Ad

Ad

24 November 2015

ມອບ​ຂອງ​ຂວັນ​ຮອງ​ປະ​ທານ​ປະ​ເທດ ສສ ຫວຽດນາມ ໃຫ້​ໂຮງຮຽນ​ພອນ​ສະຫວັນ ​ແລະ ສູນ​ພັດທະນາ​ແມ່ຍິງ​ພິການລາວ

     ທະນາຄານຫວຽດຕິນ ລາວ ຈຳກັດ ໄດ້ນຳເອົາຂອງຂັວນຂອງທ່ານນາງ ຫງວຽນ ທິ ຢວານ ຮອງປະທານປະເທດແຫ່ງ ສສ ຫວຽດນາມ, ຊຶ່ງປະກອບມີ: ຄອມພິວເຕີ້ແລະ ຈັກຫຍິບ ຈຳນວນໜຶ່ງ ລວມມີມູນຄ່າຫລາຍກວ່າ 317 ລ້ານດົ່ງຫວຽດນາມ ມອບໃຫ້ໂຮງຮຽນພອນສະຫວັນແລະ ຊົນເຜົ່າ​ ​ແລະ ສູນພັດທະນາແມ່ຍິງພິການ, ​ເພື່ອປະກອບສ່ວນເຂົ້າໃນການພັດທະນາການສຶກສາຂອງລາວໃຫ້ມີຄຸນນະພາບດີຂຶ້ນເປັນລຳດັບ, ຊຶ່ງພິທີມອບ-ຮັບໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 23 ພະຈິກນີ້, ຢູ່ໂຮງຮຽນດັ່ງກ່າວ​, ນະຄອນຫລວງວຽງຈັນໂດຍມີທ່ານນາງແສງເດືອນ ຫລ້າຈັນທະບູນ ລັດຖະມົນ ຕີຊ່ວຍວ່າການກະຊວງສຶກສາທິການແລະ ກິລາ, ທ່ານ ຫງວຽນແມັງ ຮຸ່ງເອກອັກຄະລັກຖະທູດຜູ້ອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳລາເຂົ້າຮ່ວມນຳດ້ວຍ.

     ທ່ານເລ ກວັກ ນາມ ອຳນວຍການທະນາຄານ ຫວຽດຕິນ ລາວ ຈຳກັດ ກ່າວໃນພິທີວ່າ: ​ເຄື່ອງຊ່ວຍເຫລືອດັ່ງກ່າວແມ່ນຂອງຂວັນອັນລໍ້າຄ່າຈາກ ສສ ຫວຽດນາມ ທ່ານນາງ ຫງວຽນ ທິ ຢວານ ຮອງປະທານປະເທດແຫ່ງ ສສ ຫວຽດນາມ, ຊຶ່ງປະກອບມີ: ຄອມພິວເຕີ້ 25 ​ເຄື່ອງມອບໃຫ້ໂຮງ ຮຽນພອນສະຫວັນແລະ ຊົນເຜົ່າ, ຈັກຫຍິບເຄື່ອງ, ໂຕະ-ຕັ່ງແລະ ອຸປະກອນການສຶກສາຈຳນວນໜຶ່ງ ມອບໃຫ້ສູນພັດທະນາແມ່ຍິງພິການ ລວມມູນຄ່າທັງໝົດປະມານ 317 ລ້ານດົ່ງ (ສະກຸນເງິນຫວຽດນາມ).

     ທ່ານ ຄຳພຸດ ພົມມະສອນ ອຳນວຍການໂຮງຮຽນພອນສະຫວັນແລະ ຊົນເຜົ່າ ກ່າວສະແດງຄວາມຂອບໃຈຕໍ່ການຊ່ວຍເຫລືອ ກໍຄືຂອງຂວັນອັນລ້ຳຄ່ານີ້ຂອງຮອງປະທານປະເທດແຫ່ງ ສສ ຫວຽດນາມ ທີ່ໄດ້ເຫັນເຖິງຄວາມຫຍຸ້ງຍາກຂອງນັກຮຽນ, ແມ່ຍິງພິການຂອງລາວ ແລະ ຈະເປັເງື່ອນໄຂອຳນວຍຄວາມສະດວກ​​ໃຫ້ແກ່ການສຶກສາຮ່ຳຮຽນຂອງໂຮງຮຽນພອນສະຫວັນແຫ່ງນີ້ແລະ ສູນຄົນພິການລາວ ​​​ໃຫ້ມີຄຸນນະພາບດີຂຶ້ນ.

No comments:

Post a Comment