Ad

Ad

24 November 2015

ສຳ​​ເລັດ​ການອົບຮົມ​ທັກ​ສະການ​ເຄື່ອນ​ໄຫວ​ເກັບ​ກຳ​ຂ່າວ​ໃນ​ເຫ​ດການ​ທີ່​ສຳຄັນ​ໃຫ້​​ແກ່​ສື່​ມວນ​ຊົນ​ລາວ​


         ​ໃນຕອນບ່າຍວັນທີ 20 ພະຈິກຜ່ານມານີ້, ຢູ່ທີ່ສະຖາບັນສື່ມວນຊົນ, ວັດທະນະທຳແລະ ທ່ອງທ່ຽວ, ​ຊຸດຝຶກອົບຮົມທັກສະການເຄື່ອນໄຫວເກັບກຳຂ່າວໃນເຫດການທີ່ສຳຄັນ”​ ໃຫ້ແກ່ສື່ມວນຊົນລາວ​. ​ໂດຍການຊ່ວຍເຫຼືອຂອງກະຊວງຖະແຫຼງຂ່າວແລະ ສື່ສານຫວຽດນາມ, ​ໄດ້ສຳເລັດລົງໃນວັນທີ 20 ພະຈິກ ນີ້, ພາຍຫຼັງດຳ​​ເນີນມາເປັນເວລາ 5 ມື້, ຢູ່ທີ່ສະຖາບັນສື່ມວນຊົນ, ວັດທະນະ ທຳແລະ ທ່ອງທ່ຽວ. ​​ໂດຍການເຂົ້າຮ່ວມຂອງນັກຂ່າວຂະ​​ແໜງການຕ່າງໆນັບທັງສູນກາງແລະ ທ້ອງຖິ່ນ, ​ເພື່ອແນໃສ່ຍົກລະດັບຄວາມຮູ້ຄວາມສາມາແລະ ທັກສະຂອງນັກຂ່າວລາວໃນ​​ການເກັບກຳຂໍ້ມູນຂ່າວສານ​ ​ແລະ ການລາຍງານເຫດການທີ່ສຳຄັນຕ່າງໆໃຫ້ຖືກຕ້ອງວ່ອງໄວແລະ ທັນເຫດ ການເພື່ອກຽມຮອງຮັບການ​​ເປັນປະທານອາຊຽນຂອງລາວໃນປີ 2016 ທີ່ຈະມາເຖິງ ແລະ ໃນສະເພາະໜ້ານີ້ ກໍ່ແມ່ນການໂຄສະນາໃຫ້ແກ່ວັນສະຖາປະນາສປປ ລາວ ຄົບຮອບ 40 ປີ (2/12/1975 – 2/12/2015 ) ​ໃຫ້ມີບັນຍາກາດຝົດຝື້ນຍິ່ງຂຶ້ນ.

 ການ​​ຝຶກອົບຮົມດັ່ງກ່າວໄດ້ດຳ​​ເນີນມາຢ່າງມີປະສິດທິຜົນຈາກການບັນລະຍາຍແລະ ນຳສົ່ງຄວາມຮູ້ແລະ ບົດຮຽນຕ່າງໆ, ​ຂອງນັກວິທະຍາກອນຜູ້ມີປະສົບການຈາກ ສສ ຫວຽດນາມ, ພ້ອມນີ້ກໍເພື່ອ​​​ແນໃສ່ ປະກອບສ່ວນພັດທະນາ ລາວໃຫ້ເຕີບໃຫຍ່ເຂັ້ມ​​ແຂງ.

No comments:

Post a Comment