Ad

Ad

25 May 2016

ລາວຈະມີການສຳຫລວດຕົວບົ່ງຊີ້ສັງຄົມລາວ ( LSIS ) ໃນລະຫວ່າງປີ 2016-2017

          ລັດຖະບານ ແຫ່ງ ສປປ ລາວ ຄາດຫວັງ ທີ່ຈະໄດ້ເຫັນພາບລວມຂອງສະຖານະພາບດ້ານສັງ ຄົມຂອງປະເທດ ບໍ່ວ່າຈະເປັນດ້ານສຸຂະພາບ, ການສຶກສາ ຈົນເຖິງການມີນ້ຳໃຊ້ຢ່າງປອດໄພ ຈາກການສຳຫລວດຕົວບົ່ງຊີ້ສັງຄົມລາວ (LSIS) ຄັ້ງທີ II ທີ່ຈະດຳເນີນຂຶ້ນ ໃນລະຫວ່າງປີ 2016-2017 ທີ່ຈະເຖິງນີ້ ອັນຖືເປັນຄວາມພະຍາຍາມຄັ້ງສຳຄັນທີ່ສຸດ ເພື່ອວັດແທກຄວາມຄືບໜ້າຂອງການພັດທະນາສັງ ຄົມຂອງລາວ ມາເຖິງປັດຈຸບັນ.
          ທ່ານ ສະໄໝຈັນ ບຸບຜາ ຫົວໜ້າສູນສະຖິຕິແຫ່ງຊາດ ກ່າວໃນກອງປະຊຸມຄັ້ງປະຖົມມະລຶກກ່ຽວກັບການສຳຫລວດຕົວບົ່ງຊີ້ສັງຄົມລາວ ຄັ້ງທີ II ໃນວັນທີ 24 ພຶດສະພາ ນີ້ ຢູ່ ນະຄອນຫລວງວຽງຈັນວ່າ: ການສຳຫລວດນີ້ ຈະໄດ້ເກັບກຳເອົາຂະໜາດຕົວຢ່າງຈຳນວນ 23 ພັນກວ່າຫລັງຄາເຮືອນ
ໃນທົ່ວປະເທດຈະນຳໃຊ້ທຶນ 2,3 ລ້ານໂດລາສະຫະລັດ       ໂດຍການສະໜອງງົບປະມານຮ່ວມກັນລະຫວ່າງ ລັດ ຖະບານລາວ - ຈາກຫລາຍຄູ່ຮ່ວມງານສາກົນ ແລະ ຈະຈັດຕັ້ງປະຕິບັດ ໂດຍສູນສະຖິຕິແຫ່ງຊາດ, ກະ ຊວງແຜນການ ແລະ ການລົງທຶນ ຮ່ວມກັບ ກະຊວງສາທາລະນະສຸກ ແລະ ກະຊວງສຶກສາ-ກິລາ, ຈະມີພະນັກງານເຮັດວຽກພາກສະໜາມຫລາຍກວ່າ 150 ຄົນ ຈາກພະແນກຕ່າງໆ ໃນຂັ້ນແຂວງທົ່ວປະເທດ ອັນຈະເຮັດວຽກເກັບກຳຂໍ້ມູນຄົວເຮືອນ, ຂໍ້ມູນສ່ວນຕົວທີ່ຈຳເປັນເພື່ອປັບປຸງຊີວິດການເປັນຢູ່ຂອງເດັກ, ໄວໜຸ່ມ, ແມ່ຍິງ ແລະ ຜູ້ຊາຍ ໃນສປປ ລາວ ກໍຄື ຈະເປັນຂໍ້ມູນເບື້ອງຕົ້ນທີ່ມີຄຸນນະພາບ ເພື່ອຕິດຕາມ, ປະກອບເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 8, ສະໜັບສະໜູນການຕິດຕາມເປົ້າໝາຍຂອງການພັດທະນາແບບຍືນຍົງ ແລະ ສ້າງຕົວບົ່ງຊີ້ດ້ານປະຊາກອນ, ສັງຄົມທີ່ແຍກຕາມປະເພດ ຖືເປັນຂໍ້ມູນທີ່ດີທາງດ້ານສະຖິຕິ, ຊ່ວຍສົ່ງເສີມການສ້າງນະໂຍບາຍ, ການສ້າງ ແລະ ຕິດຕາມແຜນງານຕ່າງໆ.

          ການສຳຫລວດ LSIS ຄັ້ງທຳອິດໄດ້ຈັດຂຶ້ນໃນປີ 2011-2012 ແລະ ມີຂະໜາດຕົວຢ່າງຈຳນວນ 20 ພັນຫລັງຄາເຮືອນ.

No comments:

Post a Comment