະບານໃນພາລະກິປົກປັກຮັກສາແລະ ສ້າງສາປະເທດຊາດ, ສ້າງຄວາມ​​ເຊື້ອໝັ້ນອັນໜັກແໜ້ນຕໍ່ອະນາຄົດ​​ໃນການກ້າວຂຶ້ນຂອງປະເທດຊາດ,​​ ທັງເປັນການໂຄສະນາຜົນສຳເລັດຂອງການພັດທະນາຕະຫຼອດໄລຍະ 40 ປີຜ່ານມາ,​ໂດຍສະເພາະແມ່ນວາງສະແດງສິນຄ້າ ​​ແລະ ຜະລິດຕະພັນທີ່ເປັນທ່າແຮງແລະແຫຼ່ງລາຍຮັບຂອງເສດຖະກິດແຫ່ງຊາດ, ບັນ ດາໂຄງການສະໜັບສະໜູນທີ່ປິ່ນອ້ອມເຊັ່ນ​​ໂຄງການໜຶ່ງເມືອງໜຶ່ງຜະລິດຕະພັນ(​ODOP), ທັງເປັນການສ້າງໂອກາດໃຫ້ນັກທຸລະກິດ​​ໄດ້ມີໂອກາດຕິດຕໍ່ພົວພັນແລະແລກປ່ຽນບົດຮຽນປະສົບການແລະໄດ້ຊີ້- ຂາຍຮ່ວມກັນ, ງານຄັ້ງນີ້ມີຫົວໜ່ວຍທຸລະກິດຈາກພາຍໃນ ​​ເເລະ ຕ່າງປະເທດຫຼາຍກວ່າ 200 ຫົວໜ່ວຍເຂົ້າຮ່ວມແລະ ມີຫຼາຍກວ່າ 350 ຮ້ານວາງສະແດງ​,​ ໃນນັ້ນຈາກພາຍໃນ 195 ຫົວໜ່ວຍ, ຕ່າງປະເທດ 50 ຫົວໜ່ວຍແລະ ສິນຄ້າທີ່ນຳມາສະແດງສ່ວນຫຼາຍແມ່ນເຄື່ອງຫັດຖະກຳ, ​ເສື້ອຜ້າ, ອັນຍະມະນີ, ​ເຟີນິເຈີ,​ ເຄື່ອງຕົບແຕ່ງ​​ເຮືອນ,​ ເຄື່ອງສຳອາງ, ຢາປົວພະຍາດ, ອາຫານແລະ ການບໍລິການອື່ນໆ, ນອກຈາກນີ້​​ຍັງ​​ມີຫຼາກກິດຈະກຳຄື: ການສຳມະນາວິທະຍາສາດແລກປ່ຽນບົດຮຽນທຸລະກິດການຄ້າແລະ ການລົງທຶນ, ການສະແດງສິລະປະວັນນະຄະດີ, ການສາທິດການຜະລິດແລະ ອື່ນໆ. ຊຶ່ງ​​ງານວາງສະແດງຄັ້ງນີ້ຈະເປັນໂອກາດທີ່ດີໃຫ້ແກ່ນັກທຸລະກິດ, ສຳນັກງານອົງການແລະ ອົງການຈັດຕັ້ງສາກົນຕ່າງໆໄດ້ວາງສະແດງຜົນງານຂອງຕົນ​​ໃນຕະຫຼອດ 40 ປີຜ່ານມາ ​​ແລະ ງານວາງສະແດງຄັ້ງນີ້ຈະດຳເນີນໄປເປັນເວລາ 10 ວັນຊຶ່ງເລີ່ມແຕ່ວັນທີ 28 ພະຈິກ - 7 ທັນວາ​ 2015, ດັ່ງນັ້ນ ຈຶ່ງຂໍ​​ເຊີນຊວນທຸກຊັ້ນຄົນເຂົ້າຮ່ວມທ່ຽວຊົມງານດັ່ງກ່າວດ້ວຍ.

No comments:

Post a Comment