Ad

Ad

30 November 2015

ລະນຶກ​ວັນ​ສ້າງຕັ້ງສະຫະພັນ​ນັກ​ຂ່າວ​ອາ​ຊຽນ (ຊີ​ເອັນ​ເຈ) ຄົບຮອບ 40 ປີ ​ແລະ ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 18 ຂອງ​ສະຫະພັນ

    ພິທີສະເຫລີມສະຫລອງວັນສ້າງຕັ້ງສະຫະພັນນັກຂ່າວອາຊຽນ ຄົບຮອບ 40 ປີແລະ ກອງປະຊຸມໃຫຍ່ ຄັ້ງທີ 18 ຂອງສະຫະພັນດັ່ງກ່າວ ໄດ້ຈັດຂຶ້ນທີ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມໃນວັນທີ 27 ພະຈິກນີ້ໂດຍສະມາຄົມນັກຂ່າວ ສສ ຫວຽດນາມເຊິ່ງມີທ່ານຮອງນາຍົກລັດຖະມົນຕີ ສສ ຫວຽດນາມ ຫວູ່ດຶກດາມ, ທ່ານປະທານກອງເລຂາອາຊຽນເລເລືອງມິ ພ້ອມຄະນະຜູ້ແທນສະມາ ຄົມດັ່ງກ່າວຈາກປະເທດສະມາຊິກອາຊຽນແລະ ຜູ້ສັງເກດການຈາກປະເທດອິນເດຍ, ສປ ຈີນແລະ .​ເກົາຫລີເຂົ້າຮ່ວມນຳດ້ວຍ.
     ​ໃນງານສະເຫລີມສະຫລອງທີ່ໄດ້ດຳເນີນໄປດ້ວຍບັນຍາກາດອັນສະໜິດສະໜົມແລະ ຟົດຟື້ນຂອງປະເທດເຈົ້າພາບທີ່ມີຕໍ່ແຂກນັ້ນໄດ້ຍົກໃຫ້ເຫັນບັນດາຜົນງານແລະ ການເຕີບໃຫຍ່ຂະຫຍາຍຕົວຂອງ
ສະຫະພັນນັກຂ່າວດັ່ງກ່າວຕະຫລອດໄລຍະ 40 ປີຜ່ານມາ ນັບແຕ່ມື້ສ້າງຕັ້ງຂຶ້ນເມື່ອວັນທີ 11 ມີນາ 1975 ທີ່ນະຄອນຫລວງຈາກາຕາ ປະເທດອິນໂດເນເຊຍເຊິ່ງເບື້ອງຕົ້ນມີສະມາຊິກພຽງ 5 ປະເທດ ຄືສະມາຄົມນັກຂ່າວອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ປະເທດໄທແລະ ສິງກະໂປເຊິ່ງມາຮອດປັດຈຸບັນໄດ້ຂະຫຍາຍອອກເປັນ 7 ປະເທດສະມາຊິກໂດຍການເຂົ້າຮ່ວມຂອງສະມາຄົມນັກຂ່າວຫວຽດນາມແລະ ສປປ ລາວ ພ້ອມມີ 3 ປະເທດເປັນຜູ້ປະສານງານແລະ 5 ປະເທດສັງເກດການແລະ ນັບແຕ່ນັ້ນມາ ບັນດານັກຂ່າວອາຊຽນໄດ້ເປີດກວ້າງການພົວພັນຮ່ວມມືນຳກັນໃນທຸກຂົງເຂດວຽກງານ. ພິເສດແມ່ນດ້ານວິຊາການເພື່ອແນໃສ່ເພີ່ມທະວີສ້າງຄວາມເຂັ້ມແຂງໃຫ້ແກ່ການພົວພັນຮ່ວມມືຊ່ວຍເຫລືອເຊິ່ງກັນແລະ ກັນເພື່ອພ້ອມກັນກ້າວໜ້າຂະຫຍາຍຕົວ, ປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍຄວາມສາມັກຄີມິດຕະພາບແລະ ການຮ່ວມມືລະຫວ່າງນັກຂ່າວ ກໍຄືປະຊາຊົນບັນດາປະເທດອາຊຽນນຳກັນ.

     ​ໃນຕອນບ່າຍຂອງມື້ດຽວກັນ, ກອງປະຊຸມໃຫຍ່ຄັ້ງທີ 18 ຂອງສະຫະພັນນັກຂ່າວດັ່ງກ່າວໄດ້ດຳເນີນໄປດ້ວຍຜົນສຳເລັດສູງເຊິ່ງໄດ້ຄັດເລືອກເອົາຄະນະບໍລິຫານງານຊຸດໃໝ່ໂດຍທ່ານ ຖ້ວຍຮິ ອຳນວຍການໃຫຍ່ໜັງສືພິມເຍິນເຢິນ ຫວຽດນາມ, ປະທານສະມາຄົມນັກຂ່າວ ສສ ຫວຽດນາມເປັນປະທານ. ປະທານສະມາຄົມນັກຂ່າວ ສສ ຫວຽດນາມເປັນປະທານສະຫະພັນນັກຂ່າວອາຊຽນຊຸດທີ 18 ​ແລະໄດ້ຮັບຮອງເອົາຖະແຫລງການຮ່ວມຂອງກອງປະຊຸມຄັ້ງນີ້ດ້ວຍວິໄສທັດຂອງກອງປະຊຸມສຸດຍອດອາຊຽນຄັ້ງທີ 27 ​ເພື່ອແນໃສ່ກະຕຸກຊຸກຍູ້ແລະ ສົ່ງເສີມຄວາມຮັບຜິດຊອບຂອງສື່ມວນຊົນໃນການໂຄສະນາເພີ່ມທະວີຄວາມຮັບຮູ້ແລະເຂົ້າໃຈລະຫວ່າງປະຊາຊາດອາຊຽນນຳກັນເພື່ອການຮ່ວມມືຊ່ວຍເຫລືອເຊິ່ງກັນແລະ ກັນ, ພ້ອມກັນກ້າວໄປສູ່ຄວາມຮຸ່ງເຮືອງສີວິໄລ.

No comments:

Post a Comment