Ad

Ad

24 November 2015

ໄຟ​ໄໝ້ເຮືອນຫລັງໜຶ່ງ ຢູ່ບ້ານໂຄກເພີງ ຍ້ອນໄຟຟ້າລັດວົງຈອນ

     ໃນເວລາ 8:45  ໂມງຂອງວັນທີ 22 ພະຈິກນີ້ , ໄດ້ເກີດເຫດໄຟໄໝ້ເຮືອນຫລັງຫນຶ່ງ ຢູ່ບ້ານໂຄກເພີງ, ເມືອງສັງທອງ ນະຄອນຫລວງວຽງຈັນ ເສຍຫາຍໝົດກ້ຽງ ຍ້ອນໄຟຟ້າລັດວົງຈອນຈົນເຈົ້າໜ້າທີ່ໄດ້ນຳໃຊ້ລົດນໍ້າຈຳນວນ 2 ຄັນ ເຂົ້າສະກັດກັ້ນ ຜ່ານໄປເກືອບ 1 ຊົ່ວໂມງ ຈຶ່ງສາມາດຄວບຄຸມໄຟໄວ້ໄດ້.

     ຜ່ານການສືບສວນ-ສອບສວນ ເຈົ້າໜ້າທີ່ໃຫ້ຮູ້ວ່າ: ສາເຫດຂອງການເກີດໄຟ​ໄໝ້ຄັ້ງນີ້ແມ່ນຍ້ອນໄຟຟ້າລັດວົງຈອນ, ເນື່ອງຈາກສາຍໄຟໃນເຮືອນດັ່ງກ່າວນັ້ນເປັນສາຍໄຟເກົ່າໃຊ້ງານມາຫລາຍປີພໍແລ້ວ, ຊຶ່ງເປັນບົດຮຽນອັນສຳຄັນໃຫ້ແກ່ພວກເຮົາໃນຄວາມລະມັດລະວັງຂອງການນຳໃຊ້ຟືນໄຟ, ຖ້າເຫັນມີສະພາບບໍ່ດີກໍໃຫ້ຮີບຮ້ອນປັບປຸງແກ້ໄຂ ເພື່ອຫລີກລ້ຽງສະພາບອັນຕະລາຍດັ່ງກ່າວທີ່ສາມາດເກີດຂຶ້ນໄດ້ທຸກເວລາ.     

No comments:

Post a Comment