Ad

Ad

30 November 2015

ຄະນະ​ວົງ​ດົນຕີ ອໍ​ເກັດ​ຕາ ມະຫາວິທະຍາ​ໄລ​ມະຫິ​ດົນ ​ແຫ່ງ​ປະ​ເທດ​ໄທ ມາສະ​ແດງ​ຮັບ​ໃຊ້ຕ້ອນຮັບວັນຊາດທີ 2 ທັນວາຄົບຮອບ 40 ປີ

     ເນື່ອງໃນໂອກາດສະເຫລີມສະຫລອງວັນສະຖາປະນາສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ທີ 2 ທັນວາ ຄົບຮອບ 40 ປີ, ຄະ ນະວົງດົນຕີ ອໍເກັດຕາ ມະຫາວິທະຍາໄລມະຫິດົນແຫ່ງປະເທດໄທ, ​ໄດ້ມາສະແດງຢູ່ລາວເພື່ອສ້າງບັນຍາກາດເບີກບານມ່ວນຊື່ນໃຫ້ແກ່ການສະເຫລີມສະຫລອງວັນປະຫວັດສາດດັ່ງກ່າວໃນຄ່ຳຄືນວັນທີ 28 ພະຈິກນີ້, ທີ່ຫໍປະຊຸມແຫ່ງຊາດ ຫລັກ 6 ນະ ຄອນຫລວງວຽງຈັນ, ໂດຍມີທ່ານນາງ ແກ້ວສາຍໃຈ ໄຊຍະສອນ ພັນລະຍາທ່ານປະທານປະເທດ ຈູມມາລີ ໄຊຍະສອນ, ທ່ານ ທອງລຸນ ສີສຸລິດ ຮອງ ນາຍົດລັດຖະມົນຕີ ລັດຖະມົນຕີວ່າ ການກະຊວງການຕ່າງປະເທດແລະ ມວນຊົນຊາວນະຄອນຫລວງວຽງຈັນ ເຂົ້າຮ່ວມເປັນຈຳນວນຫລາຍ.


     ໃນຄອນເສີດຄັ້ງນີ້, ນັກດົນຕີອໍເກັດຕາ ຫລາຍກວ່າຮ້ອຍຄົນບັນເລັງສຽງເພງທີ່ມີລັກສະນະສາກົນແຫ່ງຍຸກສະໄໝຫລາຍບົດເພງ ມາສະແດງສ້າງບັນຍາກາດເບີກບານມ່ວນຊື່ນທັງເປັນການນຳເອົາຄວາມສາມັກຄີຂອງພີ່ນ້ອງບ້ານໃກ້ເຮືອນຄຽງມາເສີມຂະຫຍາຍໃຫ້ສາຍພົວພັນລາວ-ໄທ ທີ່ມີມາ ຍາວນານນັ້ນ ໃຫ້ນັບມື້ແໜ້ນແຟ້ນດີຂຶ້ນແລະ ການສະແດງຄັ້ງນີ້ ປະກອບມີການບັນເລງບົດເພງຕ່າງໆທີ່ໂດ່ງດັງໃນ ສປປ ລາວ, ຊຶ່ງທຳອິດແມ່ນໄດ້ບັນເລງເພັງຊາດລາວ ແລະ ຕາມດ້ວຍບົດເພງຕ່າງໆທີ່ມ່ວນຊື່ນອອນຊອນ, ພ້ອມນີ້ຍັງໄດ້ເຊື້ອເຊີນເອົານັກຮ້ອງລາວຈຳນວນໜຶ່ງເພື່ອປະກອບສ່ວນເຂົ້າໃນການສະແດງດັ່ງກ່າວນຳດ້ວຍ.

No comments:

Post a Comment