Ad

Ad

25 November 2015

ປີນີ້ ມີ​ຜາ​ສາດ​ເຜີ້ງ​ເກືອບພັນຕົ້ນແຫ່ຈາກ​ວັດ​ສີ​ເມືອງ​ເພື່ອ​ໄປ​ຖວາຍ​ຢູ່​ພະທາດ​ຫລວງ

     ພາຍຫລັງທີ່ພະເຖລາ ນຸເຖລະ, ການນຳຂັ້ນສູງອ້ອມຂ້າງລັດຖະ ບານ, ​ເຈົ້າຄອງນະຄອນຫລວງວຽງຈັນ  ​ແລະ ອອກຕົນຍາດ​​ໂຍມຊາວພຸດທະສາລະນິກະຊົນແລະ ມວນຊົນຊາວນະຄອນຫລວງວຽງຈັນ ກໍຄືຊາວລາວທົ່ວປະເທດ, ​ໄດ້ພ້ອມໃຈກັນຮ່ວມຈັດຕັ້ງປະຕິບັດປະເພນີທີ່ມີມາແຕ່ບູຮານນະການ, ​ໂດຍການຄອບໄຄວ່ຫໍຫລັກເມືອງຢ່າງຖືກຕ້ອງຕາມຮີດ 12 ຄອງ​ 14 ທີ່ປະຊາຊົນລາວທົ່ວປະເທດໄດ້ນັບຖືກັນມາແຕ່ດົນນານ, ​ເຊິ່ງໃນປີ 2015ນີ້, ​ເວລາ 13 ​ໂມງຂອງມື້ຂຶ້ນ 14 ຄ່ຳ​​ເດືອນ 12 ກົງກັບວັນທີ 24 ພະຈິກ 2015, ​ໄດ້ມີພິທີແຫ່ຜາສາດເຜີ້ງ, ຕົ້ນກາລະພຶ, ໝາກເບັງ ພ້ອມດ້ວຍເຄື່ອງບໍລິວານອື່ນໆຈາກວັດສີເມືອງໄປສູ່ພະທາດຫລວງດ້ວຍຄວາເບີກບານມ່ວນຊື່ນແລະຍິ່ງໃຫຍ່ກວ່າປີທີ່ຜ່ານມາຍ້ອນເປັນປີມະຫາລາດ ຄົບຮອບ 40 ປີຂອງການສະຖາປະນາ ສປປ ລາວ, ​ໂດຍມີມວນຊົນຊາວນະຄອນຫລວງ
ວຽງຈັນນັບຫລາຍພັນຄົນໄດ້ເຂົ້າຮ່ວມພິທີແຫ່ຜາສາດເຜີ້ງຈຳນວນຫລາຍຮ້ອຍ, ຫລາຍພັນຕົ້ນໄປສະກາລະບູຊາພະທາດຫລວງທີ່ເປັນມິ່ງຂວັນຂອງຊາວລາວມາແຕ່ດົນນານ.

     ຂະບວນແຫ່ຜາສາດຄັ້ງນີ້, ມີທ່ານ ພັນຄຳ ວິພາວັນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າ ການກະຊວງສຶກສາທິການແລະ ກິລາ, ທ່ານດຣ. ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນ ຫລວງວຽງຈັນ, ບັນດາເຈົ້າເມືອງຂອງນະຄອນຫລວງວຽງຈັນ, ພະພິຂຸສົງ, ພະເຖລານຸເຖລາ, ມວນຊົນ​ ​ແລະກ້ອນກຳລັງສິລະປະພື້ນເມືອງລາວເຂົ້າຮ່ວມຢ່າງໜາແໜ້ນ, ຫລັງຈາກຂະບວນເຂົ້າຮອດປະຕູໂຂງພະທາດແລ້ວ ກໍໄດ້ແຮ່ອ້ອມກົມມະລຽນພະທາດຫລວງ 3 ຮອບຕາມພິທີທາງສາສະໜາ, ​ໄຫວ້ພະຮັບສິນ, ສູດປະລິຕະມົງຄຸນ, ຟັງເທສະໜາຕາມຮີດຄອງປະເພນີ. ຄືດັ່ງທີ່ຮູ້ກັນແລ້ວ ພະທາດຫລວງໄດ້ຖືກປະຕິສັງຂອນຂຶ້ນໃນປີ ຄສ 1566, ​ໂດຍແຕ່ລະປີກ່ອນຈະຮອດມື້ບຸນນະມັດສະການພະທາດຫລວງ ກໍໄດ້ມີການຄົບງັນຢູ່ພາຍໃນວັດສີເມືອງເປັນເວລາ 3 ວັນເພື່ອຄອບໄຄ່ ຫໍຫລັກເມືອງ,​ ຈາກນັ້ນກໍໄດ້ມີການແຫ່ຜາສາດເຜີ້ງໄປສັກກະລະບູຊາພະທາດຫລວງ, ຫລັງຈາກບຸນນະມັດສະການພະທາດຫລວງສິ້ນສຸດແລ້ວ ກໍສືບຕໍ່ຄົບງັນຢູ່ວັດອິນແປງ ແລະ ວັດອົງຕື້, ໂດຍໃນຍາມຄໍ່າຄືນໄດ້ມີການໄຫວ້ພະ, ຮັບສິນ ແລະ ໃນຕອນເຊົ້າຂອງວັນຕໍ່ມາແມ່ນມື້ຂຶ້ນ 15 ຄໍ່າເດືອນ 12 ໃນປີນີ້ແມ່ນກົງກັບວັນທີ 25 ພະຈິກ 2015, ໄດ້ມີການໃສ່ບາດຖວາຍ ສັງຄະທານແດ່ພະພິຂຸສົງ, ຢູ່ເດີ່ນພະທາດ ຫລວງ, ສ່ວນຕອນບາຍໄດ້ມີການແຂ່ງຂັນຕີຄີ ແລະ ໃນຕອນຄ່ຳຄືນຈະມີການວຽນທຽນ, ບູຊາພະທາດຫລວງຕາມຮີດຄອງປະເພນີຊາວ ພຸດເຄີຍປະຕິບັດຕາມແຕ່ດົນນານ

No comments:

Post a Comment