Ad

Ad

30 November 2015

40 ປີຜ່ານມາ ວຽກງານຊົນເຜົ່າໄດ້ຮັບການເສີມຂະຫຍາຍຢ່າງກວ້າງຂວາງ


   ທ່ານ ສຈ.ດຣ ພັນດວງຈິດ ວົງສາ ກຳມະການສູນກາງພັກ ປະທານ ສູນກາງແນວ ລາວສ້າງຊາດ ໄດ້ກ່າວໃນກອງປະຊຸມພົບປະຜູ້ຊົງຄຸນວຸດທິທົ່ວປະເທດ ທີ່ໄດ້ຈັດຂຶ້ນໃນວັນທີ 28 ພະຈິກຜ່ານມາ, ທີ່ນະຄອນຫລວງວຽງຈັນວ່າ: ມາຮອດປັດຈຸບັນ ວຽກງານນະໂຍບາຍຊົນເຜົ່າໄດ້ຮັບການເສີມຂະຫຍາຍຢ່າງກວ້າງຂວາງ, ໂດຍສະເພາະ ປະຊາ ຊົນລາວບັນດາເຜົ່າໄດ້ຮັບຜົນປະໂຫຍດທາງດ້ານການເມືອງ, ການສຶກສາມີລະດັບຄວາມຮູ້ສູງ, ມີຄວາມຕື່ນຕົວທາງດ້ານການເມືອງຫລາຍຂຶ້ນ, ຮູ້ໃຊ້ສິດໄປປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ, ​ໄດ້ຮັບສິດສະເໝີພາບທາງດ້ານກົດໝາຍ, ການທຳມາຫາກິນມີຄວາມເຂົ້າໃຈເລິກເຊິ່ງຕໍ່ນະໂຍບາຍຂອງພັກແລະ ລັດຖະບານ.
     ທ່ານປະທານສູນກາງແນວລາວສ້າງຊາດ ກ່າວວ່າ: ຕະຫລອດໄລຍະຜ່ານມາ, ພົນລະເມືອງລາວສາມາດຢູ່ຮ່ວມກັນໂດຍສັນຕິ, ເຖິງ ແມ່ນວ່າເປັນປະເທດນ້ອຍ ມີພົນລະເມືອງບໍ່ຫລາຍ, ແຕ່ມີຫລາຍຊົນເຜົ່າຢູ່ຮ່ວມກັນແບບ ປົນເຈືອກັນ, ໂດຍສະເພາະ ບັນດາເຜົ່າຂອງລາວແມ່ນມີຄວາມສາມັກຄີເປັນປຶກແຜ່ນເປັນຕົ້ນ ພາຍຫລັງມີການນຳພາຂອງພັກ, ການປະຕິວັດຊົນເຜົ່າຂອງລາວໄດ້ຮັບການສຶກ ສາອົບຮົມຄວາມສາມັກຄີຊ່ວຍເຫລືອເພື່ອແຜ່ຕໍ່ກັນໃນການທຳມາຫາກິນ, ຜ່ານຜ່າໄພທຳມະ ຊາດ, ສາມັກຄີຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ ເພື່ອເອກກະລາດລວມຂອງຊາດ, ແຕ່ລະຊົນເຜົ່າ ສາມາດເພີງພາອາໃສກັນໄດ້, ຂອດສ່ຽວຮັກແພງກັນໃນແຕ່ລະບຸກຄົນ ແລະ ຄອບຄົວຊົນ ເຜົ່າ; ທາງດ້ານການເມືອງບໍ່ໄດ້ຈຳແນກຊົນເຜົ່າໃດຢູ່ໃນຖານະການເມືອງອັນໃດ, ແຕ່ມີ ມາດຕະຖານເງື່ອນໄຂຄົບຖ້ວນຊົນເຜົ່າໃດກໍສາມາດຢືນຢູ່ທີ່ຕັ້ງຕຳແໜ່ງຂອງພັກ, ສະພາ ແຫ່ງຊາດ, ລັດຖະບານ ແລະ ອຳນາດການປົກຄອງທ້ອງຖິ່ນ ແລະ ອົງການອື່ນໆຂອງ ພັກ-ລັດ ແລະ ມະຫາຊົນ, ທາງດ້ານຮີດຄອງປະເພນີ ກໍພ້ອມກັນສະຫລອງຮ່ວມກັນຢ່າງ ເບີກບານມ່ວນຊື່ນ, ການນຸ່ງຖືແຕ່ງຕົວຂອງແຕ່ລະຊົນເຜົ່າ ກໍມີຄວາມສວຍງາມເປັນເອກກະລັດຂອງຕົນແລະ ມີຮີດຄອງປະເພນີທີ່ຫລາກຫລາຍຂອງແຕ່ລະຊົນເຜົ່າ.

