Ad

Ad

26 November 2015

ລັດຖະບານຮັບຮອງການປັບປຸງຮ່າງກົດໝາຍຈໍານວນໜຶ່ງ

ກອງປະຊຸມລັດຖະບານປະຈໍາເດືອນພະຈິກ 2015, ໄດ້ໄຂຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານຂອງທ່ານນາຍົກລັດຖະມົນຕີ ທອງສິງ ທໍາມະວົງ. ກອງປະຊຸມໄດ້ພິຈາລະນາຮັບຮອງທາງດ້ານຫລັກການຕໍ່ການປັບປຸງບັນດາຮ່າງກົດໝາຍຈໍານວນໜຶ່ງຄື:(1) ຮ່າງກົດໝາຍວ່າດ້ວຍການລົງທຶນຂອງລັດສະບັບປັບປຸງ, ຊຶ່ງມີຈຸດປະສົງເພື່ອຄຸ້ມຄອງຕິດຕາມ, ກວດກາການລົງທຶນຂອງລັດ, ແນໃສ່ຮັບປະກັນໃຫ້ແຜນການລົງທຶນສອດຄ່ອງກັບທິດທາງນະໂຍບາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ທັງມີປະສິດທິພາບ, ປະສິດທິຜົນສູງ, ມີຄວາມໂປ່ງໄສ, ຮັບປະກັນການດຸ່ນດ່ຽງຂອງເສດຖະກິດມະຫາພາກ, ປັບປຸງເສດຖະກິດຂອງລັດໃຫ້ເຂັ້ມແຂງ, ສາມາດສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ພາກສ່ວນເສດຖະກິດອື່ນເຂົ້າຮ່ວມໃນການພັດທະນາເສດຖະກິດແຫ່ງຊາດໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຍືນຍົງທັງເປັນການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. (2) ຮ່າງກົດໝາຍວ່າດ້ວຍງົບປະມານສະບັບປັບປຸງ, ແນໃສ່ເພື່ອຄຸ້ມຄອງການເກັບລາຍຮັບເຂົ້າງົບປະມານໃຫ້ຖືກຕ້ອງ, ຄົບຖ້ວນ, ປະຕິບັດລາຍຈ່າຍງົບປະມານໃຫ້ໂປ່ງໄສ, ປະຢັດມັດທະຍັດ, ມີປະສິດທິຜົນ, ເອກະພາບໃນ
ຂອບເຂດທົ່ວປະເທດ, ຍົກສູງຄວາມຮັບຜິດຊອບຂອງອົງການລັດທຸກຂັ້ນ, ເພີ່ມຖານແຫລ່ງລາຍຮັບ, ສ້າງຄວາມເຂັ້ມແຂງທາງດ້ານການເງິນດ້ວຍຕົນເອງເທື່ອລະກ້າວ, ເຮັດໃຫ້ການເງິນແຫ່ງຂາດມີສະຖຽນລະພາບ ແລະ ສາມາດເຊື່ອມໂຍງລະບົບການເງິນກັບສາກົນ. (3) ຮ່າງກົດໝາຍວ່າດ້ວຍສ່ວຍສາອາກອນສະບັບປັບປຸງມີຈຸດປະສົງເພື່ອຄຸ້ມຄອງກວດກາ ແລະ ດັດສະເລ່ຍລາຍໄດ້ຂອງຜູ້ດໍາເນີນນການຜະລິດທຸລະກິດ, ສັງຄົມ ແລະ ພົນລະເມືອງທຸກຄົນຢ່າງຍຸຕິທໍາ, ຊຸກຍູ້ສົ່ງເສີມການຜະລິດໃຫ້ມີການຂະຫຍາຍຕົວຢ່າງແຂງແຮງ, ແນໃສ່ຮັບປະກັນການເກັບອາກອນເຂົ້າງົບປະມານແຫ່ງລັດໃຫ້ຖືກຕ້ອງ, ຄົບຖ້ວນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.(4) ຮ່າງກົດໝາຍວ່າດ້ວຍລັດຖະບານສະບັບທໍາອິດແມ່ນໄດ້ປະກາດໃຊ້ໃນປີ 1995 ແລະ ອີງໃສ່ສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ, ກົດໝາຍດັ່ງກ່າວຈຶ່ງໄດ້ມີການຄົ້ນຄວ້າປັບປຸງໃຫ້ສອດຄ່ອງ ແລະ ປະກາດໃຊ້ໃນປີ 2003 ແລະ ຜ່ານການຈັດຕັ້ງປະຕິບັດມາເປັນເວລາ 10 ກວ່າປີເຫັນວ່າມີຜົນສໍາເລັດໃນຫລາຍດ້ານ, ເຮັດໃຫ້ພື້ນຖານເສດຖະກິດ-ສັງຄົມມີການພັດທະນາຢ່າງຕໍ່ເນື່ອງ, ລະບົບການເມືອງມີສະຖຽນລະພາບ, ສັງຄົມມີ
