Ad

Ad

27 November 2015

ໂຄງການໂຮງໝໍລາວ-ສະວິດມອບອຸປະກອນການແພດໃຫ້ໂຮງໝໍຫລາຍແຫ່ງຢູ່ລາວລວມມູນຄ່າຫລາຍກວ່າ 1 ລ້ານໂດລາສະຫະລັດ

 ໂຄງການໂຮງໝໍລາວ-ສະວິດ, ໄດ້ນໍາອຸປະກອນການ ແລະ ເຄື່ອງມືທາງການແພດຊຶ່ປະກອບມີ: ເຄື່ອງເອໂກ 7 ເຄື່ອງ, ຕູ້ອົບເດັກນ້ອຍເກີດໃໝ່ 6 ເຄື່ອງ, ຕຽງສໍາລັບເກີດລູກ 5 ໜ່ວຍ, ເຄື່ອງຕິດ ຕາມການເຕັ້ນຂອງຫົວໃຈເດັກໃນທ້ອງ 6 ໜ່ວຍ, ຕຽງນອນອຸ່ນ 8 ໜ່ວຍ, ຊຸດພະຍາບານ ແລະ ຊຸດນອນຄົນເຈັບອີກຈໍານວນໜຶ່ງລວມມີມູນຄ່າຫລາຍກວ່າ 1 ລ້ານໂດລາສະຫະລັດ ຫລື ປະມານ 8 ຕື້ກີບ, ເພື່ອມອບໃຫ້ແກ່ໂຮງໝໍແມ່ ແລະ ເດັກແດງຫລັງໃໝ່, ໂຮງໝໍແຂວງຫົວພັນ, ໂຮງໝໍແຂວງຊຽງຂວາງ ແລະ ໂຮງໝໍເມືອງ ອີກຈໍານວນໜຶ່ງ, ຊຶ່ງພິທີມອບ-ຮັບເຄື່ອງຊ່ວຍເຫລືອດັ່ງກ່າວຈັດຂຶ້ນໃນວັນທີ 25 ພະຈິກນີ້ ທີ່ໂຮງໝໍແມ່ ແລະ ເດັກຫລັງໃໝ່ລະຫວ່າງທ່ານ ດຣ ຮາວເປີ ຜູ້ຕາງໜ້າໂຄງການໂຮງໝໍລາວ-ສະວິດ ແລະ ທ່ານຮອງສາດສະດາຈານ ດຣ ບຸນເຫລືອ ອຸດາວົງ ອໍານວຍການໂຮງໝໍເດັກ.

ຜູ້ຕາງໜ້າໂຄງການໂຮງໝໍລາວ-ສະວິດໃຫ້ຮູ້ວ່າ: ການຊ່ວຍເຫລືອເທື່ອນີ້ແມ່ນຄັ້ງທີ 13 ແລ້ວທີ່ໂຄງການພວກເຮົາໄດ້ປຸກລະດົມຂົນຂວາຍເອົາອຸປະກອນ ແລະ ເຄື່ອງມືທາງການແພດຕ່າງໆມາຊ່ວຍເຫລືອໃຫ້ແກ່ໂຮງໝໍແມ່ ແລະ ເດັກແລະໂຮງໝໍຫລາຍແຫ່ງໃນລາວ, ນອກຈາກນີ້ຍັງໄດ້ສົ່ງຄະ ນະແພດຜູ້ຊ່ຽວຊານມາແລກປ່ຽນບົດຮຽນ ແລະ ຄວາມຮູ້ດ້ານວິຊາການ, ລວມເຖິງການແນະນໍາການນໍາໃຊ້ອຸປະກອນ ແລະ ເຄື່ອງມືທາງການແພດທີ່ທັນສະໄໝໃນການເບິ່ງແຍງ, ປິ່ນປົວສຸຂະພາບ

ຂອງແມ່ ແລະ ເດັກໃຫ້ແກ່ແພດໝໍຂອງລາວ, ໂດຍສະເພາະແມ່ນເພື່ອຮັບປະກັນໃຫ້ການເບິ່ງແຍງສຸຂະພາບຂອງແມ່ ແລະ ເດັກໃນລາວນັບມື້ມີປະສິດຕິພາບ ແລະ ທັນສະໄໝຂຶ້ນເທື່ອລະກ້າວ ແລະ ໂຄງການຈະສືບຕໍ່ປຸກລະດົມຂົນຂວາຍເອົາເຄື່ອງມື ແລະ ອຸປະກອນທາງການແພດມາຊ່ວຍເຫລືອ ແລະ ພັດທະນາໂຮງໝໍຢູ່ລາວໃຫ້ຫລາຍຂຶ້ນໄປເລື້ອຍໆໃນອະນາຄົດ.

No comments:

Post a Comment