Ad

Ad

26 November 2015

ຜູ້ນໍາພັກ-ລັດພ້ອມຊາວພຸດລາວຮ່ວມໃສ່ບາດບຸນນະມັດສະການພະທາດຫລວງ

     ​​ໃນຕອນເຊົ້າວັນທີ 25 ພະຈິກນີ້, ຊຶ່ງກົງກັບມື້ຂຶ້ນ 15 ຄໍ່າເດືອນ 12 ເພັງ, ບັນດາຜູ້ນໍາພັກ-ລັດ, ອັນມີທ່ານເລຂາທິການໃຫຍ່, ປະທານປະເທດ ຈູມມາລີ ໄຊຍະສອນ, ທ່ານຮອງປະທານປະເທດ ບຸນຍັງ ວໍລິຈິດ, ທ່ານຮອງນາຍົກລັດຖະມົນຕີ ອາຊາງ ລາວລີ,ທ່ານຮອງນາຍົກລັດຖະມົນຕີ ສົມສະ ຫວາດ ເລັ່ງສະຫວັດ, ທ່ານຮອງນາຍົກລັດຖະມົນ ຕີ ດຣ ບຸນປອນ ບຸດຕະນະວົງ, ທ່ານຮອງນາຍົກ ລັດຖະມົນຕີ ດຣ ພັນຄໍາ ວິພາວັນ ພ້ອມດ້ວຍການນໍາຂັ້ນສູງພັກ-ລັດອີກຫລາຍທ່ານ, ຊາວ ພຸດລາວ ແລະ ຊາວນະຄອນຫລວງວຽງຈັນ ແລະ ແຂວງຕ່າງໆຮ່ວມພິທີທໍາບຸນໃສ່ບາດໃນມື້ສຸດທ້າຍຂອງງານບຸນນະມັດສະການພະທາດຫລວງປີນີ້ດ້ວຍບັນຍາກາດອັນຟົດຟື້ນຕາມຮີດຄອງປະເພນີ ແລະ ວັດທະນາທໍາອັນດີງາມຂອງຊາດ.

     ພິທີໃສ່ບາດໃນໂອກາດບຸນປະເພນີດັ່ງກ່າວ, ໄດ້ມີຂຶ້ນຢູ່ໃນບໍລິເວນກົມມະລຽນອ້ອມຮອບພະທາດຫລວງ, ລວມໄປເຖິງຕາມທົ່ວເດີ່ນດ້ານນອກຂອງພະທາດກໍມີມວນຊົນຫລາຍໝື່ນຄົນໄດ້ມາໃສ່ບາດຖວາຍສັງຄະທານແດ່ພະສົງທີ່ມາຈາກເຂດແຂວງຕ່າງໆໃນທົ່ວປະເທດ ແລະ ຕ່າງປະເທດນັບເປັນຈໍານວນຫລາຍພັນອົງທີ່ມາຮ່ວມນະມັດສະການ ແລະ ກາບໄຫວ້ພະທາດຫລວງທີ່ສັກສິດເປັນມິ່ງຂວັນເອກກະລັກຂອງຊາດລາວ, ຊຶ່ງໜຶ່ງປີມີຄັ້ງໜຶ່ງເພື່ອອຸທິດເຖິງດວງວິນຍານຂອງບັນພະບູລຸດ ແລະ ປະຊາຊົນລາວທີ່ມີຄຸນງາມຄວາມດີ ແລະ ຜົນງານອັນລໍ້າຄ່າໃນການອຸທິດເຫື່ອແຮງ ແລະ ສະຕິປັນ ຍາຂອງຕົນເຂົ້າໃນການສ້າງ ແລະ ປະຕິສັງຂອນອົງພະທາດຈົນສໍາເລັດບໍລິບູນໃນປີ ຄສ 1566 ແລະ ຈົນມາຮອດປັດຈຸບັນອົງພະທາດຫລວງໄດ້ກາຍເປັນມິ່ງຂວັນ ແລະ ມໍລະດົກອັນລໍ້າຄ່າທີ່ຊາວລາວທົ່ວທັງປະເທດໄດ້ພ້ອມພາກັນສັກກະລະບູຊາ, ກາບໄຫວ້ສືບທອດກັນມາຮອດເທົ່າປັດຈຸບັນ.

   ໃນຕອນບ່າຍຂອງວັນດຽວກັນ, ຍັງໄດ້ຈັດຕັ້ງການແຂ່ງຂັນຕີຄີຢູ່ບໍລິເວນເດີ່ນພະທາດຫລວງລະຫວ່າງຝ່າຍປະຊາຊົນ ແລະ ຝ່າຍລັດຖະບານ ເພື່ອຮັດແໜ້ນຄວາມສາມັກຄີ ແລະ ທັງເປັນການປະຕິບັດຕາມຮີດ 12 ຄອງ 14 ທີ່ບັນພະບູລຸດລາວໄດ້ກໍານົດໄວ້ໃຫ້ຕິດພັນກັບບຸນນະມັດສະການພະທາດຫລວງ ແລະ ໃນຕອນຄໍ່າຂອງມື້ດຽວກັນກໍມີພິທີສູດປະລິຕະມົງຄຸນ,ວຽນທຽນ ແລະ ຈູດບັ້ງໄຟດອກເພື່ອສັກກະລະບູຊາພະທາດຫລວງໃນຄືນສຸດທ້າຍຢ່າງມີຄວາມໝາຍ.

No comments:

Post a Comment