Ad

Ad

26 November 2015

ໂຮງໄຟຟ້າພະລັງ​ຄວາມ​ຮ້ອນ​ຫົງ​ສາ ຈະ​ເປີດ​ນຳ​ໃຊ້​ໃນ​ຕົ້ນ​ເດືອນ​ທັນວາ​ນີ້ ຕ້ອນຮັບ​ວັນຊາດ​ທີ 2 ທັນວາ


   ​​ມາຮອດປັດຈຸບັນການກໍ່ສ້າງໂຄງການໄຟຟ້າພະລັງງານຄວາມຮ້ອນຫົງສາ ຫລື ບໍລິສັດໄຟຟ້າຫົງສາ ຈຳກັດມີຄວາມພ້ອມເກືອບ 100% ແລ້ວທີ່ຈະເປີດນຳໃຊ້​​ໃນວັນທີ 9 ທັນວານີ້ຢ່າງເປັນທາງການເພື່ອຄໍານັບຮັບຕ້ອນການສະເຫລີມສະຫລອງວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40ປີ (2 ທັນວາ 1975 - 2 ທັນວາ 2015).
     ​ໂຮງໄຟຟ້າພະລັງງານຄວາມຮ້ອນດັ່ງກ່າວສ້າງເປັນໂຮງງານທີ່ເປັນມິດກັບສິ່ງແວດລ້ອມແລະເປັນທີ່ຍອມຮັບຂອງຊຸມຊົນ, ລັດຖະບານລາວໄດ້ນຳໃຊ້ມາດຕະຖານສິ່ງ​​ແວດລ້ອມຈາກທະນາຄານໂລກມາເປັນແນວທາງໃນການຈັດຕັ້ງປະຕິບັດບັນດາກິດຈະກຳຂອງໂຄງການ. ດັ່ງນັ້ນ ທາງບໍລິສັດ ຈຶ່ງໄດ້ໃຫ້ຄວາມ
ສຳຄັນຍິ່ງຕໍ່ວຽກງານດັ່ງກ່າວນັບແຕ່ເລີ່​​ອອກແບບໄປຮອດການນຳໃຊ້ອຸປະກອນ​​ດັກຈັບສິ່ງເສດເຫລືອໃນຂະບວນການຜະລິດໄຟຟ້າ ທີ່ມີປະສິດທິພາບລະດັບສາກົນ. ແຕ່ເຖິງຢ່າງໃດກໍຕາມຕະຫລອດໄລຍະການກໍ່ສ້າງແລະ ອາຍຸການສຳປະທານ 25 ປີ,ບໍລິສັດໄດ້ມີການວັດແທກຄຸນນະພາບດ້ານສິ່ງແວດລ້ອມ,ໂດຍມີໜ່ວຍງານກ່ຽວຂ້ອງຂອງລັດຖະບານໄດ້ຕິດຕາມກວດກາຢ່າງເຂັ້ມງວດ, ມີຄວາມໝັ້ນໃຈວ່າໂຮງໄຟຟ້າແຫ່ງນີ້ ຈະບໍ່ກໍໃຫ້ເກີດຜົນກະທົບຕໍ່ສິ່ງແວດລ້ອມແລະ ສຸຂະພາບຂອງປະຊາຊົນທີ່ອາໄສຢູ່ເຂດພື້ນທີ່ເມືອງຫົງສາແລະ ບໍລິເວນໃກ້ຄຽງຢ່າງແນ່ນອນສຳລັບວັດຖຸດິບທີ່ນຳໃຊ້ເຂົ້າໃນຂະບວນການຜະລິດມີບໍ່ຖ່ານຫີນທີ່ມີປະລິມານສຳຮອງຫລາຍເຖິງ 577 ລ້ານໂຕນ, ຄາດວ່າຈະນຳໃຊ້ເຂົ້າໃນການຜະລິດປະມານ 380 ລ້ານໂຕນ ຕະຫລອດໄລຍະການສຳປະທານ 25ປີ.
     ​ເຂື່ອນນ້ຳເລືອກແລະເຂື່ອນນ້ຳແກນ, ​ເຊິ່ງເປັນແຫລ່ງນ້ຳທີ່ນຳມາໃຊ້ເຂົ້າໃນການຜະລິດກະແສໄຟຟ້າ, ​ໂດຍໂຮງໄຟຟ້າພະລັງງານຄວາມຮ້ອນຈຳເປັນຕ້ອງໃຊ້ນ້ຳຈຳນວນບໍ່ໜ້ອຍເພື່ອເປັນຕົວຂັບເຄື່ອນເພາະວ່າຄວາມຮ້ອນບໍ່ສາມາດຜະລິດກະໄຟຟ້າໂດຍກົງໄດ້ ຈຶ່ງໄດ້ໃຊ້ແຮງດັນອື່ນເຂົ້າຊ່ວຍກໍຄືຕ້ອງມີນ້ຳຢ່າງພຽງພໍ. ນ້ຳໃນເຂື່ອນ​ ​ ຍັງສາມາດສະໜອງໃຫ້ແກ່ເນື້ອທີ່ປູກເຂົ້າຂອງປະຊາຊົນປະມານ 350 ​ເຮັກຕາ, ທັງສາມາດນຳໄປຜະລິດນ້ຳປະປາຮັບໃຊ້ຊາວເມືອງຫົງສາໄດ້ອີກ, ສ່ວນບໍ່ຫີນປູນຢູ່ເມືອງເງິນກໍເປັນແຫລ່ງວັດຖຸດິບແຫ່ງໜຶ່ງທີ່ນຳໃຊ້ເຂົ້າໃນຂະບວນການດັກຈັບຄາບອນໄດອ໋ອກໄຊຈາກຂະບວນການເຜົາໄໝ້ໄດ້ອີກດ້ວຍ.

