Ad

Ad

25 May 2016

ກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນແມ່ນແນວໃດ ?

     ຄາດວ່າຕົ້ນເດືອນມິຖຸນາ 2016 ນີ້, ລາວຈະເປັນເຈົ້າພາບຈັດກອງປະຊຸມສະພາປະຊາຄົມວັດທະ ນະທຳ-ສັງຄົມອາຊຽນຂຶ້ນ ທີ່ຫລວງພະບາງເຊິ່ງແມ່ນກອງປະຊຸມໜຶ່ງທີ່ມີຄວາມໝາຍສ ຳຄັນຍິ່ງໃນ ສາມເສົາຄ້ຳຂອງປະຊາຄົມອາຊຽນ ຄືຄວາມສະຫງົບ-ການເມືອງ, ເສດຖະກິດ ແລະ ເສົາຄ້ຳວັດທະ ນະທຳ- ສັງຄົມທີ່ກວມເອົາ 14 ຂະແໜງການເຊັ່ນ: ຂະແໜງຖະແຫລງຂ່າວ ແລະ ວັດທະນະທຳ, ການສຶກສາ- ກິລາ, ສິ່ງແວດລ້ອມ, ວຽກງານຄຸ້ມຄອງໄພພິບັດ, ສາທາລະນະສຸກ, ວຽກງານແຮງ ງານ-ສະຫວັດດີການ ແລະ ສັງຄົມ, ແມ່ຍິງ, ຊາວໜຸ່ມ, ວຽກງານລຶບລ້າງຄວາມທຸກຍາກ, ວິທະຍາ ສາດ ແລະ ເຕັກໂນໂລຊີ.


            ຕໍ່ກອງປະຊຸມດັ່ງກ່າວ, ລັດຖະບານໄດ້ມອບໝາຍໃຫ້ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນຈຸດປະສານງານ ແລະ ທັງເປັນຜູ້ຕາງໜ້າໃຫ້ 14 ຂະແໜງການດັ່ງກ່າວເປັນ ເຈົ້າການໃນ ການກະກຽມກອງປະຊຸມດັ່ງກ່າວຄັ້ງທີ 15 ນີ້ ທີ່ຫລວງພະບາງ ໃນວັນທີ 4 ມິຖຸນາ 2016 ແລະ ຄັ້ງທີ 16 ຈະຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ຄຽງຄູ່ກັບກອງປະຊຸມສຸດຍອດອາຊຽນ ທີ່ຈະມີຂຶ້ນໃນເດືອນກັນຍາ ທີ່ຈະມາເຖິງອັນເປັນຂີດໝາຍປະຫວັດສາດສຳຄັນຂອງປະເທດເຮົາໃນ ການເປັນເຈົ້າພາບຈັດກອງປະຊຸ ດັ່ງກ່າວເພື່ອຈະໄດ້ປຶກສາຫາລືຮ່ວມກັນລະຫວ່າງບັນດາປະເທດ ສະມາຊິກອາຊຽນ ພ້ອມກັນຫາວິທີທາງ ແລະ ມາດຕະການໃນການແກ້ໄຂຂໍ້ຄົງຄ້າງ, ຈັດຕັ້ງປະຕິ ບັດວຽກງານ ກໍຄືຜັນຂະຫຍາຍແຜນແມ່ບົດຂອງ ເສົາຄ້ຳ 2025 ໃຫ້ບັນລຸຕາມເປົ້າໝາຍທີ່ອາ ຊຽນກຳນົດໄວ້ ໂດຍສະເພາະແມ່ນແນໃສ່ວິໄສທັດອາຊຽນ 2025 ເພື່ອຮັບປະກັນວ່າ: ປະຊາຄົມ ວັດທະນະທຳ-ສັງຄົມອາຊຽນຕ້ອງເປັນປະຊາຄົມໜຶ່ງທີ່ມີການພົວພັນ ກັບປະຊາຊົນ, ມີຄວາມກົມ ກຽວ, ເປີດກວ້າງ, ໂອບເອື້ອອາລີສາມັກຄີປອງດອງ ແລະ ນໍາຜົນປະໂຫຍດ ມາສູ່ປະຊາຊົນ, ເປັນ ປະຊາຄົມທີ່ເຂັ້ມແຂງ, ຍືນຍົງ ແລະ ເປັນທີ່ເພິ່ງພາຕົນເອງໄດ້ ແລະ ເພື່ອເປັນການ ປະກອບສ່ວນໃນ ການຜັນຂະຫຍາຍວິໄສທັດອາຊຽນ ກໍຄືການປະຕິບັດພັນທະໃນນາມທີ່ເປັນປະທານກອງ ປະຊຸມ ສະເພາະເສົາຄ້ຳວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 15 ນີ້ ຈະມີການຮັບຮອງເອົາ 2 ເອກະສານ ສຳຄັນຂອງ ສປປ ລາວ ດັ່ງນີ້: 1. ຖະແຫລງການວຽງຈັນວ່າດ້ວຍການຫັນປ່ຽນຈາກການຈ້າງ ງານນອກ ລະບົບໄປສູ່ການຈ້າງງານໃນລະບົບ ເພື່ອກ້າວໄປສູ່ການສົ່ງເສີມວຽກງານທີ່ມີຄຸນຄ່າ ແລະ ເປັນທຳໃນອາ ຊຽນ. 2. ຖະແຫລງການວຽງຈັນວ່າດ້ວຍການຊຸກຍູ້ ແລະ ສົ່ງເສີມການ ຮ່ວມມືທາງດ້ານມໍລະດົກວັດທະ ນະທຳໃນອາຊຽນ.

No comments:

Post a Comment