Ad

Ad

27 November 2015

ປະທານ​ສະພາ​ແຫ່ງ​ຊາດ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຄົນ​ລາວ​ຢູ່​ຕ່າງ​ປະ​ເທດ​ມາ​ຮ່ວມ​​ສະ​ເຫຼີ​ມສະຫຼອງ​ວັນ​ສະຖາ​ປາ​ນາ ສປປ ລາວ ​ຄົບຮອບ 40 ປີ

ໃນຕອນເຊົ້າຂອງວັນທີ 26 ພະຈິກນີ້ທີ່ສະພາແຫ່ງຊາດ, ນະ ຄອນຫລວງວຽງຈັນ, ທ່ານປະທານສະພາແຫ່ງຊາດນາງປານີ ຢາທໍ່ຕູ້ໄດ້​​ຕ້ອນຮັບຄະນະຜູ້ແທນຄົນລາວເຊື້ອສາຍລາວຢູ່ຕ່າງປະເທດທີ່ເດີນ ທາງມາຮ່ວມງານສະເຫຼີມສະຫຼອງວັນສະຖາປານາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຄົບຮອບ 40 ປີ, ໃນໂອກາດນີ້ທ່ານປະທານສະພາແຫ່ງຊາດ, ໄດ້ກ່າວຕ້ອນຮັບດ້ວຍຄວາມຍີນດີເປັນຢ່າງຍິ່ງແລະ ຍ້ອງຍໍຄະນະຜູ້ແທນດັ່ງກ່າວທີ່ໄດ້ສະຫຼະເວລາມາຮ່ວມກັບພີ່ນ້ອງຊາວລາວບັນດາເຜົ່າ​​ໃນງານສະເຫຼີມສະຫຼອງວັນປະຫວັດສາດສຳຄັນຂອງຊາດໃຫ້ມີບັນຍາກາດຟົດຟື້ນຍິ່ງຂຶ້ນ, ພ້ອມທັງໄດ້ເລົ່າຫວນຄືນມູນເຊື້ອ​​ວັນຊາດທີ 2 ທັນວາແລະເຫດການສຳຄັນຕ່າງໆທີ່ເກີດຂຶ້ນຕະຫຼອດ 40 ປິຜ່ານມາ,​ ໂດຍສະເພາະ
ແມ່ນການຊີ້ນຳ-ນໍາພາຂອງພັກ ແລະ ລັດຖະບານໃນພາລະ ກິດປົກປັກຮັກສາແລະ ສ້າງສາພັດທະນາປະເທດຊາດຈົນມາຮອດປັດຈຸບັນ​, ອັນໄດ້ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີເປັນປຶກແຜນ, ການປ້ອງກັນຊາ-ປ້ອງກັນຄວາມສະຫງົບມີຄວາມໜັກແໜ້ນເຂັ້ມ ແຂງ ແລະ ປະເທດຊາດໄດ້ຮັບການພັດທະນານັບມື້ຈະເລີນຮຸ່ງເຮືອງຂຶ້ນ​​ເປັນກ້າວໆມາ ແລະຄຽງຄູ່ກັບຜົນສຳເລັດດັ່ງກ່າວ, ສປປ ລາວ ພວກເຮົາກໍຍັງມີຄວາມຫຍຸ້ງຍາກແລະ ສິ່ງທ້າທາຍຈຳນວນໜຶ່ງເປັນຕົ້ນແມ່ນຂາດເຂີນທຶນຮອນເຂົ້າໃນການສ້າງສາພັດທະນາ,​ ຂາດຊັບພະຍາກອນມະນຸດທີ່ມີຄວາມຮູ້ຄວາມສາມາດເພື່ອ​​ເຮັດໜ້າທີ່ຄົ້ນຄ້ວາວິໄຈ ​​ແລະ ບໍລິຫານວຽກງານໃຫ້ມີປະສິດທິຜົນສູງ, ດັ່ງນັ້ນ ຈຶ່ງຂໍເຊີນຊວນ​​ພີ່ນ້ອງຊາວລາວຢູ່ຕ່າງປະເທດຈົ່ງໄດ້ໃຫ້ການປະກອບສ່ວນສຳຄັນ​​ເຂົ້າໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດໃນຕໍ່ໜ້າ, ​ເຮັໃຫ້ປະເທດລາວຂອງພວກເຮົາມີຄວາມຈະເລີນສີວິໄລຍິ່ງຶ້.

No comments:

Post a Comment