Ad

Ad

30 November 2015

ຫຼາຍ​ພາກສ່ວນ​ມອບ​ເງິນ​ສະໜັບສະໜັບ​ງານ​ສະ​​ເຫຼີ​ມສະຫຼອງ​ວັນຊາດ​ທີ 2 ທັນວາ​ຄົບຮອບ 40 ປີ

ໃນວັນທີ 27 ຕຸລານີ້, ຢູ່ຫ້ອງວ່າການບັດຖະບານ, ​ໄດ້ມີຫຼາຍຫົວໜ່ວຍທຸລະກິດບໍລິສັດຫ້າງຮ້ານມາມອບເງິນອຸປະຖຳສະໜັບສະໜູນ​​ເພື່ອປະກອບສ່ວນເຂົ້າໃນການຈັດງານສະເຫຼີມສະຫຼອງວັນສະຖາປານາ ສປປ ລາວ ວັນທີ 2 ທັນວາຄົບຮອບ 40 ​ປີຄື: ລັດວິສາຫະກິດໄຟຟ້າລາວ 1 ຕື້ກີບ, ບໍລິສັດພົງຊັບທະວີກໍ່ສ້າງຂົວທາງຈຳ ກັດ 1 ຕື້ກີບ, ບໍລິສັດທີເອັດບີພີ (TSBP) ​ເຊກອງພະລັງງານໄຟຟ້າ ​​ແລະແຮ່ທາດ 1 ຕື້ກີບ, ບໍລິສັດຜະລິດໄຟຟ້າມະຫາຊົນ 500 ລ້ານກີບ, ກຸ່ມບໍລິສັດ SCI pcl, IETL, ACAS  ​and siam sciano inavian 500 ລ້ານກີບ, ​ເຂດ​​ເສດຖະກິດພິເສດດອກງິ້ວຄຳ, ​ເມືອງຕົ້ນ​​ເຜິ້ງແຂວງບໍ່ແກ້ວ 500 ລ້ານກີບ, ບໍລິສັດແສງເພັດກໍ່ສ້າງຂົວທາງຈຳກັດ 300 ລ້ານກີບ, ບໍລິສັດເອເຊຍລົງທຶນແລະ
ບໍລິການຈຳກັດຜູ້ດຽວ 300 ລ້ານກີບ, ບໍລິສັດໄຟຟ້າດອນສະໂຮງຈຳກັດ 160 ລ້ານກີບ ແລະ ອີກຫຼາຍໆບໍລິສັດຫ້າງຮ້ານທີ່ໃຫ້ການສະໜັບສະໜູນການຈັດງານສະເຫຼີມສະຫຼອງດັ່ງກ່າວເພື່ໃຫ້ມີບັນຍາກາດຟົດຟື້ນ,​​ ໂດຍແມ່ນ ທ່ານຮອງນາຍົກລັດຖະມົນຕີ ອາຊາ ລາວລີໃຫ້ກຽດຮັບໃນການອຸປະຖຳຄັ້ງນີ້, ພ້ອມທັງສະແດງຄວາມຂອບໃຈຢ່າງຈິງໃຈ ເລະ ຕີລາຄາສູງຕໍ່ການສະໜັບສະໜູນຂອງບັນດາຫົວໜ່ວຍທຸລະກິດບໍລິສັດຫ້າງຮ້ານໃນຄັ້ງນີ້, ຊຶ່ງ​​ເປັນການປະກອບ ສ່ວນສຳຄັນ​​ຂົ້າໃນການສ້າງສາພັດທະນາປະເທດຊາດເວົ້າລວມ, ​ເວົ້າສະເພາະກໍແມ່ນການສະໜັບສະໜູນ​​ການສະເຫຼີມສະຫຼອງວັນຊາດທີ 2 ທັນວາຄົບຮອບ 40 ປີໃຫ້ມີບັນຍາກາດຟົດຟື້ນຍິ່ງຂຶ້ນແລະເຊື້ອໝັ້ນວ່າບັນດາຜູ້ປະກອບການຫົວໜ່ວຍທຸລະກິດ, ນັກລົງທຶນບໍລິສັດຫ້າງຮ້ານຕ່າງໆຍັງຈະສືບຕໍ່ໃຫ້ ການສະໜັບສະໜັບລັດຖະບານກໍຄືການສ້າງສາພັດທະນາປະເທດຊາດໃນຕໍ່ໆໄປ.

No comments:

Post a Comment