Ad

Ad

25 November 2015

ລະວັງກຸ່ມຄົນບໍ່ດີລັກຕັດສາຍໄຟຟ້າ

ລັດວິສາຫະລັດໄຟຟ້ານະຄອນຫລວງວຽງຈັນ, ໄດ້ອອກມາເຕືອນໃຫ້ປະຊາຊົນມີສະຕິລະວັງຕົວໃນການຊົມໃຊ້ໄຟຟ້າ ແລະ ຊ່ວຍເປັນຫູເປັນຕາໃນການຮັກສາຊັບສີນຂອງລັດ, ພາຍຫລັງມີກຸ່ມຄົນບໍ່ດີຈໍານວນໜຶ່ງເຄື່ອນໄຫວລັກຕັດສາຍໄຟຟ້າໃນຕົວເມືອງ, ດັ່ງກໍລະນີເກີດຂຶ້ນໃນຄືນວັນທີ 15 ພະ ຈິກ 2015 ເວລາປະມານ 19:30 ໂມງ, ໄດ້ມີສະພາບໄຟຟ້າແຮງກາງຕົກສອງຄັ້ງຢູ່ສາຍແຈກ MSS 2.5 ບໍລິເວນກົງກັນຂ້າມລະຫວ່າງວັດທາດຝຸ່ນ ແລະ ຫ້ອງວ່າການນະຄອນຫລວງວຽງຈັນ ແລະ ຜ່ານການລົງກວດກາຂອງພະນັກງານວິຊາການກ່ຽວຂ້ອງພົບວ່າສາຍປາລາຟຸດຂອງສາຍໃຕ້ດິນເຟສ A ມີຮ່ອງຮອຍຖືກຕັດແຕ່ບໍ່ຂາດ ແລະ ໃກ້ຄຽງ
ບໍລິເວນດັ່ງກ່າວພົບເຫັນໝວກ ແລະ ເກີບຖືກຖິ້ມໄວ້, ເຊິ່ງນັ້ນຄືຫລັກຖານທີ່ຢືນຢັນວ່າມີກຸ່ມຄົນບໍ່ດີພະຍາຍາມລົງມາລັກຕັດສາຍໄຟຟ້າໃຕ້ດິນໃນຈຸດດັ່ງກ່າວ ແລະ ສະພາບລັກຕັດເອົາສາຍໄຟແລະ ອຸປະກອນໄຟຟ້ານີ້ແມ່ນມັກເກີດມີເລື້ອຍໆ, ດັ່ງນັ້ນ ເພື່ອສະກັດກັ້ນປາກົດການອັນບໍ່ດີດັ່ງກ່າວ, ຈຶ່ງຂໍຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມໃຫ້ພ້ອມກັນເປັນຫູເປັນຕາຕິດຕາມສອດແນມຊ່ວຍພາກສ່ວນກ່ຽວຂ້ອງ ແລະ ຖ້າພົບເຫັນການເຄື່ອນໄຫວທີ່ບໍ່ດີແມ່ນໃຫ້ຮີບຮ້ອນແຈ້ງເຈົ້າໜ້າທີ່ລົງມາແກ້ໄຂໃຫ້ທັນການຫລືແຈ້ງຫາພາກສ່ວນກ່ຽວຂ້ອງທີ່ໝາຍເລກໂທລະສັບ 021-243565 ເພື່ອປະກອບສ່ວນເຂົ້າໃນປົກປັກຮັກສາຊັບສົມບັດຂອງລັດ ແລະ ຜົນປະໂຫຍດຂອງທຸກຄົນໃນສັງຄົມ

No comments:

Post a Comment