Ad

Ad

24 November 2015

ຫລາຍສິບປີລາວສາມາດທໍາລາຍລະເບີດບໍ່ທັນແຕກໄດ້ກວ່າລ້ານໜ່ວຍ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມໃຫ້ຮູ້ວ່າ: ຫລາຍສີບປີມານີ້, ພັກ ແລະລັດຖະ ບານເຮົາ, ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດນະໂຍບາຍດ້ານມະນຸດສະທໍາດີຂຶ້ນເທື່ອລະກ້າວ, ໂດສະເພາະວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກ,ດ້ວຍການນໍາໃຊ້ງົບປະມານຂອງລັດແລະປຸກລະດົມທຶນຮອນຈາກສັງຄົມ, ບໍລິສັດ, ຫ້າງຮ້ານທັງພາຍໃນແລະຕ່າງປະເທດເພື່ອໃຫ້ການຊ່ວຍເຫລືອແກ້ໄຂເປົ້າໝາຍຕ່າງໆແລະນັບແຕ່ປີ 1994 ມາຮອດປັດຈຸບັນລາວເຮົາສາມາດທໍາລາຍລະເບີດຕົກຄ້າງບໍ່ທັນແຕກໄດ້ຫລາຍກວ່າ 1 ລ້ານໜ່ວຍ, ເກັບກູ້ລະເບີດທີ່ບໍ່ທັນແຕກອອກຈາກພື້ນທີ່ດິນກະສິກໍາແລະເຂດພັດທະນາຕ່າງໆໄດ້ຫລາຍກວ່າ 2 ແສນເຮັກຕາ ແລະ ສາມາດສ້າງຜົນປະໂຫຍດໃຫ້ແກ່ການຜະ ລິດ, ການທໍາ
ມາຫາກິນ, ການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າຫລາຍກວ່າ 2,8 ລ້ານຄົນ. ສ່ວນວຽກງານການໂຄສະນາສຶກສາຜົນຮ້າຍຂອງລະເບີດບໍ່ທັນແຕກກໍແມ່ນເຮັດໄດ້ຫລາຍກວ່າ 13 ພັນບ້ານໃນທົ່ວປະເທດ.

ນັບແຕ່ປີ 1964 – 1973 ເຊິ່ງແມ່ນໄລຍສົງຄວາມອີນດູຈີນ, ມີລະເບີດປະມານ 3 ລ້ານໂຕນຖືກຖິ້ມໃສ່ລົງຜືນແຜ່ນດິນລາວ, ໃນນັ້ນ 30% ແມ່ນບໍ່ແຕກແລະນັບແຕ່ນັ້ນມາໃນແຕ່ລະປີມີຜູ້ເສຍຊີວິດ ແລະ ພິການເປັນຈໍານວນຫລາຍຈາກລະເບີດບໍ່ທັນແຕກດັ່ງກ່າວ, ເຊິ່ງເປັນໄພຂົ່ມຂູ່ອັນໃຫຍ່ຫລວງຕໍ່ການດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່າແລະກົດໜ່ວງທ່ວງດຶງການພັດທະນາປະ ເທດຊາດເຮົາອີກດ້ວຍ.

No comments:

Post a Comment