Ad

Ad

25 November 2015

ມອບ​ໃບຍ້ອງຍໍ​ຊ່ຽວຊານ​​ໂຄງການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ເຂດ​ພູດ​ອຍ ​ແລະ ພູ​ພຽງ​​ພາກ​ໃຕ້ລາວ

         
ເມື່ອມໍ່ໆມານີ້ກະຊວງກະສິກຳແລະ ປ່າໄມ້ໄດ້ຈັດພິທີມອບໃບຍ້ອງຍໍໃຫ້ຊ່ຽວຊານ​​ໂຄງການປັບປຸງຊີວິດການເປັນຢູ່ຂອງປະຊາຊົນເຂດພູດອຍແລະ ພູພຽງເຂດພາກໃຕ້ຂອງລາວທີ່ມີຜົນງານດີເດັ່ນຂຶ້ນ​,​ທີ່ກົມລ້ຽງສັດແລະ ການປະມົງ, ກະຊວງດັ່ງກ່າວ,​ ໂດຍການ​​ເຂົ້າຮ່ວມຂອງທ່ານ ດຣ ບຸນຂວາງ ຄຳບຸນເຮືອງ ລັດຖະມົນຕີຊ່ວຍວ່າການກະຊວງກະສິກຳແລະ ປ່າໄມ້, ໂຄງການດັ່ງກ່າວເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2011 ຮອດປັດຈຸບັນຖືວ່າເປັນປີສຸດທ້າຍ ຂອງການຈັດຕັ້ງປະຕິບັດແລະເຫັນວ່າມີປະສິດທິຜົນແລະ ແທດເໜາະກັບປະຊາທ້ອງຖິ່ນສຳລັບພາກໃຕ້ແມ່ນ: ກິດຈະກຳສົ່ງເສີມຄອບຄົວຕົວແບບດ້ານການລ້ຽງສັດ ແລະ ການຮັກສາສຸຂະພາບສັດ, ພ້ອມນັ້ນຍັງໄດ້ສ້າງ ບຸກຄະລາກອນດ້ານວິຊາການສັດລ້ຽງ ແລະ ສັດຕະວະແພດໃຫ້ແກ່ພະນັກງານຂັ້ນແຂວງ, ເມືອງ,​ ໃນບ້ານເປົ້າໝາຍຂອງໂຄງການຢູ່ແຂວງ: ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື, ຊຶ່ງການຈັດຕັ້ງປະຕິບັດຂອງໂຄງການແມ່ນມີໝາກຜົນດີ, ເຮັດໃຫ້ປະຊາຊົນໃນເຂດເປົ້າໝາຍໄດ້ຮັບຜົນປະໂຫຍດຕົວຈິງແລະ ​​ສາມາດຊ່ວຍໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້ານັບມື້ດີຂຶ້ນ, ດັ່ງນັ້ນການນຳກະຊວງກະສິກຳ ແລະ ປ່າໄມ້, ຈຶ່ງໄດ້ອອກຂໍ້ຕົກລົງຍ້ອງຍໍຊົມເຊີມຊ່ຽວຊານໂຄງການດັ່ງກ່າວ.

No comments:

Post a Comment