ຄວາມສະຫງົບປອດໄພ, ແຕ່ເພື່ອເຮັດໃຫ້ກົດໝາຍດັ່ງກ່າວມີຄວາມສອດຄ່ອງກັບເນື້ອໃນການປັບປຸງລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກໍາຕ່າງໆທີ່ກ່ຽວຂ້ອງຈຶ່ງມີຄວາມຈໍາເປັນຕ້ອງໄດ້ຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍລັດຖະບານແຫ່ງ ສປປ ລາວ ສະບັບທີ່ນໍາໃຊ້ໃນປັດຈຸບັນເພື່ອກໍານົຫລັກການການຈັດຕັ້ງ, ການເຄື່ອນໄຫວ ແລະ ລະບອບລະບຽບວິທີການເຮັດວຽກຂອງລັດຖະບານເພື່ອເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະງົບ, ການພົວພັນຕ່າງປະເທດ, ການນໍາໃຊ້ຊັບພະຍາກອນຂອງຊາດ ແລະ ການປົກປັກຮັກສາສິ່ງແວດລ້ອມໃຫ້ມີປະສິດທິພາບ, ຮັບປະກັນການປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການ, ແນໃສ່ເຮັດໃຫ້ປະເທດມີຄວາມຮັ່ງມີເຂັ້ມແຂງ, ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ, ສັງຄົມມີຄວາມສະຫງົບ, ຍຸຕິທໍາ ແລະ ສີວິໄລ ແລະ (5) ການປັບປຸງຮ່າງກົດໝາຍວ່າດ້ວຍການປົກຄອງທ້ອງຖິານທີ່ໄດ້ປະກາດໃຊ້ມາແຕ່ປີ 2003 ຮອດປັດຈຸບັນເຫັນວ່າເນື້ອໃນບາງໝວດ, ບາງມາດຕາຍັງບໍ່ທັນຈະແຈ້ງ, ຄົບຖ້ວນ, ຮັດກຸມ ແລະ ບໍ່ສອດຄ່ອງກັບສະພາບຕົວຈິງຂອງການພັດທະນາໃນໄລຍະໃໝ່, ຈຶ່ງມີຄວາມຈໍາເປັນຕ້ອງໄດ້ມີການປັບປຸງຮ່າງກົດໝາຍດັ່ງກ່າວເພື່ອກໍານົດຫລັກການພື້ນຖານກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ ແລະ ລະບອບແບບແຜນວິທີເຮັດວຽກຂອງອົງການປົກຄອງທ້ອງຖິ່ນເພື່ອປັບປຸງ ແລະ ສ້າງອົງການປົກຄອງທ້ອງຖິ່ນໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ໂປ່ງໄສ ແລະ ເປັນລະບົບໃນທົ່ວປະເທດ. ຕໍ່ຮ່າງກົດໝາຍເຫລົ່ານີ້, ກອງປະຊຸມໄດ້ມີທິດຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງນໍາ

ໄປປັບປຸງຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານເພື່ອຮັບປະກັນໃຫ້ມີເນືອໃນຄົບຖ້ວນ, ຊັດເຈນ ແລະ ຮັດກຸມເພື່ອນໍາສະເໜີສະພາແຫ່ງຊາດພິຈາລະນາຮັບຮອງ ແລະ ເມືອປະກາດໃຊ້ແລ້ວສາມາດປະຕິບັດໄດ້ຍາວນານ ແລະ ບໍ່ຂັດກັບກົດໝາຍສະບັບອື່ນ, ທັງສອດຄ່ອງກັບສັນຍາ, ສົນທິສັນຍາ ແລະ ກົດໝາຍສາກົນທີ ສປປ ລາວ ເປັນພາຄີ.

No comments:

Post a Comment