Ad

Ad

26 November 2015

ນາຍົກລັດຖະມົນຕີເນັ້ນໃຫ້ທຸກຂະແໜງການກະກຽມໜ້າວຽກຂອງຕົນໃຫ້ດີໃນການສະເຫລີມສະ ຫລອງວັນສະຖາປະນາສປປລາວຄົບຮອບ 40 ປີ

ທ່ານນາຍົກລັດຖະມົນຕີ ທອງສິງ ທໍາມະວົງ ໄດ້ເນັ້ນໃຫ້ທຸກຂະ ແໜງການຈົ່ງໄດ້ກະກຽມຄວາມພ້ອມໃນໜ້າທີ່ຮັບຜິດຊອບຂອງຕົນໃຫ້ດີເພື່ອກະກຽມສະເຫລີມສະຫລອງວັນປະຫວັດສາດສໍາຄັນຂອງຊາດ ແລະ ເຫດການສໍາຄັນອື່ນໆທີ່ຈະມີຂຶ້ນໃນຕໍ່ໜ້ານີ້.
ການເນັ້ນຕໍ່ບັນຫາດັ່ງກ່າວມີຂຶ້ນໃນລະຫວ່າງການໂອ້ລົມຊີ້ນໍາຕໍ່ກອງປະຊຸມຄະນະລັດຖະບານປະຈໍາເດືອນພະຈິກ 2015 ຂອງທ່ານນາຍົກລັດຖະມົນຕີ, ເຊິ່ງທ່ານໄດ້ກ່າວວ່າ: ແຕ່ນີ້ຮອດເດືອນທັນວາ 2015 ຈະມີຫລາຍວຽກ ແລະ ຫລາຍເຫດການສາຄັນຂອງຊາດ, ໂດຍສະເພາະແມ່ນການກະກຽມສະເຫລີມສະຫລອງວັນຊາດທີ 2 ທັນວາຄົບຮອບ 40 ປີ, ເຊິ່ງໃນໂອກາດດັ່ງກ່າວກໍມີບຸນພະທາດຫລວງ, ບຸນປີໃໝ່ສາກົນ,ການຈັດງານວາງສະແດງສີນຄ້າວຽງຈັນ 2015, ການໂຮມຊຸມນຸມໃຫຍ່, ການສວນສະໜາມຂອງກ້ອນກໍາລັງຕ່າງໆ, ການຕ້ອນຮັບແຂກການນໍາຂັ້ນຈາກຕ່າງ
ປະເທດທີ່ຈະມາຢ້ຽມຢາມ, ຈຶ່ງສະເໜີໃຫ້ທຸກພາກສ່ວນເອົາໃຈໃສ່ກະກຍມໃຫ້ດີເປັນຕົ້ນດ້ານ

ເນື້ອໃນ, ບັນຫາຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຄວາມສະຫງົບປອດໄພຮອບດ້ານ ແລະການປະດັບປະດາຕົບແຕ່ງດ້ວຍທຸງຊາດ, ທຸງພັກ, ທຸງທິວ, ຕິດຕັ້ງດອກໄຟປະດັບປະດາປ້າຍຄໍາຂວັນຕາມຕົວເມືອງກໍຄືສໍານັກງານ, ອົງການໃຫ້ມີຄວາມສະອາດຈົບງາມ, ອັນສໍາຄັນແມ່ນເຮັດໃຫ້ງານສະເຫລີມສະຫລອງຄັ້ງນີ້ມີບັນຍາກາດທີດີ ແລະ ມີຜົນສໍາເລັດຈົບງາມ.

No comments:

Post a Comment