Ad

Ad

24 November 2015

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 27 ສໍາເລັດຜົນຢ່າງຈົບງາມ ລາວໄດ້ຮັບກຽດເປັນປະທານອາຊຽນ 2016

ພິທີມອບ-ຮັບປະທານອາຊຽນ 2016 ໃຫ້ປະເທດເຮົາໄດ້ຈັດຂຶ້ນຢ່າງສົມກຽດ ທີ່ກົວລາລໍາເປີ ປະເທດມາເລເຊຍ, ພາຍຫລັງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 27 ທີ່ປະເທດດັ່ງກ່າວໄດ້ເປັນເຈົ້າ ພາບສໍາເລັດລົງດ້ວຍຜົນອັນຈົບງາມ ໂດຍໄດ້ຮ່ວມກັນລົງນາມຮັບຮອງເອົາຖະແຫລງການກົວລາລໍາເປີ ວ່າດ້ວຍອາຊຽນ 2015, ພ້ອມກັນກ້າວໄປຂ້າງໜ້າ ເຊິ່ງລວມມີວິໄສທັດປະຊາຄົມອາຊຽນ 2025 ແລະ ສາມແຜນແມ່ບົດຂອງສາມເສົາຄໍ້າປະຊາຄົມອາຊຽນແມ່ນເປັນເຂັມທິດເຍືອງທາງສືບຕໍ່ສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ຈະເລີນກ້າວໜ້າ, ສອດຄ່ອງກັບທ່າອ່ຽງລວມຂອງພາກພື້ນ ແລະ ສາກົນໃນຊຸມປີຕໍ່ໜ້າ.

ໃນບົດປາໄສຂອງພະນະທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີ ໃນການກ່າວຮັບເປັນປະທານອາຊຽນ 2016 ຕໍ່ປະເທດມາເລເຊຍນັ້ນ ໂດຍມີເນື້ອໃນວ່າ: ສປປ ລາວ ຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ຮັບມອບຫມາຍໃຫ້ເປັນປະທານອາຊຽນ​ໃນ​ປີ 2016 ເຊິ່ງ​ເປັນເທື່ອທີ 2 ຂອງລາວ ແລະ ເປັນປີສໍາຄັນສໍາລັບ​ອາ​ຊຽນ ​ເພາະ​ເປັນປີທຳອິດຂອງ​ການ​ເປັນ​ປະຊາ​ຄົມ​ອາ​ຊຽນ ​ແລະ ທັງ​ເປັນ​ປີ​ທໍາ​ອິດ​ຂອງການເລີ່ມຕົ້ນຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025. ສະ​ນັ້ນ, ພວກຂ້າພະເຈົ້າຈຶ່ງ​ໄດ້​ວາງຄໍາຂວັນການເປັນປະທານອາຊຽນໃນປີ 2016 ວ່າ: ຫັນວິໄສທັດໃຫ້ເປັນຮູບປະທໍາ ເພື່ອຄວາມເຂັ້ມແຂງຂອງປະຊາຄົມອາຊຽນ ​ໂດຍຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ບັນ​ດາ​ຜົນ​ສໍາ​ເລັດ​ທີ່​ຍາດ​ມາ​ໄດ້ ​ແລະ ຈັດ​ຕັ້ງ​ຜັນ​ຂະຫຍາຍ​ວິ​​ໄສ​ທັດ​ປະຊາ​ຄົມ​ອາ​ຊຽນ 2025 ກໍ​ຄື​ແຜນ​ແມ່​ບົດ​ຂອງສາມ​ເສົາ​ຄໍ້າປະຊາຄົມອາຊຽນດັ່ງ ກ່າວ ລວມທັງຈະສໍາເລັດການສ້າງແຜນງານສໍາລັບຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ສະບັບທີສາມ ແລະ ວາລະການເຊື່ອມຈອດອາຊຽນຫລັງປີ 2015 ເຊິ່ງເປັນສ່ວນຫນຶ່ງຂອງວິໄສທັດປະ​ຊາ​ຄົມອາຊຽນ 2025 ​ແລະ ອື່ນໆ. ພ້ອມດຽວກັນນີ້, ພວກຂ້າພະເຈົ້າຈະສືບຕໍ່ສົ່ງເສີມການຮ່ວມມືກັບບັນດາຄູ່ຮ່ວມມືພາຍນອກຢ່າງ​ມີ​ປະສິດທິພາບ​ຕາມ​ນະ​ໂຍບາຍ​ເປີດ​ກວ້າງ​ສູ່​ພາຍ​ນອກຂອງອາຊຽນ ​ໂດຍ​ອາ​ຊຽນ​ເປັນ​ແກນ​ກາງ ແລະ ສົ່ງເສີມຄວາມສໍາຄັນຂອງອາຊຽນໃນສະພາບແວດລ້ອມພາກພື້ນ ແລະ ສາກົນທີ່ມີການຜັນແປ.
ສປປ ລາວ ​ໃນ​ນາມ​ປະທານ​ອາ​ຊຽນ​ໃນປີ 2016 ຈະ​ສືບ​ຕໍ່ເຮັດ​ວຽກ​ຢ່າງ​ໃກ້​ຊິດກັບ​ບັນດາ​ສະມາຊິກ​ຂອງຄອບຄົວ​ອາ​ຊຽນ ​ແລະ ຄູ່​ຮ່ວມ​ມື​ພາຍ​ນອກ ໂດຍມີເປົ້າຫມາຍເພື່ອສືບ​ຕໍ່​ສ້າງ​ປະຊາ​ຄົມ​ອາ​ຊຽນ ​ໃຫ້​ເຂັ້ມ​ແຂງ ​ແລະ ຈະ​ເລີ​ນກ້າວ​ຫນ້າ ເຊິ່ງເປັນການປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ລວມ​ແຫ່ງ​ການ​ປົກ​ປັກ​ຮັກສາ ​ແລະ ສົ່ງ​ເສີມ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ ກໍ​ຄື​ການຈັດຕັ້ງຜັນຂະຫຍາຍ ເພື່ອບັນລຸເປົ້າ​ຫມາຍ​ການ​ພັດທະນາ​ແບບ​ຍືນຍົງ​ຂອງອົງການສະຫະປະຊາຊາດ.
ຂ້າພະ​ເຈົ້າ ຂໍຖືໂອກາດນີ້ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ບັນດາ​ປະ​ເທດສະມາຊິກອາ ຊຽນ ກໍຄືຄູ່ຮ່ວມ​ມື​ພາຍ​ນອກທີ່ໄດ້ໃຫ້ການຊ່ວຍ​ເຫລືອ ​ແລະ ສະຫນັບສະຫນູນ ສປປ ລາວ ​ໃນການກະກຽມ ເປັນປະທານອາຊຽນ. ສິ່ງດັ່ງກ່າວໄດ້ເປັນການໃຫ້ກໍາລັງໃຈອັນໃຫຍ່ຫລວງຕໍ່ ສປປ ລາວ ​ເພື່ອ​ຮັບປະກັນຜົນສໍາເລັດການເປັນປະທານອາຊຽນຂອງ ສປປ ລາວ ​ກໍ​ຄືຜົນ​ສໍາ​ເລັດ​ໃຫມ່​ຂອງ​ປະຊາ​ຄົມ​ອາ​ຊຽນໂດຍລວມ.
ອີກ​ເທື່ອ​ຫນຶ່ງ, ຂ້າພະ​ເຈົ້າ ຂໍ​ຊົມ​ເຊີຍ​ຢ່າງ​ຈິງ​ໃຈຕໍ່​ພະນະທ່ານ ນາຍົກລັດຖະມົນຕີ ດາໂຕະ ມູຮຳໝັດ ນາຈິບ ທີ່​ໄດ້​ນໍາພາ​ການ​ເປັນ​ປະທານ​ອາ​ຊຽນຂອງ​ມາ​ເລ​ເຊຍ ພາຍໃຕ້ຄໍາຂັວນ: “ປະຊາ​ຊົນ​ຂອງ​ພວກ​ເຮົາ, ປະຊາ​ຄົມ​ຂອງ​ພວກ​ເຮົາ, ວິ​ໄສ​ທັດ​ຂອງ​ພວກ​ເຮົາ” ດ້ວຍຜົນສໍາເລັດອັນຈົບງາມ ​ແລະ ຂໍສະແດງຄວາມຍິນດີຕໍ່ມາເລເຊຍ ສໍາລັບ​ການ​ເປັນ​ເຈົ້າພາບທີ່ດີເລີດຕະຫລອດປີ 2015 ທີ່ຜ່ານມາ.

ພວກ​ຂ້າພະເຈົ້າໃນນາມລັດຖະບານ ແຫ່ງ ສປປ ລາວ ແລະ ປະຊາຊົນລາວ ແລະ ​ໃນ​ນາມ​ປະທານ​ອາ​ຊຽນ ມີ​ຄວາມ​ຍິນ​ດີຕ້ອນຮັບບັນດາທ່ານປະມຸກລັດ, ຫົວຫນ້າລັດຖະບານ ພ້ອມຄະນະຜູ້ແທນ ແລະ ແຂກທຸກໆທ່ານສູ່ ສປປ ລາວ ​ໃນ​ປີ 2016. 

1 comment:

  1. Congratulations for your blog!!
    I also have a blog, about philately: http://albumdeestampillas.blogspot.com
    I intend to get a visit from every country, and I would really apreciate a visit from Laos
    Thanks,
    Pablo from Argentina

    ReplyDelete