Ad

Ad

27 November 2015

ລາວເປີດນໍາໃຊ້ສະຖາບັນຝຶກອົບຮົມໄຟຟ້າເພື່ອຮັບຕ້ອນວັນຊາດ 2 ທັນວາຄົບຮອບ 40 ປີ

ພິທີເປີດນໍາໃຊ້ສະຖາບັນຝຶກອົບຮົມໄຟຟ້າລາວ, ຊຶ່ງຕັ້ງຢູ່ບ້ານໂສກປ່າຫລວງເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ໄດ້ຈັດຂຶ້ນໃນຕອນແລງວັນທີ 25 ພະຈິກນີ້, ໂດຍການເຂົ້າຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ, ມີທ່ານລັດຖະມົນຕີວ່າການກະຊວງພະ ລັງງານ ແລະ ບໍ່ແຮ່ ດຣ ຄໍາມະນີ ອິນທິລາດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈໍານວນຫລາຍ.

ທ່ານຜູ້ອໍານວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ສີສະຫວາດ ທິຣະວົງ ໃຫ້ຮູ້ວ່າ: ການເປີດນໍາໃຊ້ສະຖາບັນແຫ່ງນີ້ມີຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວປວງຊົນລາວທັງຊາດພວມກະກຽມການ
ສະເຫລີມສະຫລອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີຢ່າງຟົດຟື້ນ. ສະຖາບັນດັ່ງກ່າວເປັນອາຄານຂະໜາດໃຫຍ່ເນື້ອທີ່ກວ້າງຂວາງ ແລະ ມີຄວາມສູງ 8 ຊັ້ນ, ເຊິ່ງຈະເປັນບ່ອນກໍ່ສ້າງນັກວິສະວະກອນ ແລະ ຝຶກອົບຮົມພະນັກງານໄຟຟ້າໃນໄລຍະໃໝ່, ໂດຍສະເພາະແມ່ນດ້ານວິຊາຊີບ, ເຕັກນິກໃນຂະແໜງໄຟຟ້ານໍ້າຕົກ, ຂະແໜງຈໍາໜ່າຍ, ຄຸ້ມຄອງບໍລິຫານໄຟຟ້າ ແລະ ອື່ນໆເພື່ອສ້າງຊ່ຽວຊານ ແລະ ວິຊາການທີ່ມີຄວາມຮູ້ຄວາມສາມາດໃນການຄຸ້ມຄອງລະບົບ ແລະ ອຸປະກອນເຕັກໂນໂລຊີອັນໃໝ່ໆ ແລະ ເປັນອີກສະຖາບັນໜຶ່ງທີ່ເປັນພື້ນຖານຂອງການພັດທະນາບຸກຄະລະກອນທີ່ມີຄຸນນະພາບໃຫ້ກາຍເປັນຜູ້ຊ່ຽວຊານຊໍານານງານໃນຂະແໜງການໄຟຟ້າຕ່າງໆເພື່ອມາພັດທະນາປະເທດຊາດໃຫ້ຮັ່ງມີເຂັ້ມແຂງ.

No comments:

Post a Comment