Ad

Ad

24 November 2015

ຍີ່ປຸ່ນຊ່ວຍສ້າງສຸກສາລາ ແລະ ລະບົບນໍ້າສະອາດ

ພິທີລົງນາມໂຄງການກໍ່ສ້າງສຸກສາລາເຂດບ້ານນາສະກາງ, ເມືອງຊໍາເໜືອ, ແຂວງຫົວພັນແລະ ລະບົບນໍ້າສະອາດຢູ່ບ້ານສັນແກ້ວ, ເມືອງຄໍາ, ແຂວງຊຽງຂວາງລວມມູນຄ່າທັງໝົດ 1 ແສນກວ່າໂດລາສະຫະລັດພາຍໃຕ້ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນພື້ນຖານ(GGP),ໄດ້ຈັດຂຶ້ນເມື່ອບໍ່ດົນນີ້ທີ່ກະຊວງສາທາລະນະສຸກ, ລະຫວ່າງທ່ານ ຮີໂຣຢູກິ ກິຊິໂນະ ເອກອັກຄະລາຊາທູດຍີປຸ່ນປະຈໍາລາວ, ທ່ານນາງ ຈາຍພອນ ອນທະໄຊ ຫົວໜ້າຫ້ອງການສາທາລະນະສຸກເມືອງຊໍາ   ເໜືອ ແລະ ທ່ານບຸນເພັງສົມພັນສຸກຫົວໜ້າຫ້ອງການສາທາລະນະສຸກເມືອງຄໍາ, ໂດຍການເຂົ້າຮ່ວມຂອງທ່ານລັດຖະມົນຕີວ່າການກະຊວງສາທາລະນະສຸກ ສຈ ດຣ ເອກສະຫວ່າງ ວົງວິຈິດ.

ສໍາລັບໂຄງການກໍ່ສ້າງສຸກສາລາບ້ານນາສະກາງ, ເມືອງຊໍາເໜືອປະກອບມີອາຄານຫ້ອງການ, ສຸກສາລາ ລວມມີ 6 ຫ້ອງ, ພ້ອມເຄື່ອງມືອຸປະກອນການແພດພື້ນຖານຈໍານວນໜຶ່ງແລະມີລະບົບໄຟຟ້າແສງຕາເວັນຄົບຊຸດ, ເຊິ່ງຄາດວ່າຈະມີປະຊາຊົນໃນເຂດໃກ້ຄຽງຫລາຍກວ່າສອງພັນຄົນໄດ້ຮັບຜົນປະໂຫຍດໃນການເຂົ້າເຖິງການບໍລິການຂອງສຸກສາລາດັ່ງກ່າວ, ສ່ວນການກໍ່ສ້າງລະບົບນໍ້າສະອາດທີ່ບ້ານສັນແກ້ວ, ເມືອງຄໍາ, ແຂວງຊຽງຂວາງ ປະກອບມີການຕິດຕັ້ງລະບົບຫົວງານ, ອ່າງເກັບນໍ້າ 2 ອ່າງ, ທໍ່ນໍ້າຍາວ 2,6 ກິໂລແມັດ, ເຊິ່ງຄາດວ່າຈະມີປະຊາຊົນຫລາຍກວ່າ 200 ຄົນໃນບ້ານດັ່ງກ່າວຈະໄດ້ຊົມໃຊ້ນໍ້າສະອາດຈາກໂຄງການນີ້.
ທ່ານທູດຍີປຸ່ນປະຈໍາລາວກ່າວວ່າ: ສອງໂຄງການດັ່ງກ່າວຈະເປັນການຊ່ວຍເຫລືອປະຊາຊົນຜູ້ທີ່ດ້ອຍໂອກາດໄດ້ເຂົ້າເຖິງການບໍລິການດ້ານສາທາລະນະສຸກ ແລະ ການຈັດຫານ້ຳສະອາດ.

ໃນຜ່ານມາ, ລັດຖະບານ ແລະ ປະຊາຊົນຍີປຸ່ນໄດ້ສະໜັບສະໜູນຄວາມພະຍາຍາມຂອງລັດຖະບານລາວໃນການພັດທະນາລະບົບສາທາລະນະສຸກໂດຍດີຕະຫລອດມາຄືນັບແຕ່ປີ 1989 ເປັນຕົ້ນມາໂດຍຜ່ານໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນພື້ນຖານ(GGP)ລັດຖະບານຍີປຸ່ນໄດ້ໃຫ້ການຊ່ວຍເຫລືອແລ້ວຫລາຍກວ່າ 479 ໂຄງການ,ໃນນັ້ນມີ 133 ໂຄງການແມ່ນນອນໃນຂົງເຂດສາທາລະນະສຸກ

No comments:

Post a Comment