Ad

Ad

25 May 2016

ສ້າງຄວາມຮັບຮູ້ວຽກງານໂຄສະນາອົບຮົມໃຫ້ພະນັກງານນໍາພາ

          ຄະນະພັກ, ພະນັກງານຫລັກແຫລ່ງ ຄະນະໂຄສະນາອົບຮົມສູນກາງພັກ, ແຂວງ, ນະຄອນ ຫລວງ, ກະຊວງ-ອົງການອ້ອມຂ້າງສູນກາງ ໄດ້ຮັບການຍົກລະດັບວຽກງານໂຄສະນາອົບຮົມ ພາຍໃຕ້ຫົວຂໍ້ ຍົກສູງຄຸນນະພາບວຽກງານໂຄສະນາອົບຮົມຂອງພັກໃນລະຫວ່າງວັນທີ 24-25 ພຶດສະ ພານີ້ ທີ່ຫ້ອງການໂຄສະນາອົບຮົມສູນກາງພັກ, ນະຄອນຫລວງວຽງຈັນ ໂດຍການເປັນປະ ທານຂອງທ່ານ ກິແກ້ວ ໄຂຄໍາພິທູນ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ.
 ທ່ານຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ກ່າວວ່າ: ການຈັດສໍາມະນາຄັ້ງນີ້ ເປັນການສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ຕໍ່ບົດບາດຄວາມສໍາຄັນຂອງວຽກງານໂຄສະນາອົບຮົມຂອງພັກ ເຊິ່ງແມ່ນວຽກງານ
ໜຶ່ງທີ່ເປັນແກ່ນສານກົກຂອງທຸກກິດຈະການ ໃນລະບົບວຽກງານການເມືອງ-ແນວຄິດຂອງພັກ, ເປັນພາຫະນະອັນແຫລມຄົມ ເພື່ອສຶກສາອົບຮົມພະນັກງານພາຍໃນພັກ, ໝູ່ມະຫາຊົນທີ່ຕ້ອງເຮັດປະຈໍາ ແລະ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານຂອງພັກ-ລັດ. ເປັນການປຸກລະດົມຈິດໃຈຟົດຟື້ນປະຕິວັດ, ຍົກສູງຄວາມຮັບຜິດຊອບການເມືອງ ແນ່ໃສ່ປັບປຸງຍົກສູງຄຸນນະພາບວຽກງານໂຄສະນາອົບຮົມຂອງພັກເຮົາໃຫ້ດີຂຶ້ນ, ຮັບປະກັນຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່ ແລະ ເງື່ອນໄຂໃໝ່. ພ້ອມນັ້ນ, ຍັງເປັນພື້ນໜັກແໜ້ນໃຫ້ແກ່ການວາງວິໄສທັດ, ຍຸດທະສາດ ແລະ ທິດທາງ, ໜ້າທີ່ຈຸດສຸມຂອງການເມືອງ-ແນວຄິດຂອງຄະນະພັກໃນແຕ່ລະຂັ້ນ.

          ທ່ານ ກ່າວຕື່ມວ່າ: ຜູ້ເຂົ້າຮ່ວມສໍາມະນາຄັ້ງນີ້ ຍັງຈະພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາເຫັນໃສ່ບົດຄໍາເຫັນຈໍານວນ 22 ຫົວຂໍ້ ເຊັ່ນ: ບົດບາດຂອງວຽກງານໂຄສະນາອົບຮົມໃນພາລະກິດຂອງພັກ, ຈິດໃຈສໍາຄັນຂອງມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ຜົນສໍາເລັດ ແລະ ບັນຫາທີ່ຕ້ອງເອົາໃຈໃສ່ໃນການຕິດຕາມເກັບກໍາຫາງສຽງສັງຄົມ, ຕອບຕ້ານການໂຄສະນາບິດເບື່ອນຂອງພວກຄົນບໍ່ດີ ແລະ ອື່ນໆ. 

No comments:

Post a Comment