Ad

Ad

23 November 2015

ເລີ່ມຂຶ້ນແລ້ວງານບຸນນະມັດສະການພະທາດຫຼວງ ພສ 2558

       
ວັນທີ 20 ພະຈິກນີ້, ຄະນະກຳມະການຈັດງານບຸນທາດຫຼວງປະຈຳປີ 2015 ໄດ້ຈັດພິທີ່ເປີດງານບຸນດັ່ງກ່າວຂຶ້ນຢ່າງເປັນທາງການ, ຢູ່ເດີ່ນດ້ານໃນພະທາດຫຼວງ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ອາຊາງ ລາວລີ ຮອງນາຍົກລັດຖະມົນຕີ, ມີທ່ານເຈົ້າຄອງນະຄອນຫຼວງວຽງຈັນ, ພ້ອມດ້ວຍບັນດາທ່ານທຸຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ປະຊາຊົນຊາວນະຄອນຫຼວງວຽງຈັນເຂົ້າຮ່ວມເປັນຈຳນວນຫຼາຍ.
ທ່ານ ສາຍທອງ ແກ້ວດວງດີ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທັງເປັນປະທານຄະນະ ກຳມະການຈັດງານບຸນດັ່ງມີຄຳເຫັນໃນພິທີວ່າ: ບຸນນະມັດສະການພະທາດຫຼວງຖືເປັນປາງບຸນໃຫຍ່ທີ່ສຳຄັນຂອງຊາດ ແລະ ເປັນກິດຈະກຳໜຶ່ງຂອງການວາງສະແດງ ແລະ ຂາຍສິນຄ້າໃນລະດັບຊາດທີ່ໄດ້
ສືບທອດກັນມາປີນີ້ເປັນປີທີ່ 449 ແລ້ວ, ນອກຈາກເປັນການສົ່ງເສີມປົກປັກຮັກສາວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດແລ້ວ, ສຳລັບປີນີ້ ຍັງເປັນການສ້າງຂະບວນການໃຫຍ່ເພື່ອຂ່ຳນັບຮັບຕ້ອນວັນຊາດທີ 2 ທັນວາຄົບຮອບ 40 ປີ, ອັນເປັນເວັນປະຫວັດສາດສຳຄັນຂອງຊາດໃຫ້ມີບັນຍາກາດຟົດຟື້ນຍິ່ງຂຶ້ນ ແລະ ຮັບປະກັນຄວາມສະຫງົບປອດໄພຢ່າງໜັກແໜ້ນ, ທັງເພື່ອຮັບປະກັນຄວາມສະຫງົບປອດໄພຢູ່ໃນບ້ານ, ເມືອງ, ສຳນັກງານອົງການຕ່າງໆໃນນະຄອນຫຼວງວຽງຈັນໃຫ້ມີສະຖຽນລະພາບທາງດ້ານການເມືອງ ແລະ ມີຄວາມປອດໄພຢ່າງໜັກແໜ້ນ, ທັງໃຫ້ແຂກຜູ້ມາຮ່ວມງານໄດ້ເບິ່ງ, ໄດ້ຊົມໃຊ້ສິນຄ້າຂອງປະເທດເຮົາ, ແລ້ວຍັງເປັນໂອກາດໃຫ້ມີການແລກປ່ຽນບຽນຮຽນປະສົບການຕ່າງໆລະຫວ່າງນັກທຸລະກິດພາຍໃນ ແລະ ຕ່າງປະເທດອີກດ້ວຍ.

ປະທານຈັກງານບຸນກ່າວວ່າ: ການຈັດງານຕະຫຼາດນັດວາງສະແດງ ແລະ ຂາຍສິນຄ້າໃນງານບຸນພະທາດຫຼວງປີນີ້ພວກເຮົາຈັດຂຶ້ນຢູ່ 2 ບ່ອນຄື: ພາຍໃນເດີນທາດຫຼວງ ແລະ ສູນການຄ້າລາວໄອເຕັກເລີ່ມແຕ່ວັນທີ 20 – 25 ພະຈິກນີ້. ໃນນັ້ນ ສະເພາະຢູ່ເດີນພະຍາດຫຼວງມີສິນຄ້າ 258 ຫົວໜ່ວຍທຸລະກິດເຂົ້າຮ່ວມວ່າງສະແດງ, ຊຶ່ງລ້ວນແລ້ວແຕ່ແມ່ນສິນຄ້າທີ່ມີຄວາມໂດຍເດັ່ນ ແລະ ເປັນເອກະລັກຂອງຊາດ, ສ່ວນສູນການຄ້າລາວໄອເຕັກມີຫຼາຍກວ່າ 350 ຫົວໜ່ວຍທຸລະກິດເຂົ້າຮ່ວມວາງສະແດງ ແລະ ຈະມີຫຼາກຫຼາຍກິດຈະກຳໃນງານວາງສະແດງດັ່ງກ່າວອີກດ້ວຍ.

No comments:

Post a Comment