Ad

Ad

27 November 2015

ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ສະມາຄົມ​ມິດຕະພາບ​ລາວ-ຣັດ​ເຊຍ​ຄົບຮອບ 50 ປີ

ສະມາຄົມມິດຕະພາບລາວ-ຣັດເຊຍຮ່ວມກັບສະຖານທູດຣັເຊຍ ປະຈຳລາວ, ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມດັ່ງກ່າວຄົບຮອບ 50 ປີຂຶ້ນໃນຕອນຄໍ່າວັນທີ 25 ພະຈິກນີ້ທີ່ໂຮງແຮມເມີຄິວ ​​ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີວ່າການກະຊວງການຕ່າງປະເທດທອງລຸນສີສຸລິດ, ມີບັນດາລັດຖະມົນຕີ, ທູດຕານຸທູດ ແລະ ອົງການຈັດຕັ້ງສາກົນປະຈໍາລາວເຂົ້າຮ່ວມເປັນຈໍານວນຫລາຍ.
          ໃນພິທີອັນມີຄວາມໝາຍນີ້, ທ່ານປະທານສະມາຄົມມິດຕະພາບລາວ-ລັດເຊຍໄດ້ຫວນຄືນສາຍພົວພັນມິດຕະພາບລະຫວ່າງລາວ-ຣັດເຊຍຕະຫຼອດໄລຍະຜ່ານມາ,​ ໂດຍສະເພາະແມ່ນການປຶກສາຫາລືແລະຊ່ວຍເຫຼືອຊຶ່ງກັນແລະ ກັນໃນດ້ານຕ່າງໆ. ພາຍໃຕ້ການຍູ້ໜູນຂອງສະມາຄົມໂດຍຜ່ານກິດຈະກຳ
ຕ່າງໆທີ່ຈັດຂື້ນໃນໄລຍະຜ່ານມາ ແລະ ງານສະເຫລີມສະຫລອງຄັ້ງນີ້ແມ່ນສະແດງ​​ເຖິງສາຍພົວພັນທີ່ໝັ້ນໜຽວທາງດ້ານວັດທະນະທຳ-ສັງຄົມລະຫວ່າງສອງປະເທດລາວ-ຣັດເຊຍ, ຣັດເຊຍ​-ລາວແລະຂອບການຮ່ວມມືໃນອະນາຄົດ.
          ໃນພິທີດັ່ງກ່າວ, ສະມາຄົມມິດຕະພາບລາວ-ຣັດເຊຍ, ຍັງໄດ້ມອບຫຼຽນໄຊມິດຕະພາບຈາກລັດຖະບານສະຫະພັນຣັດເຊຍໃຫ້ແກ່ທ່ານຮອງນາຍົກລັດຖະມົນຕີ ທອງລຸນສີສຸລິດທີ່ມີຜົນງານເດັ່ນໃນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັດແໜ້ນແລະເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແລະ ການຮ່ວມມືທີ່ມີມາຍາວນານລະຫວ່າງສອງປະເທດລາວ-ຣັດເຊຍ, ໂດສະເພາະແມ່ນການຊຸກຍູ້ໃຫ້ມີການໄປມາຫາສູ່ກັນລະຫວ່າງການນຳຂອງສອງປະເທດລາວ-ຣັດເຊຍ ຈົນກາຍເປັນປະເທດຮ່ວມຍຸດທະສາດນຳກັນ.

ນອກຈາກນີ້, ຍັງໄດ້ນຳສະເໜີໂຄງການໜັງສືຜ່ານແດນອີເລັກໂຕຣນິກ (E-passport), ຊຶ່ງ​​ເປັນໜັງສືຜ່ານແດນແບບ​​ທັນສະໄໝ, ນຳໃຊ້ງ່າຍແລະ ຮັບປະກັນຄວາມຜິດພາດເປັນຢ່າງດີ,ໂຄງ ການດັ່ງກ່າວ​​ຈະເລີ່ມນຳໃຊ້ໃນຕົ້ນປີ 2016 ເປັນຕົ້ນໄປ.

No comments:

Post a Comment