Ad

Ad

27 November 2015

ເລຂາທິການ​ໃຫຍ່ ປະທານ​ປະ​ເທດ ​ເນັ້ນ​​ໃຫ້​ເອົາ​ໃຈ​ໃສ່ຫລາຍ​ບັນຫາ​ໃນ​ການ​ຈັດ​ຕັ້ງ​ປະຕິບັດ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດພັດທະນາ ​ແລະ ວຽກງານ 3 ສ້າງ​ໃນ​ຕໍ່ໜ້າ

    ກອງະຊຸມສະຫລຸບການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາແລະ ຜັນຂະຫຍາຍວຽກງານ​ 3 ສ້າງ,​ ໄດ້ອັດລົງດ້ວຍຜົນສຳເລັດຈົບງາມໃນບ່າຍວັນທີ 26 ພະຈິກນີ້, ພາຍ ຫລັງດຳເນີນມາເປັນເວລາ 2 ວັນ, ທີ່ຫໍປະຊຸມແຫ່ງຊາດ ນະຄອນ ຫລວງວຽງຈັນໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍເລຂາທິກ ານໃຫຍ່ ຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິ ວັດລາວ ປະທານປະເທດແຫ່ງ ສປປ ລາວ, ​​ເຊິ່ງກອງປະຊຸມໄດ້ສະຫລຸບຕີລາຄາແລະ ຍ້ອງຍໍຜົນ ງານດີເດັ່ນຂອງຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະ ນາແລະ ຜັນຂະຫຍາຍວຽກງານ 3 ສ້າງໃຫ້ເຂົ້າສູ່ລວງເລິກໃນຂອບເຂດທົ່ວປະເທດ.
     ​ໃນໂອກາດນີ້, ສະຫາຍເລຂາທິການໃຫຍ່ ປະທານປະເທດ ຈູມມາລີ ໄຊຍະສອນ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມວ່າ: ​ໃນໄລຍະຜ່ານມາ ເຖິງວ່າພວເຮົາຍາດໄດ້ຜົນສຳເລັດຫລາຍດ້ານ, ​ແຕ່ຍັງມີບາງບັນຫາ
ທີ່ເປັນຈຸດອ່ອນຄົງຄ້າງເພື່ອສືບຕໍ່ແກ້ໄຂຄື: ຄວາມເຂົ້າໃຈກ່ຽວກັບເປົ້າໝາຍ, ​ເນື້ອໃນຂອງການເຮັດທົດລອງວຽກງານ 3 ສ້າງ ຍັງບໍ່ທັນແໜ້ນ, ບໍ່ເລິກເຊິ່ງແລະ ບໍ່ທັນເອກກະພາບ, ​ເຮັດໃຫ້ການຊີ້ນຳຜັນຂະຫຍາຍກໍຍັງມີລັກສະນະຢຸດໆຢ່ອນໆ, ບໍ່ທັນກຳນົດແຈ້ງວຽກຈຸດສຸມທີ່ຕ້ອງແກ້ໄຂ ຢູ່ແຕ່ລະຂັ້ນ; ການສ້າງບ້ານພັດທະນາ ບໍ່ທັນເພີ່ມທະວີເອົາໃຈໃສ່ສຶກສາອົບຮົມ, ປຸກລະດົມປະຊາຊົນຕື່ນຕົວແລະ ບືນຕົວພັດທະນາຕົນເອງແລະ ຄອບຄົວບົນພື້ນຖານນຳໃຊ້ທຸກຄວາມສາມາດດ້ານທຶນຮອນ, ​ແຮງງານ, ມູນເຊື້ອຂອງແຕ່ລະຄອບຄົວ ສົມທົບກັບການຂຸດຄົ້ນ, ນຳໃຊ້ທ່າແຮງແລະ ປັດໃຈເອື້ອອຳນວຍຕ່າງໆທີ່ມີ; ການປຸກລະດົມ, ສ້າງເງື່ອນໄຂໃຫ້ຜູ້ປະກອບການເຂົ້າຮ່ວມຂະບວນການ 3 ສ້າງ ກໍຍັງບໍ່ທັນໄດ້ຮັບຄວາມເອົາໃຈໃສ່ເທົ່າທີ່ຄວນ; ການພັດທະນາ ກໍຍັງເນັ້ນແຕ່ການສ້າງໂຄງ ການໂດຍນຳໃຊ້ງົບປະມານຂອງລັດເປັນຕົ້ນຕໍ, ​ເຮັດໃຫ້ຂະບວນການບໍ່ທັນເລີ່ມຈາກຄວາມຢາກໄດ້ແລະ ການເຂົ້າຮ່ວມອັນແທ້ຈິງຂອງປະຊາຊົນແລະ ທຸກພາກສ່ວນໃນທົ່ວສັງຄົມ; ຕົວແບບທີ່ເກີດຂຶ້ນຍັງບໍ່ທັນຫລາຍ, ສ່ວນໃຫຍ່ບໍ່ທັນຮັບປະກັນຄວາມຍືນຍົງ; ການຈັດວາງພະນັກງານການນຳ, ວິຊາການເຂົ້າໃນວຽກງານທີ່ກ່ຽວຂ້ອງ ບໍ່ທັນເປັນລະບົບຈະແຈ້ງ ພ້ອມທັງການກຳນົດຄວາມຮັບຜິດຊອບ ກໍຍັງລວມໆ,​ຈຶ່ງເຮັດໃຫ້ການຕີລາຄາຜົນງານ, ວຽກດີຄົນເດັ່ນຫລາຍບ່ອນ ບໍ່ແທດກັບຕົວຈິງ, ການຍ້ອງຍໍ ຍັງບໍ່ທັນການ, ຜູ້ດີເດັ່ນໃນຂະບວນການຕົວຈິງ ທີ່ຕິດພັນກັບຕົວ​​ແບບດີເດັ່ນ ຢູ່ຮາກຖານແທ້ກໍຍັງບໍ່ຫລາຍແລະ ບັນຫາອື່ນ. ດັ່ງນັ້ນເພື່ອໃຫ້ຂະບວນການດັ່ງກ່າວ ປະກົດຜົນເປັນຈິງຫລາຍຂຶ້ນ ພາກສ່ວນກ່ຽວຂ້ອງຈົ່ງສືບຕໍ່ຈັດຕັ້ງຜັນຂະຫຍາຍວຽກງານ​ 3 ສ້າງ​ ​ໃຫ້ເຂົ້າສູ່ລວງເລິກຂຶ້ນຕື່ມ, ຮີບຮ້ອນກວດຄືນ ບັນດານິຕິກຳທີ່ກຳນົດ ພາລະບົດບາດ, ຂອບເຂດສິດ, ຄວາມຮັບຜິດຊອບຂອງແຕ່ລະຂັ້ນແຕ່ລະພາກສ່ວນແລະ ສະພາບການຈັດວາງພະນັກງານເພື່ອປັບປຸງໃຫ້ຖືກທິດແລະ ຕ້ອງສຸມໃສ່ການສ້າງບ້ານ​​ໃຫ້ເປັນຫົວໜ່ວຍພັດທະນາແລະ ສ້າງເມືອງໃຫ້ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ;​ ຄັດເລືອກເອົາພະນັກງານຜູ້ທີ່ມີຜົນງານດີເດັ່ນ ຈາກຂະບວນການຕົວຈິງ ຢູ່ຂັ້ນຮາກຖານເພື່ອສ້າງເປັນພະນັກງານສືບທອດນຳພາ ຕາມທິດຫັນເປັນໜຸ່ມແລະ ໜັກແໜ້ນ; ສືບຕໍ່ປ່ຽນແປງຕົນ​​ເອງ ຢ່າງບໍ່ຢຸດຢັ້ນຕາມຈິດໃຈ 4 ບຸກທະລຸເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຍົກສູງຄວາມສາມາດແລະ ຄຸນນະພາບການນຳພາຂອງພັກໃນໄລຍະໃໝ່, ນຳພາການຈັດຕັ້ງຜັນຂະຫຍາຍວຽກງານ 3 ສ້າງໃຫ້ປະກົດຜົນເປັນຈິງ; ​ເພີ່ມທະວີການນຳພາ, ຊີ້ນຳ, ບັນຊາແລະ ຕິດຕາມກວດກາການຜັນຂະຫຍາຍຕາມທິດທີ່ວາງໄວ້.

