Ad

Ad

26 November 2015

ກອງ​ປະຊຸມ​ພົບ​ປະ​ຜູ້​ຊົງ​ຄຸນ​ວຸດ​ທິທົ່ວ​ປະ​ເທດຈະໄຂຂື້ນໃນລະຫວ່າງ​ວັນ​ທີ 28-30 ພະຈິກ​ນີ້, ​ເພື່ອ​ຮັບ​ຕ້ອນ​ວັນຊາດ​ທີ 2 ທັນ​ວາຄົບຮອບ 40 ປີ

ວັນທີ 25 ພະຈິກນີ້, ທ່ານ ວົງຈັນ ພົມສະຫວັດ ຮອງປະທານສູນກາງ​​ແນວລາວສ້າງຊາດ, ຜູ້ຊີ້ນຳວຽກງານຊົນເຜົ່າ​​ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນວ່າ: ກອງປະຊຸມພົບປະຜູ້ຊົງຄຸນວຸດທິທົ່ວປະເທດປະຈຳປີ 2015 ຈະ​​ໄດ້ຈັດຂື້ນໃນລະຫວ່າງວັນທີ 28-30 ພະຈິກນີ້,​​​ ທີ່ນະຄອນຫຼວງວຽງຈັນ, ເພື່ອເປັນການຄຳນັບຮັບຕ້ອນວັນສະຖາປານາ ສປ ລາວ ຄົບຮອບ 40 ປີ, ຊຶ່ງຜ່ານການກະກຽມມາຮອດປັດຈຸບັນຖືວ່າມີຄວາມພ້ອມແລ້ວໃນທຸກດ້ານ, ກອງປະຊຸມດັ່ງກ່າວຈະມີຜູ້ແທນຫຼາຍກວ່າ 1400 ຄົນທີ່ຕາງໜ້າໃຫ້ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດເຂົ້າຮ່ວມ.

ທ່ານຮອງປະທານສູນກາງ​​ແນວລາວສ້າງຊາດກ່າວວ່າ: ກອງປະຊຸມພົບປະຜູ້ຊົງຄຸນວຸດທິຄັ້ງນີ້ຈັດຶ້ເພື່ອເຕົ້າ​​ໂຮມຄວາມສາມັກຄີທົ່ວປວງຊົນລາວ,​ ແນ່​​ໃສ່ເພີ່ມທະວີກຳລັງແຮງສັງລວມຂອງຊາດເຮົາ,​ ໃນກອງປະຊຸມບັນດາຜູ້ແທນຍັງຈະໄດ້ຮ່ວມປຶກສາຫາລືແລະ ຕີລາຄາຜົນການຈັດງຕັ້ງປະຕິບັດມະຕິຂອງພັກກ່ຽວກັບນະໂຍບາຍຊົນເຜົ່າໃນໄລຍະຜ່ານມາແລະ ຮັບຟັງ
ການໂອ້ລົມຈາກການນຳຂັ້ນສູງຂອງພັກ-ລັດ,​ ແນວລາວສ້າງຊາດແລະເຂົ້າຮ່ວມງານສະເຫຼີມສະຫຼອງສອງວັນປະຫວັດສາດ, ພ້ອມນັ້ນບັນດາຜູ້ແທນທີ່ມາຈາກທ້ອງຖິ່ນຍັງຈະໄດ້ເຄື່ອນໄຫວຢ້ຽມຢາມໂຄງ ການພັດທະນາເສດຖະກິດ-ສັງຄົມ​​ໃນນະຄອນຫຼວງວຽງຈັນຈຳນວນໜຶ່ງດ້ວຍ, ດັ່ງນັ້ນ ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ, ກໍຄືພະນັກງານ, ທະຫານຕຳຫຼວດ, ຕະຫຼອດຮອດປະຊາຊົນບັນດາເຜົ່າ​​ໃນທົ່ວປະເທດກໍຄືປະຊາຊົນຊາວນະຄອນຫຼວງວຽງຈັນຈົ່ງຮ່ວມກັນເປັນເຈົ້າການປະກອບສ່ວນເຮັດໃຫ້ກອງປະຊຸມອັນມີຄວາມໝາຍສຳຄັນຄັ້ງນີ້ປະສົບຜົນສຳ​​ເລັດຈົບງາມ.

No comments:

Post a Comment