Ad

Ad

27 November 2015

ETL ມອ​ບຂອງຂວັນໃຫ້​​​ນາງ​ແບບ​ປະຕິທິນ 2016

ໃນຄໍ່າຄືນວັນທີ 25 ພະຈິກນີ້, ​ທີ່ຫ້ອງວາງສະແດງຜະລິດຕະ ພັນສີນຄ້າຂອງບໍລິສັດ ອີທີແອລມະຫາຊົນໃນງານບຸນນະມັດສະການພະທາດຫລວງປະຈໍາປີ 2015, ໄດ້​​​ຈັດກິດຈະກຳການມອບຂອງຂວັນ​​ໃຫ້ແກ່ນາງແບບປະຕິທິນອີທີແອລ ປະຈຳປີ 2016ຄື: ນາງ ອະນຸສອນ ບຸດສະຫວັດ, ນາງ ສຸພາພອນ ສົມມິຈິດ, ນາງ ຈາຣະວີ ສີລິມຸງຄຸນ ແລະ ນາງສອນອານົງ ສຸວັນນະຈັກ, ເຊິ່ງລວມເປັນເງິນທັງໝົດ 25 ລ້ານກີບ ແລະ ເຄື່ອງທີ່ລະນຶກຈໍານວນໜຶ່ງ,ໂດຍການໃຫ້ກຽດມອບຂອງທ່ານ ສະ ຫວັນ ລາດສະດີ ຮອງຜູ້ອຳນວຍການ​​ໃຫຍ່ບໍລິສັດອີທີແອລ ມະຫາຊົນ.
ສໍາລັບປະຕິທິນຂອງບໍລິສັດອີທີແອລ ມະຫາຊົນປະຈໍາປີ 2016 ນີ້, ນອກຈາກໄດ້ນາງສາວງາມ
ມາເປັນ ນາງແບບແລ້ວ, ຍັງໄດ້ສະທ້ອນໃຫ້ເຫັນເຖິງຄວາມເປັນເອກະລັກທາງດ້ານວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດທີ່ໄດ້ສືບທອດກັນມາແຕ່ບູຮານຈົນເຖິງເທົ່າທຸກວັນນີ້.

ນອກຈາກນີ້ພາຍໃນງານຍັງໄດ້ຈັບສະຫຼາກ​​ຫາຜູ້ໂຊກດີຈາກການຊື້ຜະລິດຕະພັນພາຍຂອງອີທີແອ, ຊຶ່ງ​​ລາງວັນປະກອບມີ: ​ໂທລະພາບ,​ ໂທລສັບມືຖືແລະອື່ນໆຢ່າງຫລວງຫລາຍ

No comments:

Post a Comment