Ad

Ad

23 November 2015

ສປປ ລາວ ປະສົບຜົນສຳເລັດສົ່ງດາວທຽມດວງທຳອິດຂຶ້ນສູ່ວົງໂຄຈອນໂລກ

     ດາວທຽມເພື່ອການສື່ສານດວງທໍາອິດຂອງ ສປປ ລາວ ຫລື Lao Sat-1 ໄດ້ຖືກປ່ອຍຂຶ້ນສູ່ວົງໂຄຈອນທີ່ 128,5 ອົງສາຕາເວັນອອກໃນຕອນເຊົ້າວັນທີ 21 ພະຈິກນີ້ ທີ່ແຂວງສີສວນ ສປ ຈີນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມເຈົ້າໜ້າທີ່ຂັ້ນສູງຈາກ ສປປ ລາວ ແລະ ສປ ຈີນ ເຂົ້າຮ່ວມນຳດ້ວຍ.
     ພິທີປ່ອຍດາວທຽມ Lao Sat-1 ເປັນຂອງຂວັນພິເສດຈາກລັດຖະບານ ສປ ຈີນ ແກ່ ສປປ ລາວ ເນື່ອງໃນໂອກາດສະເຫລີມສະຫລອງວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ. ລະບົບທັງໝົດຂອງດາວທຽມ Lao Sat-1 ຈະໄດ້ຖືກຄວບຄຸມ-ບັນຊາການທີ່ສະຖາ ນີດາວທຽມລາວ ເຊິ່ງຕັ້ງຢູ່ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ໂດຍມີນັກວິຊາການລາວຈຳນວນ 50 ຄົນ ແລະ ຊ່ຽວຊານຈາກ ສປ ຈີນ ຈຳນວນໜຶ່ງ ເພື່ອຄອຍບໍລິການຄວບຄຸມການເຮັດວຽກຂອງດາວທຽມດັ່ງກ່າວ.

     ທ່ານ ຫຽມ ພົມມະຈັນ ລັດຖະມົນຕີວ່າການກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 18 ພະຈິກນີ້ວ່າ: ການປ່ອຍດາວທຽມ Lao Sat-1 ຈະນຳຜົນປະໂຫຍດຢ່າງຫລວງຫລາຍມາສູ່ປະເທດເຮົາ ເພາະວ່າເນື້ອທີ່ສ່ວນໃຫຍ່ຂອງປະເທດແມ່ນເປັນພູສູງ, ການຕິດຕໍ່ສື່ສານ ກໍຄືການໄປມາຫາສູ່ພົບຄວາມຫຍຸ້ງຍາກ. ດັ່ງນັ້ນ ດາວທຽມ Lao Sat-1 ຈະໄດ້ນຳໃຊ້ສຳລັບຈຸດປະສົງຕ່າງໆລວມທັງດ້ານການສຶກສາ ແລະ ການປິ່ນປົວທາງໄກຂອງການແພດ, ການຄົມມະນາຄົມ ແລະ ການເຊື່ອມຕໍ່ອິນເຕີເນັດ, ນຳໃຊ້ເຂົ້າໃນວຽກງານຕ້ານໄພພິບັດຕ່າງໆໄດ້ວ່ອງໄວທັນການ.
     ທ່ານ ຫຽມ ກ່າວວ່າ: ດາວທຽມ Lao Sat-1 ຈະມີອາຍຸນໍາໃຊ້ງານປະມານ 15 ປີ. ດັ່ງນັ້ນ ໃນໄລຍະເວລາດັ່ງກ່າວ ພວກເຮົາຈະເຮັດສຸດຄວາມສາມາດ ເພື່ອນຳລາຍຮັບທີ່ໄດ້ມາເຂົ້າໃນການພັດທະນາຂະແໜງການຕ່າງໆ. ສັນຍານດາວທຽມ Lao Sat-1 ຈະກວມເອົາ 15 ປະເທດ, ສປປ ລາວ ສາມາດບໍລິການເຊົ່າສັນຍານໃຫ້ກັບຫລາຍໆປະເທດ ເນື່ອງຈາກວ່າຄວາມຕ້ອງການໃນລາວມີໜ້ອຍ. ດາວທຽມດວງດັ່ງກ່າວເປັນເຈົ້າຂອງໂດຍ ບໍລິສັດ ລາວແຊັດວັນ ຈອຍເວັນເຈີ ແລະ ປະກອບດ້ວຍ 22 ຊ່ອງສັນຍານ ເຊິ່ງ 2 ຊ່ອງສັນຍານຈະຖືກນໍາໃຊ້ສໍາລັບການບໍລິການສື່ສານພາຍໃນປະ ເທດ, ສ່ວນທີ່ເຫລືອຈະເປີດໃຫ້ບໍລິສັດຕ່າງປະເທດເຊົ່າ. ຜູ້ຖືຫຸ້ນຂອງບໍລິສັດ ລາວແຊັດວັນ ປະກອບດ້ວຍລັດຖະບານລາວ 45%, ບໍລິສັດໂທລະຄົມຈີນ (China Asia-Pacific Mobile Telecom munications Satellite Co.Ltd) 35%, ກຸ່ມບໍລິສັດອາວະກາດຈີນ (Space Star Techno logy Co.Lte) 15% ແລະ ບໍລິສັດເຕັກໂນໂລຊີດາວທຽມຮົງກົງ (Asia-Pacific Satellite Technology) 5% ໃນມູນຄ່າກໍ່ສ້າງ 258 ລ້ານໂດລາສະຫະລັດ ໄດ້ຮັບທຶນຈາກ ສປ ຈີນ.

     ໂຄງການດາວທຽມ Lao Sat-1 ໄດ້ເລີ່ມຂຶ້ນໃນປີ 2006, ຕໍ່ມາໃນເດືອນພຶດສະພາ 2008 ລັດຖະບານລາວໄດ້ນຳສົ່ງເອກະສານການຈອງ ແລະ ນຳໃຊ້ຕຳແໜ່ງວົງໂຄຈອນ 128,5 ອົງສາຕາເວັນອອກ. ໜຶ່ງປີຕໍ່ມາ, ອົງການວິທະຍາສາດ ແລະ ເຕັກໂນໂລຊີຂອງລາວໄດ້ເຊັນບົດບັນທຶກຄວາມເຂົ້າໃຈກັບບໍລິສັດ ອາຊີ-ປາຊີຟິກດາວທຽມໂທລະຄົມມະນາຄົມຈຳກັດ ເພື່ອກູ້ຢືມເງິນມາພັດທະນາໂຄງການ. ໃນປີ 2012, ລັດຖະບານລາວໄດ້ລົງນາມໃນຂໍ້ຕົກລົງມູນຄ່າ 258 ລ້ານໂດລາສະຫະລັດ ຈາກທະນາຄານເພື່ອການສົ່ງອອກ ແລະ ນຳເຂົ້າ ຂອງ ສປ ຈີນ ແລະ ວັນທີ 30 ຕຸລາ, ລັດຖະບານລາວໄດ້ລົງນາມກັບສາມບໍລິສັດຈາກຈີນ ສ້າງຕັ້ງບໍລິສັດຮ່ວມທຶນ Lao Sat-1 ຂຶ້ນ ເພື່ອຄວບຄຸມບໍລິຫານໃຫ້ມີປະສິດທິຜົນ.

No comments:

Post a Comment