Ad

Ad

30 November 2015

ກອງ​ປະຊຸມ​ໂຕະມົນ​ລະດັບ​ສູງຄັ້ງ​ທີ 12 ​

     ກອງປະຊຸມໂຕະມົນລະດັບສູງ ຄັ້ງທີ 12 ພາຍໃຕ້ຫົວຂໍ້: “​ເພີ່ມທະວີການເປັນຄູ່ຮ່ວມທີ່ມີປະສິດທິຜົນໃນການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ VIII, ​ເພື່ອນຳພາປະເທດຊາດຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ພາຍໃນປີ 2020, ​ໄດ້ໄຂຂຶ້ນຢ່າງເປັນທາງການໃນ​​ວັນທີ 27 ພະຈິກນີ້, ທີ່ສູນຝຶກອົບຮົມແລະ ການຮ່ວມມືລາວ-ຍີ່ປຸ່ນ(ICTC) ນະຄອນ ຫລວງວຽງຈັນ, ​ໂດຍການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງຕ່າງປະເທດແລະ ທ່ານ ຮາວລຽງ ຊູ ຜູ້ຊ່ວຍເລຂາທິການໃຫຍ່ ອົງການສະຫະປະຊາຊາດແລະ ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ທ່ານນາງເຮເລັນ ຄລາກ ຮອງເລຂາທິການໃຫຍ່ອົງການສະຫະປະຊາຊາດ, ຜູ້ອຳນວຍການໃຫຍ່ອົງການສະຫະປະຊາຊາດເພື່ອການພັດທະນາແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ກອງປະຊຸມຄັ້ງນີ້ ​​ເປັນເວທີປຶກສາຫາລືແລະ ​​ແຈ້ງສະພາບການພັດທະນາຂອງ ສປປ ລາວໃຫ້ບັນດາຄູ່ຮ່ວມພັດທະນາໄດ້ຮັບຊາບຄື: ລາຍງານຜົນສຳເລັດແລະ ບົດຮຽນທີ່ຖອດຖອນໄດ້ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VII ​ແລະ ກຳນົດເປົ້າໝາຍບູລິມະສິດຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII, ລາຍງານກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດເປົ້າໝາຍສະຫະສະວັດດ້ານການພັດທະນາແລະ ສະເໜີກ່ຽວກັບການຈັດຕັ້ງຜັນຂະຫຍາຍເປົ້າໝາຍການພັດທະນາແບບຍືນຍົງເຂົ້າໃນ​​ແຜນພັດທະນາເສດຖະກິດ​-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII 2016-2020, ນຳສະເໜີບັນດາມາດຕະການແລະ ລະດົມຂົນຂວາຍທຶນ ຮອນຂອງແຕ່ລະຂະແໜງການເຂົ້າໃສ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ​ໃຫ້ມີປະສິດທິຜົນເພື່ອນຳພາປະເທດຊາດໃຫ້ຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2020 ​ແລະ ທົບທວນຄືນໝາກຜົນແລະ ບົດຮຽນທີ່ຖອດຖອນໄດ້​​ໃນການຈັດຕັ້ງປະຕິບັດວຽກງານຂະບວນການໂຕະມົນຢູ່ລາວໃນຊ່ວງໄລຍະ 15 ປີຜ່ານມາແລະ ທິດທາງ​​ແຜນການໃນຕໍ່ໜ້າ.
     ​ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງໄດ້ມີຄຳເຫັນວ່າ: ສປປ ລາວໄດ້ມີຄວາມພະຍາຍາມ,​ ເອົາໃຈໃສ່ຢ່າງຈິງຈັງໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນແລະ ການສ້າງພື້ນຖານປະຖົມປັດໃຈເພື່ອນຳເອົາປະເທດຊາດຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາແລະ ກ້າວໄປຕາມທິດພັດທະນາແບບຍືນຍົງ, ​ໃນນັ້ນ ອັນພົ້ນເດັ່ນແມ່ນ ລັດຖະບານໄດ້ຈັດຕັ້ງປະຕິບັດນະໂຍບາຍສາມສ້າງຄື: ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານແລະ ສ້າງບ້ານເປັນຫົວໜ່ວຍພັດທະນາເພື່ອແນໃສ່ເພີ່ມທະວີຍົກສູງຄວາມຮັບຜິດຊອບແລະ ສິດອຳນາດໃຫ້ແກ່ທ້ອງຖິ່ນຫລາຍຂຶ້ນ. ນອກນີ້, ຍັງໄດ້ສືບຕໍ່ປະຕິບັດບັນດານະໂຍບາຍຕ່າງໆເຊັ່ນ: ການຮັກສາສະຖຽນລະພາບການເຕີບໂຕທາງດ້ານເສດຖະກິດ, ການພັດທະນາຊັບພະຍາກອນມະນຸດ, ການຫັນເປັນອຸດສາຫະກຳທັນສະໄໝ, ການປົກປັກຮັກສາສິ່ງແວດລ້ອມແບບຍືນຍົງແລະ ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ໄດ້ຖືໂອກາດນີ້ກ່າວສະແດງຄວາມຂອບໃຈ ບັນດາປະເທດ​​ເພື່ອນມິດ, ອົງການຈັດຕັ້ງສາກົນ, ກໍຄືຄູ່ຮ່ວມພັດທະນາ ທີ່ໄດ້ໃຫ້ການສະໜັບສະໜູນດ້ານທຶນ ຮອນ​​ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາ​​ເສດຖະກິດ-ສັງຄົມແຫ່ງຊາດໃນໄລຍະຜ່ານມາແລະ ຫວັງວ່າບັນດາຄູ່ຮ່ວມພັດທະນາຍັງຈະສືບຕໍ່ໃຫ້ການສະໜັບສະໜູນສປປ ລາວເພື່ອບັນລຸເປົ້າໝາຍການພັດທະນາ.

