Ad

Ad

26 November 2015

ສະຫລຸບ​ການຈັດ​ຕັ້ງ​ປະຕິບັດ​ຂະ​ບວນການ​​ຮັກ​ຊາດ ​ແລະວຽກ​ງານ 3 ສ້າງ​​ທົ່ວ​ປະ​ເທດ

     ​ກອງະຊຸມຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາແລະ ຜັນຂະ ຫຍາຍວຽກງານ​ 3 ສ້າງ,​ ໄດ້ໄຂຂຶ້ນຢ່າງເປັນທາງການ​​​ໃນລະຫວ່າງວັນທີ 25-26 ພະຈິກນີ້ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ​ໂດຍການ​​ໃຫ້ກຽດເຂົ້າຮ່ວມຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ຈູມມາລີໄຊຍະສອນ, ພ້ອມດ້ວຍບັນດາການນໍາຂັ້ນສູງພັກ-ລັດເຂົ້າຮ່ວມເປັນຈໍານວນຫລາຍ.
     ​ໃນພິທີອັນມີຄວາມໝາຍນີ້, ສະຫາຍ ບຸນຍັງ ວໍລະຈິດ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ຫົວໜ້າຄະນະຊີ້ນຳເຮັດທົດລອງວຽກງານສາມສ້າງໄດ້ຂຶ້ນລາຍງານຕໍ່ກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ແມ່ນການສະຫລຸບຕີລາຄາການຈັດຕັ້ງປະຕິບັດຂະບວນແຂ່ງຂັນຮັກຊາດແລະ ພັດທະນາກໍຄືຂະບວນການຫັນລົງຮາກຖານສ້າງບ້ານພັດທະນາ
ແລະ ຊຸກຍູ້ວຽກງານ 3 ສ້າງເຂົ້າສູ່ລວງເລິກໃນຊຸມປີຜ່ານມາຢ່າງຮອບດ້ານເພື່ອສະຫລຸບຖອດຖອນບົດຮຽນໃຫ້ເປັນລະບົບແລະ ຈະໄດ້ມີການຍ້ອງຍໍສັນລະເສີນຜູ້ທີ່ມີຜົນງານດີເດັ່ນໃນຂະບວນດັ່ງກ່າວແລະ ສືບຕໍ່ເປີດຂະບວນການ​​ແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາແລະຜັນຂະຫຍາຍວຽກງານ 3 ສ້າງເຂົ້າສູ່ລວງເລິກ​​ໃນຊຸມປີຕໍ່ໜ້າເພື່ຶອສືບຕໍ່ສ້າງບາດກ້າວບຸກທະລຸທັງ 4 ດ້ານໃຫ້ແຂງແຮງກວ່າເກົ່າແລະ ປະຕິບັດໃຫ້ເປັນຈິງບັນດາຄາດໝາຍສູ້ຊົນທີ່ວາງອອກໃນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ. ຈາກພື້ນຖານດັ່ງກ່າວໄດ້ເຮັດໃຫ້ອັດຕາຄອບຄົວທຸກຍາດຫລຸດລົງເຫລືອ 6,59%, ​ບ້ານທຸກຍາກໄດ້ຫລຸດລົງຍັງເຫລືອ 1.736 ບ້ານກວມເອົາ 20,5%, ​ບ້ານພັດ ທະນາເພີ່ມຂຶ້ນເປັນ 3.557 ບ້ານ, ກວມເອົາ 42,23%, ຈຳນວນບ້ານໃຫຍ່ທີ່ມີລັກສະນະເປັນຕົວເມືອງແລະເປັນໃຈກາງບໍລິການທາງດ້ານເສດຖະກິດ-ສັງຄົມຢູ່ຊົນນະບົດມີເຖິງ 47 ບ້ານ, ​ໃນນີ້ໄດ້ຢັ້ງຢືນແລະ ຈັດພິທີປະກາດຮັບຮອງເປັນທາງການແລ້ວມີ 17 ບ້ານ, ເມືອງທຸກຍາກໄດ້ຫລຸດລົງຍັງເຫລືອ 23 ​ເມືອງ, ຊຶ່ງຜົນສຳເລັດດັ່ງກ່າວນັ້ນ, ໄດ້ປະກອບສ່ວນອັນສຳຄັນເຮັດໃຫ້ປະເທດສືບຕໍ່ຮັບປະກັນສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນແລະ ມີຄວາມສະຫງົບ​-ປອດໄພ​, ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ,​ ເສດຖະກິດແຫ່ງຊາດມີການຂະຫຍາຍຕົວຢ່າງຕໍ່ເນື່ອງແລະ ໝັ້ນທ່ຽງ, ການຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດແລະ ບັນດາເປົ້າໝາຍສະຫັດສະວັດດ້ານການພັດທະນາສາມາດບັນລຸຜົນສຳເລັດໄດ້ຕາມຄາດໝາຍທີ່ວາງໄວ້.

     ​​ໄລຍະຜ່ານມາການຈັດຕັ້ງປະຕິບັດວຽກງານ 3 ສ້າງ​​ໃນທົ່ວປະເທດໄດ້ສ້າງຜົນງານດີເດັ່ນຫລາຍດ້ານຄື:​ ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ, ພະນັກງານແລະ ປະຊາຊົນທຸກຊັ້ນຄົນໄດ້ມີຄວາມຮັບຮູ້ເຂົ້າໃຈແລະເຊື່ອໝັ້ນຕໍ່​​ແນວທາງນະໂຍບາຍ​ ​ແລະ ການນຳພາຂອງພັກ-ລັດຢ່າເລິກເຊິ່ງ, ປັບປຸງລະດັບການ​​ເມືອງ-ການປົກຄອງຢູ່ຂັ້ນຮາກຖານໃຫ້ມີຄວາມກ້າວໜ້າ, ໜັກແໜ້ນເຂັ້ມແຂງສາມາດເປັນເຈົ້າການນຳພາປະຊາຊົນແລະ ຊັ້ນຄົນຕ່າງໆໃນການປະຕິບັດໜ້າທີ່ວຽກງານຕ່າງໆໄດ້ເປັນຢ່າງດີ, ​ແນວທາງນະໂຍບາຍປ້ອງກັນຊາ, ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານໄດ້ຮັບການຈັດຕັ້ງຜັນຂະຫຍາຍເລີ່ແຕ່ຮາກຖານຂຶ້ນມາຢ່າງ ກວ້າງຂວາງຄື: ບ້ານປ້ອງກັນຊາດດີກວມເອົາ 83,72%, ບ້ານປ້ອງກັນຄວາມສະຫງົບດີກວມເອົາ 79,72%, ບ້ານປອດຢາເສບຕິດກວມ 68,25%, ບ້ານປອດຄະດີກວມເອົາ 74,47% ​ແລະ ບ້ານອື່ນໆກໍມີໂສມໜ້າການພັດທະນາດີຂຶ້ນເປັນກ້າວໆ.

No comments:

Post a Comment