     ​ໂຮງໄຟຟ້າພະລັງງານຄວາມຮ້ອນຕັ້ງຢູ່ເມືອງຫົງສາ, ​ແຂວງ​​ໄຊຍະບູລີ ມີເນື້ອທີ່ທັງໝົດ 76,2 ກິໂລແມັດ, ປະກອບມີບໍ່ຖ່ານຫີນລິກໄນ ທີ່ສາມາດນຳມາໃຊ້ຜະລິດໄຟຟ້າໄດ້ 14,3 ລ້ານໂຕນ/ປີ, ມີເຄື່ອງຜະລິດກະແສໄຟຟ້າທັງໝົດ 3 ໜ່ວຍ, ​ມີກຳລັງຕິດຕັ້ງໜ່ວຍລະ 626 ​ເມກາວັດ, ມີລະບົບສາຍສົ່ງກະແສໄຟຟ້າຂະໜາດແຮງດັນ 500 ກິໂລໂວແລະ 115 ກິໂລໂວ, ມີເຂື່ອນເກັບກັກນ້ຳ 2 ​ແຫ່ງຄື: ​ເຂື່ອນນ້ຳ​​ແກນແລະເຂື່ອນນ້ຳເລືອກ, ມີເນື້ອທີ່ຈັດສັນເພື່ອພັດທະນາກະສິກຳ, ສູນອົບຮົມວິຊາຊີບແລະ ຈັດສັນ​​ບ້ານ​​ໃໝ່, ມີລະບົບພື້ນຖານໂຄງລ່າງທີ່ມີຄຸນນະພາບສາມາດເປັນເສັ້ນທາງເສດຖະກິດທີ່ສຳຄັນຂອງທັງສອງປະເທດ, ​ໂດຍສະເພາະເສັ້ນທາງຄົມມະນາຄົມ ເຊື່ອມຕໍ່ລະຫວ່າງ ລາວ-​ໄທ (​ແຂວງນ່ານ ປະເທດໄທ-​ເມືອງຫົງສາໄຊຍະບູລີ-ຫລວງພະບາງ-ອຸດົມໄຊ ສປປ ລາວ) ອີກດ້ວຍ.

No comments:

Post a Comment