     ພ້ອມ​​ນີ້, ກອງປະຊຸມ ຍັງໄດ້ມີພິທີລົງນາມຖະແຫລງການວຽງຈັນ ວ່າດ້ວຍການເປັນຄູ່ຮ່ວມເພື່ອການພັດທະນາ ທີ່ມີປະສິດທິຜົນ, ​ໂດຍຕາງໜ້າໃຫ້ລັດຖະບານລາວແມ່ນທ່ານ ສະເຫລີໄຊ ກົມມະສິດ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດແລະ ຕາງໜ້າໃຫ້ຄູ່ຮ່ວມພັດທະນາແມ່ນທ່ານນາງ ຄາອາຣີນາ ອິມໂມເນັນ ຜູ້ປະສານງານອົງການສະຫະປະຊາຊາດ ທັງເປັນຜູ້ຕາງໜ້າອົງການ ສປຊເພື່ອການພັດທະນາປະຈຳລາວ, ​ເຊິ່ງການລົງນາມຄັ້ງນີ້ກໍເພື່ອຜັນຂະຫຍາຍປະສິດທິຜົນຂອງການຊ່ວຍເຫລືອ ມາເປັນການພັດທະນາ ທີ່ມີການຄົ້ນຄວ້າຮ່ວມກັນລະຫວ່າງ ລັດຖະບານກັບຄູ່ຮ່ວມພັດທະນາ, ສຳລັບເນື້ອໃນຂອງຖະແຫລງການ​​ແມ່ນຍັງຮັກສາ 5 ຫລັກການເດີມແລະ ບວກ 3 ຫລັກການໃໝ່ເຂົ້າຕື່ມຄື: ການລະດົມທຶນພາຍໃນ, ການຮ່ວມມືແບບໃຕ້-​ໃຕ້, ການຮ່ວມມືສາມຫລ່ຽມແລະ ການແລກປ່ຽນຄວາມຮູ້ແລະ ບົດບາດຂອງພາກທຸລະກິດເອກກະຊົນເພື່ເປັນຄູ່ຮ່ວມໃນການພັດທະນາ.

No comments:

Post a Comment