     ນອກຈາກນີ້ໃນກອງປະຊຸມ ສະຫາຍເລຂາທິການໃຫຍ່, ປະທານປະເທດ ​​ຍັງໄດ້ໃຫ້ກຽດປະດັບຫລຽນນາມມະຍົດພັດທະນາດີເດັ່ນແຫ່ງຊາດໃຫ້ບ້ານສາມສ້າງຈຳນວນ 3 ບ້ານຄື: ບ້ານພວມເລົາ-ຜາແກ້ວ, ບ້ານເມືອງປາ, ​ເມືອງປາກລາຍ, ​ແຂວງໄຊຍະບູລີແລະ ບ້ານສີບຸນເຮືອງ, ​ເມືອງຮຸນແຂວງອຸດົມ​​ໄຊ ​ ​ແລະ 5 ບຸກຄົນດີເດັ່ນຄື: ສະຫາຍ ດຣ. ນາງ ພູດາໄລ ລັດວິໄລວົງ ຫົວໜ້າສູນຄົ້ນຄວ້າແລະ ຂະຫຍາຍແນວພັນເຂົ້າທ່າສະໂນ, ​ເມືອງໄກສອນ ພົມວິຫານແຂວງສະຫວັນນະເຂດ, ສະຫາຍນາງ ສົງບັນດິດ ຍົດໝັ້ນຄົງ ອຳນວຍການບໍລິສັດທົ່ງລະຫາສິນ, ​ເມືອງໄກສອນ ພົມວິຫານແຂວງສະຫວັນນະເຂດ, ສະຫາຍເກ ອູ່ສິດທິເດດ ກຳມະການແນວລາວສ້າງຊາດແຂວງ, ຜູ້ອຳ ນວຍການໂຮງງານຜະລິດນ້ຳດື່ມ, ນ້ຳກ້ອນໂລມາຄຳແຂວງສາລະວັນ, ສະຫາຍແຖວທອງ ຈັນທິລັກ ຕົວແບບດີເດັ່ນ ບ້ານໃຫຍ່ເມືອງບໍ່ແຕນແຂວງໄຊຍະບູລີແລະ ສະຫາຍ ລາວມາ ລີຄຳສຸກເຢັຍເຊັງ ຫົວໜ້າສະຫະກອນຢາງພາລາເລກ 1, ບ້ານຫາດຍາວ, ​ເມືອງແລະແຂວງຫລວງນ້ຳທາ ທີ່ມີຜົນງານດີເດັ່ນໃນຂະບວນການແຂ່ງຂັນຮັກຊາດແລະ ພັດທະນາຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານແລະ ຊຸກຍູ້ວຽກງານ 3 ສ້າງ.

No comments:

Post a Comment