Ad

Ad

25 May 2016

ສປຊ ເວົ້າວ່າການກະຕຸ້ນຄວາມຕ້ອງການພາຍໃນຈະເປັນສ່ວນຄ້ຳປະກັນໃຫ້ເສດຖະກິດຂະຫຍາຍຕົວ

          ອົງການສະຫະປະຊາຊາດເພື່ອການພັດທະນາເສດຖະກິດ-ສັງຄົມປະຈຳລາວໃຫ້ຮູ້ວ່າ: ຈາກຜົນການສຳຫຼວດສະພາບເສດຖະກິດ-ສັງຄົມຢູ່ອາຊີ-ປາຊີຟິກປະຈຳປີ 2016 ຊີ້ໃຫ້ເຫັນວ່າ: ໄປພ້ອມກັບການຂະຫຍາຍຕົວຊ້າຂອງເສດຖະກິດພາກພື້ນ.ເສດຖະກິດຂອງ ສປປລາວ ກໍມີອັດຕາຂະຫຍາຍຕົວຫຼຸດລົງ 8% ຕໍ່ປີມາເປັນ 6,4 % ໃນປີ 2015 , ອັດຕາການເຕີບໂຕດັ່ງກ່າວສ່ວນໃຫຍ່ແມ່ນມາຈາກຂະແໜງພະ ລັງງານໄຟຟ້າ ແລະ ຂຸດຄົ້ນບໍ່ແຮ່ເປັນຕົ້ນຕໍ ແລະ ໃນຂະແໜງກະສິກຳມີການຈ້າງງານປະມານ ສອງສ່ວນສາມຂອງແຮງງານທັງໝົດແຕ່ປະກົດວ່າຜົນການຜະລິດຍັງຕ່ຳ ແລະ ສິ່ງທີ່ຍັງຄົງເປັນບູລິມະສິດແມ່ນຄວາມຫຼາກຫຼາຍທາງດ້ານເສດຖະກິດ ແລະ ອຸດສາຫະກຳທີ່ເພີ່ມຂື້ນ, ການພັດທະນາການທ່ອງທ່ຽວ
ແລະ ການຜະລິດໂດຍໃຊ້ແຮງງານເຊັ່ນວ່າ: ການຜະລິດເສື້ອຜ້າຈະຊ່ວຍຂະຫຍາຍໂອ ກາດການຈ້າງງານໃຫ້ເພີ່ມຂື້ນ, ດັ່ງນັ້ນລາວຕ້ອງເພີ່ມຄວາມພະຍາຍາມກະຕຸນຕວາມຕ້ອງການພາຍໃນ ແລະ ພາຍນອກໃຫ້ສູງຂື້ນເພື່ອກະຕຸກຊຸກຍູ້ການເຕີບທາງດ້ານເສດຖະກິດ, ໂດຍສະເພາະແມ່ນຄວນສຸມໃສ່ການຜະລິດ ແລະ ເພີ່ມຄ່າແຮງງານ ,ເນື່ອງຈາກການຂະຫຍາຍການຜະລິດແມ່ນມີຄວາມສຳຄັນສຳລັບທຸກປະເທດໃນພາກພື້ນລວມທັງ ສປປລາວເພື່ອຊຸກຍູ້ການເຕີບໃຫຍ່ທາງດ້ານເສດຖະກິດ ແລະ ສິ່ງສຳຄັນສຳລັບ ລາວ ແມ່ນການເພີ່ມຄ່າໃຊ້ຈ່າຍໃນສັງຄົມ ແລະ ການສ້າງຄວາມຫຼາກຫຼາຍທາງດ້ານເສດຖະກິດ,ເພື່ອເຮັດໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ກໍເປັນທີ່ໜ້າຍິນດີທີ່ລັດ ຖະບານ ສປລາວ ໄດ້ເລີ່ມສົ່ງເສີມຄວາມຕ້ອງການພາຍໃນພາກພື້ນໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດຄັ້ງທີ 8 ໂດຍຈະເນັ້ນໃສ່ນັກລົງທືນໃນພາກພື້ນເພື່ອຂະຫຍາຍໂອ ກາດໃນການພັດທະນາເສດຖະກິດ ເລະ ການເງິນ,ເພື່ອເຮັດແນວໃດໃຫ້ການພັດທະນາເສດ ຖະກິດ-ສັງຄົມສອດຄ່ອງກັບການພັດທະນາແບບຍືນຍົງ,ນຳພາປະເທດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2020 ໄດ້.

No comments:

Post a Comment