Ad

Ad

27 November 2015

ທ້າ​ຍອາທິດ​ນີ້ ອຸນຫະພູມ​ຈະ​ຫລຸດ​ລົງ 2-4 ອົງສາ

     ​ໄລຍະນີ້, ບໍລິເວນຄວາມກົດດັນສູງຂອງອາກາດເຢັນຈະປົກຄຸມຢູ່ທົ່ວທຸກພາກຂອງລາວດ້ວຍກຳ ລັງປານກາງ, ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ, ​ເຊິ່ງຈະເຮັດໃຫ້ອາກາດໜາວເຢັນໃນແຕ່ລະພາກ, ພ້ອມຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ. ຈາກນັ້ນໃນ​​​ໄລຍະວັນທີ 26-29 ພະຈິກນີ້, ມວນອາກາດໜາວເຢັນຈະມີກຳລັງແຮງເພີ່ມຂຶ້ນອີກ, ​ເຊິ່ງຈະເຮັດໃຫ້ອາກາດໜາວລົງ ພ້ອມມີໝອກບາງປົກຄຸມຢູ່ທົ່ວໄປແລະໝອກໜາໃນຕອນເຊົ້າຢູ່ບາງທ້ອງຖິ່ນຂອງແຂວງພາກເໜືອ.
     ສະພາບອາກາດໃນ​​ໄລຍະນີ້ ອາກາດສ່ວນ​​ໃຫຍ່ຈະໜາວເຢັນຢູ່ບັນດາ​​ແຂວງພາກ ເໜືອ, ​ໄຊສົມ ບູນແລະເຂດພູພຽງບໍລະເວນປາກຊ່ອງ, ຈາກນັ້ນ ອາກາດຈະເຢັນລົງອີກ 2-4 ອົງສາໃນແຕ່ລະພາກ. ສ່ວນສະພາບຝົນຍັງຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນຂອງແຂວງພາກເໜືອແລະເຂດດ້ານຕາເວັນອອກຂອງພາກກາງ, ຕົ້ນອາທິດໜ້າຝົນຈະຫລຸດລົງຄາດຄະເນປະລິມານນ້ຳຝົນລວມ​​ໃນ​ 7 ວັນຕໍ່ໜ້າຈະມີຝົນຕົກຕ່ຳກວ່າປົກກະຕິ.


No comments:

Post a Comment