Ad

Ad

25 November 2015

ລາວ-ຍີ່ປຸ່ນ-ໄທ ຕົກລົງຮ່ວມມືສົ່ງເສີມການລົງທຶນ


ພິທີລົງນາມບົດບັນທຶກຄວາມເຂົ້າໃຈເພື່ອຊຸກຍູ້ສົ່ງເສີມການລົງທຶນຈາກຕ່າງປະເທດມາລາວໃຫ້ຫລາຍຂຶ້ນໃນອະນາຄົດ, ໄດ້ມີຂຶ້ນໃນວັນທີ 24 ພະຈິກນີ້ທີ່ນະຄອນຫລວງວຽງຈັນລະຫວ່າງທ່ານ ມະໂນທອງ ວົງໄຊ ຫົວໜ້າກົມສົ່ງເສີມການລົງທຶນກະຊວງແຜນການ ແລະ ການລົງທຶນ ແລະ ທ່ານໂກວານາເບະອໍານວຍການຫົວໜ້າພາກພື້ນອາຊີທະນາຄານໂຕກຽວ-ມິຊູບິຊິຢູເອບເຈ (MUFG) ແລະ ທ່ານ ໂນຣິອາ ກິໂກໂຕ ປະທານທະນາຄານກຸງສີປະເທດໄທ.
ທ່ານຫົວໜ້າກົມສົ່ງເສີມການລົງທຶນໃຫ້ຮູ້ວ່າ: ນີ້ແມ່ນນິມິດໝາຍທີ່ດີໃນການຮ່ວມມື ແລະ ພັດທະ ນາເສດຖະກິດລະຫວ່າງລາວ, ຍີ່ປຸ່ນ ແລະ ໄທໃນອະນາຄົດ, ເຊິ່ງໄລຍະຜ່ານມາການຮ່ວມມືຂອງ 3 ປະເທດລາວ, ຍີ່ປຸ່ນ ແລະ ໄທ ກໍມີຜົນສໍາເລັດຫລາຍດ້ານ, ໂດຍສະເພາະການຊ່ວຍເຫລືອພັດທະນາ
ພື້ນຖານໂຄງລ່າງຕ່າງໆ ແລະ ນັບແຕ່ພັກ ແລະ ລັດຖະບານໄດ້ມີນະໂຍບາຍເປີດກວ້າງການຮ່ວມມືກັບຕ່າງປະເທດກໍເຫັນວ່າການລົງທຶນຂອງພາກເອກະຊົນຍີ່ປຸ່ນ ແລະ ໄທເຂົ້າມາລາວແມ່ນມີມູນຄ່າເພີ່ມຂຶ້ນຫລາຍເທົ່າຕົວໃນແຕ່ລະປີ ແລະ ສໍາລັບການດຶງດູດການລົງທຶນຈາກຕ່າງປະເທດໃນຕໍ່ໜ້າ, ລັດຖະບານມີເປົ້າໝາຍສືບຕໍ່ສົ່ງເສີມຂະແໜງອຸດສະຫະກໍາປຸງແຕ່ງ, ຂະແໜງບໍລິການ, ກະສິກໍາສະອາດ,ການຂົນສົ່ງ, ການສຶກສາ ແລະ ສາທາລະນະສຸກ, ຂະນະດຽວກັນກໍແນ່ໃສການດຶງດູດການລົງທຶນໃໝ່ໃນຂະແໜງປະກອບສີ້ນສ່ວນອີເລັກໂຕຼນິກ ແລະ ອື່ນໆໃນເຂດເສດຖະກິດພິເສດ ແລະ ສະເພາະ.
ທ່ານອໍານວຍການຫົວໜ້າພາກພື້ນ(MUFG)ກ່າວວ່າ: ພວກເຮົາໝັ້ນໃຈວ່າການລົງທຶນຈາກຕ່າງປະເທດໃນລາວຈະມີແນວໂນ້ມເພີ່ມຂຶ້ນ, ໂດຍສະເພາະພາຍຫລັງເປັນປະຊາຄົມເສດຖະກິດອາ ຊຽນ(AEC) ໃນທ້າຍປີ 2015 ນີ້ ແລະ ປັດຈຸບັນສະມາຊິກຂອງສະພາການຄ້າຍີ່ປຸ່ນໃນລາວໄດ້ເພີ່ມຂຶ້ນຈາກ 39 ຫົວໜ່ວຍໃນປີ 2011 ມາເປັນ 80 ຫົວໜ່ວຍໃນປີ 2015 ແລະ ມີມູນຄ່າການລົງທຶນຫລາຍຮ້ອຍລ້ານໂດລາສະຫະລັດໃນແຕ່ລະປີ, ສະນັ້ນການລົງນາມເທື່ອນີ້ຍິ່ງຈະມີຄວາມສໍາຄັນໃນການດຶງດູດເອົາບັນດາບໍລິສັດຂອງຍີ່ປຸ່ນ ແລະ ບໍລິສັດລະດັບໂລກມາລົງທຶນຢູ່ປະເທດລາວດ້ວຍເຄືອຂ່າຍຂອງພວກເຮົາທີ່ມີຫລາຍກວ່າ 40 ປະເທດທົ່ວໂລກ.

ທ່ານປະທານທະນາຄານກຸງສີກ່າວວ່າ: ທະນາຄານພວກເຮົາໄດ້ເປີດສາຂາຢູ່ລາວມາແຕ່ປີ 1994 ຄືຢູ່ນະຄອນຫລວງວຽງຈັນ ແລະ ແຂວງສະຫວັນນະເຂດໃນປີ 2008 ຍ້ອນເສດຖະກິດຂອງລາວມີການເຕີບໃຫຍ່ວ່ອງໄວສະເລ່ຍ 7-8% ຕໍ່ປີຈຶ່ງເປັນແນວໂນ້ມທີ່ສໍາຄັນຂອງການດຶງດູດການລົງທຶນຈາກຕ່າງປະເທດເຂົ້າມາລາວຫລາຍຂຶ້ນໃນຊຸມປີຕໍ່ໜ້າ, ໂດຍສະເພາະໃນເຂດເສດຖະກິດພິເສດສະຫວັນ-ເຊໂນ, ເຂດອຸດສະຫະກໍາ ແລະ ການຄ້າວຽງຈັນ ແລະ ເຂດເສດຖະກິດອື່ນໆ, ເຊິ່ງຖືວ່າເປັນທ່າແຮງຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ ແລະ ສ້າງວຽກເຮັດງານທໍາໃຫ້ປະຊາຊົນ, ທັງເປັນການປະຕິບັດຕາມທິດຫັນເປັນອຸດສະຫະກໍາ ແລະ ທັນສະໄໝເທື່ອລະກ້າວ.

No comments:

Post a Comment