Ad

Ad

24 November 2015

ສື່ມວນຊົນອາ​ຊຽນແລກປ່ຽນຄວາມ​ຮູ້ດ້ານວັດທະນະ​ທໍາ

ກະຊວງຖະແຫລງຂ່າວ, ວັດທະນະທໍາແລະ ທ່ອງທ່ອງທ່ຽວ(ຖວທ), ​ໄດ້ຈັດກອງປະຊຸມ​​ສໍາມະນາໃນຫົວຂໍ້ ນັກຂ່າວອາຊຽນລາຍງານຂ່າວກ່ຽວກັບງານບຸນໃຫຍ່ດ້ານວັດທະນະທໍາ” ​ຂຶ້ນ​​​​ໃນວັນທີ 23 ພະຈິກນີ້​, ທີ່ນຄອນຫລວງວຽງຈັນ, ​ໂດຍການເປັນປະທານຂອງທ່ານ ສະຫວັນຄອນ ຣາຊມຸນຕີ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫລງຂ່າວ, ​ວັດທະນະທໍາແລະ ທ່ອງທ່ຽວແລະມີນັກຂ່າວ, ສື່ມວນຊົນຈາກປະເທດສະມາຊິກອາຊຽນເຂົ້ົາຮ່ວມເປັນຈໍານວນຫລາຍ, ເພື່ອເປັນການແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບງານບຸນວັດທະນະທໍາ, ຮີດຄອງປະເພນີແລະ ປະສົບການໃນການນໍາສະເໜີຂ່າວທາງດ້ານວັດທະນະທໍາຂອງຕົນ.
ທ່ານລັດຖະມົນຕີຊ່ວຍວ່າການຖວທກ່າວວ່າ: ການສໍາມະນາຄັ້ງນີ້ເປັນສ່ວນຶ່ໃນການເຊື່ອມໂຍງດ້ານວັດທະນະທໍາເພື່ອກ້າວໄປສູ່ປະຊາຄົມອາຊຽນ, ທຸກປະເທດອາຊຽນແມ່ນອຸດົມສົມບູນໄປດ້ວຍ
ວັດທະນະທໍາແລະ ຮີດຄອງປະເພນີອັນດີງາມມາແຕ່ດົນນານ, ປະກອບດ້ວຍຫລາຍຊົນເຜົ່າ,​ແຕ່ລະຊົນເຜົ່າລ້ວນແຕ່ມີວັດທະນະທໍາ, ພາສາປາກເວົ້ົ້າ, ​ເຄື່ອງແຕ່ງກາຍ, ວິຖີຊີວິດ, ຂະນົບທໍານຽມແລະ ຮີດຄອງປະເພນີທີ່ເປັນເອກະລັກຂອງຕົນ ແລະ ຢູ່ຮ່ວມກັນຢ່າງກົມກຽວໂດຍປັດສະຈາກຂໍ້ຂັດແຍ່ງໃດໆ, ສະນັ້ນສື່ມວນຊົນຈຶ່ງມີບົດບາດສໍາຄັນໃນການໂຄສະນາ, ເຜີຍແຜ່ໃຫ້ແກ່ມວນຊົນ, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຮັບຮູ້ເຂົາໃຈຂະນົບທໍານຽມຮີດຄອງປະເພນີອັນດີງາມຂອງແຕ່ລະປະເທດ, ເພື່ອພ້ອມກັນປົກປັກຮັກສາທາງດ້ານວັດທະນະທໍາຂອງແຕ່ລະປະເທດໃຫ້ຍືນຍົງຕະຫລອດໄປ.

ໃນໂອກາດນີ້, ນັກສໍາມະນາກອນຍັງໄດ້​​ໄປທ່ຽວຊົມງານບຸນນະມັດສະການພະທາດຫລວງ, ເຊິ່ງເປັນງານບຸນໃຫຍ່ທາງດ້ານວັດທະນາທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດລາວມາແຕ່ດຶກດໍາບັນ, ພ້ອມຢ້ຽມຊົມວັດວາອາຮາມ ແລະ ສະຖານທີ່​​​ວັດທະນະທໍາຕ່າງໆໃນນະຄອນຫລວງວຽງຈັນອີກດ້ວຍ.

No comments:

Post a Comment