Ad

Ad

23 November 2015

ນາຍົກລັດຖະມົນຕີ ທອງສິງ ທໍາມະວົງ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 27 ທີ່ກົວລາລໍາເປີ

ວັນທີ 21 ພະຈິກ 2015, ທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງຂອງລາວເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 27, ກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 18, ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 13, ກອງປະຊຸມສຸດຍອດອາຊຽນ-ສະຫະລັດ ຄັ້ງທີ 3 ແລະ ກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 18 ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 27, ບັນດາຜູ້ນຳອາຊຽນໄດ້ທົບທວນຄືນວຽກງານການສ້າງປະຊາຄົມອາຊຽນ ໂດຍສະເພາະການຈັດຕັ້ງປະຕິບັດແຜນແມ່ບົດຂອງສາມເສົາຄ້ຳປະຊາຄົມອາຊຽນ: ປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ປະຊາຄົມເສດຖະກິດອາຊຽນ ແລະ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຊຶ່ງເຫັນວ່າມີຄວາມຄືບຫນ້າ, ແລະ ຜູ້ນໍາອາຊຽນກໍໄດ້ລົງນາມໃນຖະແຫຼງ
ການກົວລາລໍາເປີ 2015  ວ່າດ້ວຍການສ້າງຕັ້ງປະຊາຄົມອາຊຽນ ເພື່ອປະກາດການສ້າງຕັ້ງປະຊາຄົມອາຊຽນ ຢ່າງເປັນທາງການໃນວັນທີ 31 ທັນວາ 2015 ນີ້. ຜູ້ນໍາອາຊຽນຍັງໄດ້ປຶກສາຫາລືກ່ຽວກັບທິດທາງໃນຕໍ່ໜ້າຂອງປະຊາຄົມອາຊຽນຫຼັງປີ 2015 ແລະ ໄດ້ຮັບຮອງເອົາວິໄສທັດປະຊາຄົມອາຊຽນ 2025 ແລະ ແຜນແມ່ບົດສໍາລັບ 3 ເສົາຄໍ້າປະຊາຄົມອາຊຽນ ໂດຍການລົງນາມໃນຖະແຫຼງການກົວລາລໍາເປີ ວ່າດ້ວຍ ອາຊຽນ 2025: “ພ້ອມກັນກ້າວໄປຂ້າງໜ້າ”.
ພ້ອມດຽວກັນນັ້ນ, ບັນດາຜູ້ນໍາອາຊຽນກໍໄດ້ແລກປ່ຽນຄໍາເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເປັນຕົ້ນແມ່ນບັນຫາວິກິດການທາງດ້ານເສດຖະກິດ, ລາຄານໍ້າມັນຕົກຕໍ່າໄພພິບັດທໍາມະຊາດ, ການປ່ຽນແປງຂອງສະພາບດິນຟ້າອາກາດ, ການຄ້າມະນຸດ, ຢາເສບຕິດ, ໂລກລະບາດ, ການຍ້າຍຖິ່ນຖານແບບຜິດປົກກະຕິຂອງປະຊາຊົນ ໃນຫຼາຍພາກພື້ນຂອງໂລກ ແລະ ສະພາບການອື່ນໆໃນພາກພື້ນ ເຊັ່ນ: ສະພາບການ ຢູ່ ຊີຣີ ແລະ ອີຣັກ, ແຫຼມເກົາຫຼີ, ທະເລຈີນໃຕ້ ພ້ອມທັງກ່າວປະນາມເຫດການການກໍ່ການຮ້າຍ ຢູ່ຝຣັ່ງ ໃນວັນທີ 13 ພະຈິກ 2015 ແລະ ປະເທດມາລີ ໃນວັນທີ 20 ພະຈິກ 2015.
ໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງນີ້, ຜູ້ນໍາອາຊຽນ ຍັງໄດ້ລົງນາມໃນສົນທິສັນຍາອາຊຽນ ວ່າດ້ວຍການຕ້ານການຄ້າມະນຸດ ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ. ພ້ອມໄດ້ມີການມອບລາງວັນ ໃຫ້ແກ່ຕາງຫນ້າຂອງອົງການຈັດຕັ້ງ ຫລື ບຸກຄົນຈາກ ແຕ່ລະປະເທດສະມາຊິກອາຊຽນ ທີ່ມີການປະກອບສ່ວນເຂົ້າໃນວຽກງານສ້າງປະຊາຄົມອາຊຽນເວົ້າລວມ, ເວົ້າສະເພາະແມ່ນການປະກອບສ່ວນເຂົ້າໃນວຽກງານສ້າງສາ ແລະ ພັດທະນາປະເທດຊາດຂອງຕົນ. ສໍາລັບຈາກ ສປປ ລາວ ເຮົາແມ່ນ ສູນຄົ້ນຄວ້າ ແລະ ຂະຫຍາຍແນວພັນພືດ ທ່າສະໂນ, ແຂວງສະຫວັນນະເຂດ ທີ່ໄດ້ຖືກຄັດເລືອກຮັບລາງວັນດັ່ງກ່າວ.
          ໃນຕອນບ່າຍຂອງວັນດຽວກັນ, ທ່ານ ທອງສິງ ທໍາມະວົງ ກໍໄດ້ນໍາພາຄະນະຜູ້ແທນລາວ ສືບຕໍ່ເຂົ້າຮ່ວມກອງປະຊຸຸມສຸດຍອດອາຊຽນກັບຄູ່ເຈລະຈາຄື: ກອງປະຊຸມສຸດຍອດອາຊຽນ-ສປ ຈີນ ຄັ້ງທີ 18, ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 13, ກອງປະຊຸມສຸດຍອດອາຊຽນ-ສະຫະລັດ ຄັ້ງທີ 3 ແລະ ກອງປະຊຸມສຸດຍອດອາຊຽນບວກສາມຄັ້ງທີ 18.
ກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 18 ໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ ໂດຍຜ່ານການຈັດຕັ້ງຜັນຂະຫຍາຍແຜນປະຕິບັດງານອາຊຽນ-ຈີນ ໄລຍະປີ 2011-2015 ກໍຄືຄວາມຄືບໜ້າຂອງການຈັດຕັ້ງຜັນຂະຫຍາຍຂໍ້ລິເລີ່ມຕ່າງໆທີ່ສະເໜີໂດຍ ສປ ຈີນ ໂດຍສະເພາະແມ່ນຜົນສຳເລັດໃນການສ້າງຕັ້ງທະນາຄານການລົງທຶນພື້ນຖານໂຄງລ່າງອາຊີ (AIIB), ເຊິ່ງຈະປະກອບສ່ວນສໍາຄັນເຂົ້າໃນການພັດທະນາພື້ນຖານໂຄງລ່າງຢູ່ໃນພາກພື້ນ. ພ້ອມກັນນັ້ນ, ກໍໄດ້ຊົມເຊີຍຕໍ່ຜົນສຳເລັດຂອງການຈັດກອງປະຊຸມລັດຖະມົນຕີແມ່ຂອງ-ລ້ານຊ້າງ (Mekong-Lancang Cooperation Framework) ກໍຄືກິດຈະກໍາອື່ນໆທີ່ໄດ້ຈັດຕັ້ງປະຕິບັດຮ່ວມກັນ. ອັນສໍາຄັນແມ່ນສອງຝ່າຍໄດ້ສະແດງຄວາມຍິນດີຕໍ່ໝາກຜົນຂອງການຮ່ວມມືດ້ານການຄ້າ ແລະ ການລົງທຶນ, ເຊິ່ງປັດຈຸບັນ ຈີນ ເປັນຄູ່ຄ້າໃຫຍ່ອັນດັບ 1 ຂອງອາຊຽນ, ໃນຂະນະທີ່ອາຊຽນ ເປັນຄູ່ຄ້າໃຫຍ່ອັນດັບ 3 ຂອງ ຈີນ. ອາຊຽນ ແລະ ຈີນ ໄດ້ຕັ້ງເປົ້າໝາຍໃຫ້ບັນລຸມູນຄ່າການຄ້າສອງຝ່າຍ 1000 ຕື້ໂດລາສະຫະລັດ ແລະ ມູນຄ່າການລົງທຶນ 150 ຕື້ໂດລາ ສະຫະລັດ ໃນປີ 2020. ບັນດາຜູ້ນຳອາຊຽນ ແລະ ສປ ຈີນ ໄດ້ສືບຕໍ່ຮັດແໜ້ນການຮ່ວມມືຜ່ານການຈັດຕັ້ງຜັນຂະຫຍາຍແຜນປະຕິບັດງານອາຊຽນ-ຈີນ ສະບັບໃໝ່ ສໍາລັບປີ 2016-2020; ໄດ້ເຫັນດີຈັດກິດຈະກໍາຮ່ວມກັນ ເພື່ອສະເຫຼີມສະຫຼອງການພົວພັນອາຊຽນ-ຈີນ ຄົບຮອບ 25 ປີ ລວມທັງການຈັດກອງປະຊຸມສຸດຍອດສະເຫຼີມສະຫຼອງອາຊຽນ-ຈີນ ໃນປີ 2016 ແລະ ກໍານົດເອົາປີດັ່ງກ່າວເປັນປີແລກປ່ຽນດ້ານການສຶກສາລະຫວ່າງ ອາຊຽນ ແລະ ສປ ຈີນ.
ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 13 ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນການຈັດຕັ້ງປະຕິບັດແຜນປະຕິບັດງານ ອາຊຽນ-ອິນເດຍ ສະບັບປີ 2011-2015. ອາຊຽນໄດ້ສະແດງຄວາມຍິນດີຕໍ່ນະໂຍບາຍປະຕິບັດການສູ່ຕາເວັນອອກ (Act East Policy) ຂອງອິນເດຍ ແນໃສ່ເພີ່ມທະວີການຮ່ວມມືໃຫ້ຫຼາຍຂຶ້ນກັບພາກພື້ນ ລວມທັງອາຊຽນ. ກອງປະຊຸມໄດ້ສະແດງຄວາມຍິນດີຕໍ່ການບັນລຸສັນຍາການຄ້າດ້ານການລົງທຶນ ແລະ ການບໍລິການລະຫວ່າງອາຊຽນ ແລະ ອິນເດຍ. ນອກນັ້ນ, ກອງປະຊຸມຍັງໄດ້ສະແດງຄວາມຊົມເຊີຍຕໍ່ຂໍ້ລິເລີ່ມຂອງອິນເດຍ ໃນການສ້າງຕັ້ງສູນສົ່ງເສີມການຄ້າ ແລະ ການລົງທຶນອາຊຽນ-ອິນເດຍ ແນໃສ່ເພີ່ມເສີມໃຫ້ແກ່ສູນອາຊຽນ-ອິນເດຍ ທີ່ສອງຝ່າຍກຳລັງສ້າງຕັ້ງຂຶ້ນ ເພື່ອປະກອບສ່ວນຮັດແໜ້ນການຮ່ວມມືອາຊຽນ-ອິນເດຍ ໃນທຸກໆດ້ານໃຫ້ກ້າວຂຶ້ນສູ່ລະດັບໃໝ່.
