Ad

Ad

25 May 2016

ບໍ່ຄຳ-ທອງເຊໂປນ ຖືສຳຄັນການພັດທະນາທີ່ຍືນຍົງ

     ເອັມເອັມຈີ (MMG) ແມ່ນບໍລິສັດໂລຫະລະດັບໂລກທີ່ມີສຳນັກ ງານໃຫຍ່ຕັ້ງຢູ່ເມືອງເມວເບີນ ປະເທດອົດສະຕຣາລີ, ໄດ້ຂຶ້ນທະບຽນໃນຕະຫລາດຫລັກຊັບຮົງກົງ (HKEX:1208) ແລະ ຂຶ້ນທະ ບຽນ ສຳຮອງໃນຕະຫລາດຫລັກຊັບອົດສະຕຣາລີ (ASX:MMG). ໂຄງການບໍ່ຄຳ-ທອງເຊໂປນ ດຳເນີນການຂຸດ ຄົ້ນແຮ່ທອງແບບເປີດ ໜ້າດິນໃນ ສປປ ລາວ ແລະ ບໍລິສັດລ້ານຊ້າງມີເນໂຣນ ລິມີ ເຕັດ ແມ່ນຊື່ຈົດທະ ບຽນຂອງບໍລິສັດໃນລາວ ເຊິ່ງໃນນັ້ນ MMG ຖືຮຸ້ນ 90% ແລະ ລັດຖະບານລາວ ຖືຮຸ້ນ 10%.

          ໂຄງການຜະລິດແມ່ນທອງສຳເລັດຮູບ 99,9% ໂດຍນຳໃຊ້ຂະບວນການມ່າແຮ່ ແລະ ຈັບທອງດ້ວຍກະແສໄຟຟ້າ. ແຜ່ນທອງມີຄຸນນະພາບລະດັບເກລດ A ໂດຍຢືນຢັນຈາກຕະຫລາດແລກ ປ່ຽນໂລຫະລອນ ດອນ ປະເທດອັງກິດ. ນອກຈາກນີ້ ໂຄງການສາມາດຜະລິດແຜ່ນ ທອງຕາມເປົ້າ ໝາຍທີ່ຕັ້ງໄວ້ຄື 80 ໂຕນຕະຫລອດມາ, ສ່ວນການຜະລິດຄຳແທ່ງປະສົມທອງ ນັບແຕ່ປີ 2002 ເປັນຕົ້ນມາ ສາມາດຜະລິດ ຄຳໄດ້ຫລາຍກວ່າ 1,2 ລ້ານອອນ ແລະ ໄດ້ຢຸດການຜະລິດຄຳເມື່ອທ້າຍປີ 2013 ຍ້ອນບໍ່ສາມາດຕອບ ສະໜອງທາງດ້ານເສດຖະກິດ.
             ຕະຫລອດໄລຍະຜ່ານມາ, ບໍລິສັດລ້ານຊ້າງມີເນໂຣນ ໄດ້ປະກອບສ່ວນລາຍຮັບຈາກພາສີ-ອາ ກອນ, ຄ່າຊັບພະຍາກອນແຮ່ທາດ ແລະ ເງິນປັນຜົນໃຫ້ລັດຖະບານຫລາຍກວ່າ 1,3 ຕື້ໂດລາສະ ຫະລັດ. ແລະ ຜົນປະໂຫຍດທາງອ້ອມຈາກໂຄງການສ້າງວຽກເຮັດງານທຳ, ເຝິກອົບຮົມ, ການພັດ ທະນາຊຸມຊົນ, ການຈ້າງງານຜູ້ຮັບເໝົາ ແລະ ຜູ້ສະໜອງທ້ອງຖິ່ນ, ໂຄງການໄດ້ສ້າງພະນັກງານ ລາວຫລາຍກວ່າ 3 ພັນຄົນ ກວມເອົາ 95% ຂອງພະນັກງານທັງໝົດ ໃນນີ້ເກືອບເຄິ່ງໜຶ່ງແມ່ນ ມີບົດບາດໃນ ຄະນະບໍລິຫານຂອງບໍລິສັດ ແລະ 27% ຂອງພະນັກງານຂັບລົດແກ່ແຮ່ແມ່ນຜູ້ຍິງ.
           ໂດຍຍຶດໝັ້ນການຫັນວິໄສທັດໃຫ້ເປັນຈິງ ແລະ ພາຍໃຕ້ການຮ່ວມມືລະຫວ່າງລັດຖະບານ ລາວກັບ ປະຊາຄົມເສດຖະກິດອາຊຽນ, ບໍລິສັດຈຶ່ງໄດ້ສົ່ງເສີມການສ້າງນັກວິຊາການມືອາ ຊີບຄົນ ລາວຮຸ້ນຕໍ່ໆໄປ ໂດຍຜ່ານການເຝິກອົບຮົມແບບມີຈຸດສຸມ ແລະ ແຜນງານພັດທະນາຕ່າງໆ. ໃນປີ 2016 ບໍລິສັດໄດ້ສືບຕໍ່ ໃຫ້ການສະໜັບສະໜູນເພື່ອປັບປຸງໂພຊະນາການ ແລະ ສຸຂະພາບຂອງແມ່ ແລະ ເດັກຜ່ານການຮ່ວມມື ກັບອົງການອຸຍນີເຊັບ (UNICEF) ແລະ ກະຊວງສາທາລະນະສຸກ ໃນໂຄງການ 1000 ວັນຢູ່ຫລາຍ ແຂວງ. ນອກຈາກນີ້ ຍັງໄດ້ລົງທຶນຫລາຍລ້ານໂດລາສະຫະລັດ ເພື່ອສະໜອງນ້ຳສະອາດ, ສຸຂະອະນາ ໄມ, ການພັດທະນາຊົນນະບົດ ແລະ ອື່ນໆ.
           75% ຂອງອາຫານ ແລະ ພືດຜັກທີ່ສະໜອງໃຫ້ໂຄງການແມ່ນຊື້ມາຈາກຜູ້ສະໜອງທ້ອງຖິ່ນ ເຊິ່ງ ພວກເຂົາມີລາຍຮັບຫລາຍກວ່າ 18 ລ້ານໂດລາສະຫະລັດ ນັບແຕ່ເລີ່ມໂຄງການເປັນຕົ້ນມາ ແລະ ໃນຕໍ່ໜ້ານີ້ບໍລິສັດຈະສຸມໃສ່ປັບປຸງຊີວິດການເປັນຢູ່ຂອງຊຸມຊົນທີ່ຍືນຍົງຜ່ານການພັດທະນາກະ ສິກຳໃຫ້ເປັນສິນຄ້າ ແລະ ໂຄງການອື່ນໆ ເພື່ອຮັກສາຊື່ສຽງ ແລະ ຜົນງານທີ່ຍາວນານໄວ້ກັບເມືອງ ວິລະບູລີ ແຂວງສະຫວັນນະເຂດ ກໍຄື ສປປ ລາວ.

No comments:

Post a Comment