Ad

Ad

25 November 2015

ລາວ​ຖືກ​ຈັດ​​ໃຫ້​ເປັນອັນ​ດັບ​ທີ 3 ຂອງ​ປະ​​ເທດ​ທີ່​ສາມາດ​ຫຼຸດຜ່ອນອັດຕາ​ການຕາຍ​ຂອງ​ແມ່​ໄດ້​ດີ​ໃນ​​ໂລກ

ອົງການສະຫະປະຊາຊາດປະຈຳລາວໃຫ້ຮູ້ວ່າ: ​​ປັດຈຸບັນລາວຖືກຈັດ​​ຢູ່ໃນອັນດັບທີ 3 ຂອງປະ​​ເທດທີ່ສາມາດຫຼຸດຜ່ອນອັດຕາການຕາຍຂອງແມ່ໄດ້ດີໃນໂລກ, ຍ້ອນຄວາມເອົາໃຈ​​ໃສ່ຂອງລັດ ຖະບານ, ກໍຄືກະຊວງສາທາລະນະສຸກ​​ໄດ້ເຮັດໃຫ້ການບໍລິການດ້ານສຸຂະພາບຈະເລີນພັນກໍຄືການວາງແຜນຄອບຄົວເຂົ້າເຖິງປະຊາຊົນໄດ້ຫຼາຍຂຶ້ນ, ​ໂດຍສະເພາະແມ່ນປະຊາຊົນເຂດຫ່າງໄກສອກຫຼີກ, ຊຶ່ງຖ້າທຽບໃສ່ເມື່ອກ່ອນອັດຕາການຕາຍຂອງແມ່ສູງເຖິງ 450 ຄົນ/ 100.000 ຄົນໃນປີ 2005  ​ແລະ ສາ​​ເຫດການຕາຍສູງດັ່ງກ່າວແມ່ນ​​ເກີດຈາກອາການສົນ​​ໃນລະຫວ່າງການຖືພາແລະເກີດລູກ,​ ແຕ່ຮອດປັດຈຸບັນລາວສາມາດຫຼຸດຜ່ອນອັດຕາການຕາຍຂອງແມ່ລົງຢູ່ໃນລະດັບ 220 ຄົນ​/ 100.000 ຄົນ​ ​ແລະເຖິງວ່າອັດຕາການຕາຍຂອງແມ່ໃນລາວຈະຍັງເປັນ
ອັດຕາທີ່ສູງ,​ ແຕ່ເມື່ອທຽບໃຫ້ບັນດາປະເທດຕ່າງໆໃນທົ່ວແລ້ວລາວຖືເປັນປະເທດຕົ້ນທີ່ສາມາດຫຼຸດຜ່ອນອັດຕາການຕາຍຂອງແມ່ໄດ້ດີທີ່ສຸດ, ພ້ອມນັ້ນໃນຫຼາຍປີຜ່ານມາລາວຍັງສາມາດຫຼຸດຜ່ອນອັດຕາການຕາຍຂອງເດັກອາຍຸຕ່ຳກວ່າ 5 ປີໄດ້ຢ່າງວ່ອງໄວ, ຊຶ່ງຖືກຈັດໃຫ້ເປັນປະເທດທີ່ 29 ທີ່ໄວກວ່າໝູ່ໃນ 75 ປະເທດໃນທົ່ວໂລກ. ຊຶ່ງທັງໝົດນັ້ນກໍແມ່ນຍ້ອນການເອົາໃຈໃສ່ຂອງລັດຖະບານກໍຄືກະຊວງສາທາລະນະສຸກ,​ ພົ້ນ​​ເດັ່ນແມ່ນການສ້າງແພດພະດຸງຄັນໄດ້ຢ່າງພຽງພໍແລະ ສູນບໍລິການດ້ານສຸຂະພາບໄດ້ກວ້າງຂວາງທົ່ວ​​ເຖິງຫຼາຍຂື້ນ.

No comments:

Post a Comment