Ad

Ad

25 November 2015

ກອງປະຊຸມໂຕະມົນລະດັບສູງຄັ້ງທີ 12 ຈະໄຂຂຶ້ນວັນທີ 27 ພະຈິກນີ້ທີ່ນະຄອນຫລວງວຽງຈັນ

ກອງປະຊຸມໂຕະມົນລະດັບສູງຄັ້ງທີ 12 ຈະໄຂຂຶ້ນໃນວັນທີ 27 ພະຈິກນີ້ທີ່ນະຄອນຫລວງວຽງຈັນ, ຊຶ່ງມີຫົວຂໍ້ວ່າ: ເພີ່ມທະວີການເປັນຄູ່ຮ່ວມມືທີ່ມີປະສິດທິຜົນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ VIII ເພື່ອນໍາເອົາປະເທດຊາດຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາພາຍໃນປີ 2020.
ກອງປະຊຸມດັ່ງກ່າວແມ່ນເວທີປຶກສາຫາລືລະດັບສາກົນທີ່ສໍາຄັນລະຫວ່າງລັດຖະບານລາວແລະຄູ່ຮ່ວມພັດທະນາ, ເຊິ່ງຈະໄດ້ມີການຮັບຮອງຖະແຫລງການວຽງຈັນວ່າດ້ວຍການເປັນຄູ່ຮ່ວມເພື່ອການພັດທະນາທີ່ມີປະສິດທິພາບ, ວາງສະແດງບັນດາຜົນງານຂອງຂະແໜງການຕ່າງໆພາຍໃຕ້ກອບການຊ່ວຍເຫລືອທາງການແລະການຮ່ວມມືເພື່ອການພັດທະນາ,ລາຍງານຜົນສໍາເລັດຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VII(2011-2015) ແລະ ການກ້າວສູ່ແຜນ
ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII (2015-2020), ໂດຍກໍານົດຄາດໝາຍສູ່ຊົນຄື: ສືບຕໍ່ເຮັດໃຫ້ເສດຖະກິດມະຫາພາກມີການເຕີບໃຫຍ່ຢ່າງຕໍ່ເນື່ອງ, ໝັ້ນທ່ຽງ, ໂດຍການສຸມໃສ່ສ້າງພື້ນຖານເສດຖະກິດໃຫ້ເຂັ້ມແຂງ, ສົ່ງເສີມສະພາບແວດລ້ອມທີ່ເອື້ອອໍານວຍສໍາລັບການພັດທະນາພາກເອກະຊົນ, ຄວາມສາມາດໃນການແຂ່ງຂັນຂອງນັກທຸລະກິດທ້ອງຖິ່ນທັງໃນຕະຫລາດພາຍໃນ ແລະ ຕ່າງປະເທດ, ພັດທະນາກໍາລັງແຮງງານຈາກພາກລັດ ແລະ ເອກະຊົນ

ໃຫ້ມີຄຸນນະພາບ, ດຸໝັ່ນ ແລະ ອົດທົນ, ເປີດກວ້າງການຮ່ວມມື ແລະ ເຊື່ອມໂຍງພາກພື້ນ ແລະ ສາກົນ, ສືບຕໍ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ໄດ້ຢ່າງໜັກແໜ້ນ ແລະ ກວ້າງຂວາງຕາມທິດ 3 ສ້າງ, ການຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ, ພັດທະນາ ແລະ ປົກປັກຮັກສາຮີດຄອງປະເພນີ ແລະ ວັດທະນາທໍາອັນດີງາມຂອງຊາດ, ຕ້ອງສູ້ຊົນເຮັດໃຫ້ທຸກຄົນສາມາດເຂົ້າເຖິງການສຶກສາໄດ້ຢ່າງທົ່ວເຖິງ ແລະ ມີຄຸນນະພາບ, ຮັບປະກັນການບໍລິການດ້ານສາທາລະນະສຸກໃຫ້ໄດ້ຢ່າງທົ່ວເຖິງ ແລະ ມີຄຸນນະພາບ, ການບໍລິການດ້ານການປົກປ້ອງສະຫວັດດີການສັງຄົມໄດ້ຮັບການຍົກລະດັບ ແລະ ທຸກຄົນສາມາດເຂົ້າເຖິງຢ່າງກວ້າງຂວາງ, ຮັບປະກັນໃຫ້ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ຍຸຕິທໍາ ແລະ ມີຄວາມເທົ່າທຽມທາງດ້ານເພດ, ສືບຕໍ່ເອົາໃຈໃສ່ປົກປັກຮັກສາສະພາບແວດລ້ອມ ແລະ ການຄຸ້ມຄອງຊັບພະຍາກອນທໍາມະຊາດໃຫ້ຍືນຍົງແລະກະກຽມຄວາມພ້ອມເພື່ອຮັບມືກັບຜົນກະທົບ, ພ້ອມທັງຫລຸດຜ່ອນຄວາມສ່ຽງຈາກໄພພິບັດຕ່າງໆ ແລະ ການປ່ຽນແປງຂອງດິນຟ້າອາກາດ ແລະ ຫລຸດຜ່ອນຄວາມບໍ່ມີສະຖຽນລະພາບຂອງຜົນຜະລິດກະສິກໍາທີ່ເກີດຈາກຜົນກະທົບຂອງໄພພິບັດຕ່າງໆ.

No comments:

Post a Comment