ໃນກອງປະຊຸມສຸດຍອດອາຊຽນ-ສະຫະລັດ ຄັ້ງທີ 3, ອາຊຽນໄດ້ຕີລາສູງຕໍ່ສະຫະລັດ ທີ່ໄດ້ສືບຕໍ່ສະໜັບສະໜູນການສ້າງປະຊາຄົມອາຊຽນ ແລະ ຄວາມເປັນແກນກາງຂອງອາຊຽນໃນທຸກກົນໄກການຮ່ວມມືພາກພື້ນທີ່ອາຊຽນເປັນຜູ້ລິເລີ່ມ ກໍຄືຢູ່ໃນໂຄງສ້າງພາກພື້ນ. ໃນໂອກາດນີ້, ບັນດາຜູ້ນຳອາຊຽນ ແລະ ສະຫະລັດ ໄດ້ເຫັນດີຍົກລະດັບການຮ່ວມມືອາຊຽນ-ສະຫະລັດຂຶ້ນເປັນຄູ່ຮ່ວມຍຸດທະສາດໂດຍໄດ້ຮັບຮອງເອົາຖະແຫຼງການຮ່ວມວ່າດ້ວຍການເປັນຄູ່ຮ່ວມຍຸດທະສາດ, ເຊິ່ງເປັນຂີດໝາຍສຳຄັນຂອງການພົວພັນອາຊຽນ-ສະຫະລັດ ໃນຕໍ່ໜ້າ. ບົນຈິດໃຈນີ້, ກອງປະຊຸມໄດ້ ເຫັນດີຕໍ່ຂໍ້ສະເໜີຂອງ ສະຫະລັດ ໃນການຈັດກອງປະຊຸມສຸດຍອດອາຊຽນ-ສະຫະລັດ ສະໄໝພິເສດໃນເດືອນກຸມພາ 2016 ທີ່ ຄາລິຟໍເນຍ, ສະຫະລັດ ອາເມລິກາ ເພື່ອຈັດຕັ້ງຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດອາຊຽນ-ສະຫະລັດດັ່ງກ່າວ.
ໃນກອງປະຊຸມສຸດຍອດອາຊຽນບວກສາມຄັ້ງທີ 18, ບັນດາຜູ້ນຳອາຊຽນ ແລະ ບວກສາມ (ສປ. ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ) ໄດ້ສະແດງຄວາມຊົມເຊີຍຕໍ່ໝາກຜົນຂອງການຮ່ວມມືໃນຂອບອາຊຽນບວກສາມທີ່ໄດ້ມີທ່ວງທ່າຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍຜ່ານການຈັດຕັ້ງປະຕິບັດໂຄງການຮ່ວມມືໃນຂົງເຂດຕ່າງໆ ພາຍໃຕ້ແຜນວຽກການຮ່ວມມືອາຊຽນບວກສາມສຳລັບປີ 2013-2017. ກອງປະຊຸມໄດ້ຕີລາຄາສູງຕໍ່ການຮ່ວມມືໃນດ້ານການເງິນ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ, ເຊິ່ງເປັນຂົງເຂດກໍ່ຕັ້ງທໍາອິດຂອງອາຊຽນບວກສາມ ແລະ ໄດ້ເຫັນດີສືບຕໍ່ເພີ່ມທະວີ ການຮ່ວມມືດ້ານການເງິນໃຫ້ຫຼາຍຂຶ້ນເພື່ອປະກອບສ່ວນສຳຄັນເຂົ້າໃນການຮັບປະກັນສະຖຽນລະພາບທາງການເງິນ ແລະ ຊຸກຍູ້ການເຕີບໂຕທາງເສດຖະກິດຂອງພາກພື້ນໂດຍຜ່ານໄກການຮ່ວມມືຕ່າງໆທີ່ມີໃນປັດຈຸບັນ.

 ໃນວັນດຽວກັນນັ້ນ, ທ່ານນາຍົກ ທອງສິງ ທຳມະວົງ ກໍໄດ້ພົບປະສອງຝ່າຍກັບ ທ່ານ ຫຼີ ເຄີ້ສຽງ, ນາຍົກລັດ ຖະມົນຕີ ແຫ່ງ ສປ ຈີນ.

No comments:

Post a Comment