     ທ່ານນາງ ເຢັ້ງຊົ້ງ ຈື່ດາໄມ ກຳມະການພັກເມືອງ, ປະທານສະຫະພັນແມ່ຍິງ ເມືອງຊຽງເງິນ, ຊົນເຜົ່າມົ້ງ, ຢູ່ບ້ານສວນລວງ, ເມືອງຊຽງເງິນ, ແຂວງຫລວງພະບາງໃຫ້ສຳພາດວ່າ: ຮູ້ສືກເປັນກຽດຢ່າງສູງທີ່ໄດ້ເປັນຕົວແທນຂອງແຂວງຫລວງພະບາງ ເຂົ້າຮ່ວມ ກອງປະຊຸມຄັ້ງນີ້ ຖືໄດ້ວ່າເປັນກຽດອັນຍິ່ງໃຫຍ່ຂອງເຜົ່າມົ້ງພວກເຮົາ, ໂດຍສະເພາະໃນໄລຍະ ຜ່ານມາກໍບໍ່ເຄີຍໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ແບບນີ້, ເຊິ່ງເປັນຄັ້ງປະຫວັດສາດຂອງຂ້າ ພະເຈົ້າ, ເມື່ອເວົ້າເຖິງກ່ອນໄລຍະປີ 1975 ເຜົ່າມົ້ງມີການດຳລົງຊີວິດຢູ່ຕາມພູດອຍເຂດຫ່າງໄກສອກຫລີກ, ການທຳມາຫາກິນກໍຫຍຸ້ງຍາກອາ ຊີບຕົ້ນຕໍແມ່ນການປູກຝັງ, ເຮັດໄຮ່. ພາຍຫລັງປະເທດຊາດໄດຮັບການປົດປ່ອຍໃນປີ 1975 ພາໃຕ້ການຊີ້ນຳ-ນໍາພາຂອງພັກແລະ ລັດຖະບານຊົນເຜົ່າລາວ, ​ເວົ້າລວມ, ​ເວົ້າສະເພາະຊົນເຜົ່າມົ້ງແມ່ນໄດ້ຮັບການຍົກລະດັບທາງດ້ານຊີວິດການເປັນຢູ່ດີຂຶ້ນເປັນກ້າວໆ ຈາກເຄີຍດຳລົງຊີວິດຢູ່ຕາມພູຜາຮ່ອງຫ້ວຍ ກໍໄດ້ລົງມາຢູ່ຕາມເຂດທົ່ງພຽງ, ພ້ອມທັງປ່ຽນອາຊີບມາເຮັດນາ, ຄ້າຂາຍ ແລະ ການບໍລິການ, ສ່ວນທາງດ້ານວັດທະນະທຳແມ່ຍິງກໍມີສິດເທົ່າທຽບກັບເພດຊາຍໃນຫລາຍດ້ານ,​ ​ໂດຍສະເພາະດ້ານການສຶກສາແລະ ຍຸດທະສາດທາງດ້ານການຜະລິດແລະ ທຳມາຫາກິນ. ສະນັ້ນ ມາຮອດປັດຈຸບັນນີ້ ຊົນເຜົ່າມົ້ງຂອງພວກເຮົາ ມີຊີວິດການເປັນຢູ່ທີ່ດີຂຶ້ນ, ຊຶ່ງບໍ່ໄດ້ມີການຈຳແນກເຜົ່ານັ້ນເຜົ່ານີ້ ທຸກຄົນລ້ວນແຕ່ແມ່ນຄົນລາວດຳລົງຊີວິດຢູ່ຮ່ວມກັນຢ່າງສັນຕິ, ສິ່ງທີ່ສຳຄັນຄອບຄົວຂ້າພະ ເຈົ້າເອງກໍມີນ້ອງເຂີຍ ແລະ ນ້ອງໃພ້ເປັນເຜົ່າລາວລຸ່ມ, ເຊິ່ງມັນໄດ້ສະແດງໃຫ້ເຫັນວ່າພວກເຮົາບໍ່ໄດ້ມີການຈຳແນກຊົນເຜົ່າໃດທັງນັ້ນແລະ ສາມາດຢູ່ຮ່ວມກັນໄດ້ຢ່າງສາມັກຄີແລະມີຄວາມສຸກ.

No comments:

Post a Comment